ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ຍ້ອງຍໍ ປະຈຳ​ປີ 2025
ເວລາອອກຂ່າວ: 2025-05-08 09:17:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3420 | ຄວາມນິຍົມ:



ພິທີ​ເປີດ​ຂະ​ບວນ​ການແຂ່ງ ຂັນ​ຍ້ອງຍໍ ພາຍ​ໃຕ້​ເນື້ອ​ໃນຂໍ້​ ແຂ່ງຂັນຮັກ​ຊາດ ແລະ ພັດທະ ນາ ປະຈຳ​ປີ 2025 ທົ່ວ​ທະຫານ ​ແຂວງ​ຄຳ​ມ່ວນ ໄດ້​ຈັດຂຶ້ນ​ໃນ ວັນ​ທີ 5 ພຶດສະພາ 2025 ນີ້, ໂດຍການ​ເປັນ​ປະທານ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ສີ​ສົມ​ພູ ແກ້ວ​ບຸນ​ລ້ອມ ຮັກສາ​ການຫົວໜ້າ​ການເມືອງກອງ​ບັນຊາ​ການທະ ຫານ​ແຂວງ​ຄຳ​ມ່ວນ ແລະ ທ່ານ ນາງ ບັງອອນ ໄຊ​ຍະ​ສິດ ກຳມະ ການ​ປະຈຳ​ພັກ​ແຂວງ, ຮອງປະ ທານ​ສະພາ​ປະຊາຊົນແຂວງ​ຄຳມ່ວນ, ເປັນ​ກຽດ​ເຂົ້າ​ຮ່ວມພິ ທີ​ໃນ​ຄັ້ງ​ນີ້ ມີ​ພະ​ແນກ​ພາຍ​ໃນ​ແຂວງ, ຄະນະ​ພັກ-ຄະນະ​ບັນ ຊາ ອົງການ 6 ຫ້ອງ​ບັນດາພະ ແນກການ​ທະຫານ​ແຂວງ ຕະ ຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ຈາກ​ຫົວໜ່ວຍ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະ​ຫານແຂວງ​ຄຳ​ມ່ວນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຟ້າ​ອຳນວຍ ພັນທະ​ວົງ​ສິນ ຮັກສາ​ການ​ຫົວໜ້າ​ພະ​ແນກ​ໂຄສະນາ-ອົບຮົມ ກອງ​ບັນຊາ​ການ​ທະຫານ​ແຂວງຄຳ ​ມ່ວນ ໄດ້ຜ່ານ​ຂໍ້​ຕົກລົງ ຂອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະຮັບ ຜິດຊອບ​ຊີ້​ນຳ​ລວມ ແລະ ບັນດາ​ອາ​ນຸ​ກຳມະການ ຈັດຕັ້ງເປີດຂະ​ບວນ​ການ​ແຂ່ງຂັນ-ຍ້ອງຍໍ​ທົ່ວ ​ທະຫານ​ແຂວງ​ຄຳ​ມ່ວນ ປະຈຳ​ປີ 2025. ຈາກ​ນັ້ນ, ສະຫາຍ ພັນໂທ ໜູ​ໄລ ແກ້ວ​ດວງດີ ຄະນະ​ພັກ​ຮາກ​ຖານ ຮອງຫົວໜ້າ​ ຫ້ອງ​ການເມືອງ ຜ່ານ​ແຜນການ ເຄື່ອນໄຫວ​ວຽກ​ງານ​ຂະ​ບວນ​ການ​ແຂ່ງຂັນ​ຍ້ອງຍໍ ພາຍ​ໃຕ້​ເນື້ອ​ໃນຮັກ​ຊາດ ແລະ ພັດທະນາ ພ້ອມ​ທັງ​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ ປະ ຈຳ​ປີ 2025 ​ຈຸດປະສົງ​ກໍ​ເພື່ອ​ແນໃສ່​ປະຕິບັດ​ຕາມ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ​ສະເພາະການ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຮອບດ້ານ​ໃນ​ສະພາບ​ການ​ໃໝ່, ທັງ​ເປັນ​ການ​ຊຸກຍູ້​ຂະ​ບວນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ການ​ປັບປຸງ​ກໍ່ສ້າງ​ຄ້າຍ​ຄູຕາມ ​ທິດ​ນຳ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ແລະ ເປັນ​ການ​ຊຸກຍູ້​ຂະ​ບວນການພົວ ພັນ​ປະສານ​ສົມທົບ​ກັບອຳນາດ ​ການ​ປົກຄອງ​ທ້ອງຖິ່ນ ໃນ​ການ ຈັດຕັ້ງ​ເຄື່ອນ​ໄຫວ​ໜ້າທີ່ ແລະ ປັບປຸງ​ກໍ່ສ້າງ​ກົມ​ກອງ, ເສີມ​ຂະ ຫຍາຍ​ມູນເຊື້ອ​ອັນ​ດີງາມ ລະ ຫວ່າງ​ກອງທັບ​ກັບ​ປະຊາຊົນຄື​ປາ​ກັບ​ນ້ຳ, ຈັດ​ຕັ້ງ​ປະຕິບັດ​ຕາມ​ພາລະ​ບົດບາດ-ໜ້າທີ່​ວຽກ​ງານ​ປ້ອງ​ກັນ​ຊາດ ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ປະຕິບັດ​ຕາມ​ທິດ​ທາງ​ແຜນການ 4 ໜ້າທີ່​ໃຫຍ່ 25 ແຜນການຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ​ວາງ​ອອກ ເພື່ອ​ປະ​ເມີນ​ຜົນ​ການເຄື່ອນໄຫວ​ວຽກ​ງານ ແຂ່ງຂັນ-ຍ້ອງຍໍ​ຂອງ​ແຕ່ລະ​ກົມ​ກອງທີ່​ພະນັກງານ-ນັກຮົບ​ໄດ້​ ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ. ໃນ​ກອງ​ປະຊຸມຍັງ​ໄດ້​ຜ່ານ​ຮ່າງ​ເນື້ອ​ໃນ​ ເປີດ​ຂະ​ບວນ​ແຂ່ງຂັນ-ຍ້ອງຍໍ ພາຍ​ໃຕ້​ເນື້ອ​ໃນ​ຮັກ​ຊາດ ແລະ ພັດ ທະນາ ປະຈຳ​ປີ 2025, ຈາກ​ນັ້ນ ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງກໍ​ໄດ້​ລົງ​ນາມ​ເຊັນ​ຮັບ ພ້ອມ​ທັງ​ຈັບ​ມື​ແຂ່ງຂັນ ເພື່ອ​ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນ​ດັ່ງກ່າວ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ