ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຜົ້ງສາລີ ສະໄໝທີ VI ຮອບທີ 2
ເວລາອອກຂ່າວ: 2025-04-25 10:52:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 915 | ຄວາມນິຍົມ:



ວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ສະໄໝທີ VI ຮອບທີ 2 ໂດຍການເປັນປະທານ ຂອງສະຫາຍ ບຸນທະວີ ສໍສຸກັນ ກໍາມະການຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງຜົ້ງສາລີ, ມີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະປະຈໍາພັກ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ກອງບັນຊາການທະຫານແຂວງ ແລະ ອະນຸກໍາມະການຮັບຜິດຊອບບຸກຄະລາກອນຂັ້ນແຂວງເຂົ້າຮ່ວມ. ສະຫາຍ ບຸນທະວີ ສໍສຸກັນ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ບັນດາຄະນະຜູ້ແທນກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງໃນການໃຊ້ສິດປະຊາທິປະໄຕຂອງຕົນ ຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂເຂົ້າເປັນຄະນະບໍລິຫານງານພັກຊຸດໃໝ່. ຫຼັງຈາກນັ້ນ, ຄະນະຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຜົ້ງສາລີ ສະໄໝທີ VI ຮອບທີ 2 ສໍາເລັດຕາມຄາດໝາຍທີ່ວາງໄວ້. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ