ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ຜູ້​ບັນຊາ​ການ​ທະຫານ​ຊາຍ​ແດນ ກອງທັບ​ປະຊາຊົນ​ລາວ ຕ້ອນຮັບ​ເຈົ້າ​ກົມ​ກິດຈະການ​ຊາຍ​ແດນ​ທະຫານ ​ກອງທັບ​ໄທ
ເວລາອອກຂ່າວ: 2025-04-25 09:06:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 705 | ຄວາມນິຍົມ:



ໃນ​ວັນ​ທີ 23 ເມສາ 2025 ນີ້, ທີ່​ໂຮງແຮມ​ຈຳປາ​ສັກ​ແກຣນ ນະຄອນ​ປາກ​ເຊ ແຂວງ​ຈຳປາ​ສັກ ທ່ານ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ຜູ້​ບັນຊາ​ການ​ທະຫານ​ຊາຍ​ແດນ ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນ ຮັບ ທ່ານ ພົນ​ໂທ ນັດ​ຖະ​ພົງ ເພຣົາ​ແກ້ວ ເຈົ້າ​ກົມ​ກິດຈະການ ຊາຍ​ແດນ​ທະຫານ​ກອງ​ບັນຊາ​ການ​ກອງທັບ​ໄທ ພ້ອມ​ຄະນະ ທີ່​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ ລາວ-ໄທ ຄັ້ງ​ທີ I ປີ 2025 ທີ່​ນະຄອນ​ປາກ​ເຊ ແຂວງ​ຈຳປາ​ສັກ ໃນ​ລະຫວ່າງ ວັນ​ທີ 20-26 ເມສາ 2025. ທ່ານ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ ລາວ-ໄທ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ທ່ານ ພົນ​ໂທ ນັດ​ຖະ​ພົງ ເພຣົາ​ແກ້ວ ພ້ອມ​ດ້ວຍ​ຄະນະ ທີ່​ເດີນທາງ​ເຂົ້າ​ມາ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ທີ່ ​ສປປ ລາວ ຮັບ​ກຽດ​ເປັນ​ເຈົ້າພາບ ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຮັດ​ແໜ້ນ​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ​ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ ​ລາວ-ໄທ, ໄທ-ລາວ ໃຫ້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ດ້ວຍ​ໝາກຜົນ​ອັນ​ຈົບງາມ. ໃນ​ວັນ​ດຽວ​ກັນ​ນີ້, ທ່ານ ພັນ​ເອກ ສອນ​ເພັດ ພົມ​ຫຼວງ​ສີ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ພ້ອມ​ຄະນະ ກໍ​ຍັງ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ ພົນ​ໂທ ນັດ​ຖະ​ພົງ ເພຣົາ​ແກ້ວ ເຈົ້າ​ກົມ​ກິດຈະການ​ຊາຍ​ແດນ​ທະຫານ ກອງ​ບັນຊາ​ການ​ກອງທັບ​ໄທ ພ້ອມ​ດ້ວຍ​ຄະນະ ຢູ່​ທີ່​ດ່ານ​ສາກົນ​ວັງ​ເຕົ່າ-ຊ່ອງ​ເມັກ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ