ການເຝິກຊ້ອມກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ເພື່ອກະກຽມ ເຂົ້າຮ່ວມພິທີສວນສະໜາມ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ
ເວລາອອກຂ່າວ: 2025-04-28 08:57:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2818 | ຄວາມນິຍົມ: ![]()
ໃນວັນທີ 26 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຝີກຊ້ອມເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ເພື່ອເປັນການເຝິກເຮັດໃຫ້ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ.
ມາຮອດວັນທີ 27 ເມສາ 2025 ກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງ ຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ "ອາລາບິນໂນ" ເພື່ອກະກຽມ ແລະ ຮັບປະກັນໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















