ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ສ້າງ​ໄດ້ຜົນ​ງານ​ທີ່​ພົ້ນເດັ່ນ
ເວລາອອກຂ່າວ: 2025-05-08 09:19:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3138 | ຄວາມນິຍົມ:



ສະຫາຍ ພັນ​ໂທ ແອ​ວິໄລ​ຈິດ ດາລາ​ແສງ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ກາ​ນທະຫານແຂວງສາ​ລະ​ວັນ ໃຫ້​ຮູ້​ວ່າ: ໃນ​​ປີຜ່ານມາ ຄະນະ​ບໍລິຫານ​ງານ-ຄະນະ​ໜ່ວຍ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ວຽກ​ງານ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ຢ່າງ​ເປັນ​ປົກກະຕິ ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ ມີ​ແນວ​ຄິດ​ອຸ່ນ​ອຽນ, ທຸ່ນ​ທ່ຽງ, ຫ້າວຫັນ ປະຕິບັດ​ໜ້າທີ່​ການເມືອງ, ເຮັດ​ສຳເລັດ​ໜ້າທີ່​ວິຊາ​ສະເພາະ​ທີ່​ໄດ້​ຮັບ​ມອບ​ໝາຍ, ເປັນ​ເຈົ້າ​ການ​ຊີ້​ນຳ ແລະ ນຳພາ​ຊາວ​ໜຸ່ມ-ໄວ​ໜຸ່ມ​ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ຂອງ​ກົມ​ກອງ, ເປັນ​ກຳລັງ​ຫຼັກ​ແຫຼ່ງ ​ໃນ​ການ​ກອບ​ກູ້​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ໄປ​ພ້ອມໆ​ກັບ ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ພາຍ​ໃນ​ກົມ​ກອງ ເວົ້າ​ລວມ​ ກໍ​ຄື​ ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ປັດຈຸບັນ, ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ປະກອບ​ມີ 5 ຄະນະ​ບໍລິຫານ​ງານ, 22 ໜ່ວຍ​ຂຶ້ນ​ກັບ​ຄະນະ​ບໍລິຫານ​ງານ, ມີ ໜ່ວຍ​ຊາວ​ໜຸ່ມ ​ເອກະລາດ 15 ໜ່ວຍ, ມີ​ສະມາຊິກ​ຊາວ​ໜຸ່ມ​ທັງ​ໝົດ 995 ສະຫາຍ, ຍິງ 86 ສະຫາຍ, ດ້ານ​ວຽກ​ງານ​ປູກຝັງ-ລ້ຽງສັດ​ໃນ​ຊຸມ​ປີຜ່ານມາ ​ທາງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ-ຄະນະ​ໜ່ວຍ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແມ່ນ​ໄດ້​ເອົາໃຈໃສ່​ຊຸກຍູ້​ຂະ​ບວນ​ການ​ປູກຝັງ-ລ້ຽງສັດ ຢ່າງ​ຕັ້ງໜ້າ​ ໃນ​ນັ້ນ, ​ປູກ​ໄມ້​ປະດັບ 22.500 ຕົ້ນ, ຕົ້ນໄມ້​ກິນ​ໝາກ 36.255 ຕົ້ນ, ປູກ​ຕົ້ນ​ໝາກມ່ວງ​ຫິມະພານ 400 ຕົ້ນ, ປູກ​ກ້ວຍ 2.255 ຕົ້ນ, ປູກ​ມັນຕົ້ນ 21 ເຮັກຕາ, ເຮັດ​ນາປີ-ນາແຊງ​ໃນ​ເນື້ອ​ທີ 16 ເຮັກຕາ ເກັບ​ກູ້​ໄດ້ 48 ໂຕນ, ລ້ຽງສັດ​ປະເພດ ງົວ-ຄວາຍ 17 ໂຕ, ລ້ຽງ​ໝູ 126 ໂຕ, ສັດ​ປີກ 3.925 ໂຕ, ລ້ຽງ​ປາ​ທຸກ​ຊະນິດ ຈຳ​ນ່າຍ​ແລ້ວ 3.500 ກິ​ໂລ, ລວມ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ​ໄດ້​ທັງ​ໝົດ 1.480.775.000 ກີບ. ຈາກ​ຜົນງານ​ດັ່ງກ່າວ​ນັ້ນ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ, ຄະນະ​ໜ່ວຍ​ຊາວ​ໜຸ່ມ ໄດ້​ຮັບ​ການ​ຢັ້ງຢືນ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ ຈຳນວນ 5 ຄະນະ, ຂັ້ນ​ໜ່ວຍ​ຊາວ​ໜຸ່ມ​ມີ 5 ໜ່ວຍ, ພ້ອມ​ຮັບ​ທຸງໄຊ​ນຳ​ໜ້າ, ຮັບ​ໃບ​ຍ້ອງຍໍ​ຊາວ​ໜຸ່ມ 4 ບຸກ​ ປະຈຳ​ປີ 2024 ຈຳນວນ 20 ໜ່ວຍ ຢ່າງ​ໜ້າ​ສັນລະເສີນ. ສະຫາຍ ພັນ​ໂທ ແອ​ວິໄລ​ຈິດ ດາລາ​ແສງ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ສຸມ​ໃສ່​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ​ກໍ​ຄື ​ຮັກສາ​ມູນເຊື້ອ ແລະ ຜົນງານ ທີ່​ບັນດາ​ຄະນະ​ບໍລິຫານ​ງານ-ຄະນະ​ໜ່ວຍ​ຊາວ​ໜຸ່ມ ແລະ ບັນດາ​ສະມາຊິກ​ຊາວ​ໜຸ່ມ ຍາດ​ມາ​ໄດ້ ໄປ​ຄວບ​ຄູ່​ກັບ​ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ຢ່າງ​ເປັນ​ປົກກະຕິ, ເປັນ​ເຈົ້າ​ການ​ນຳພາ​ສະມາຊິກ​ຊາວ​ໜຸ່ມ ​ຄົ້ນຄວ້າ​ສຶກ​ສາ​ຮ່ຳຮຽນ​ບັນດາ​ຂໍ້​ກຳນົດ-ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື​ ຂໍ້​ກຳນົດ ແລະ ກົດ​ລະບຽບ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ເພື່ອ​ເຮັດ​ໃຫ້​ສະມາຊິກ​ແຕ່​ລະ​ສະຫາຍ​ມີ​ຄວາມ​ຫ້າວຫັນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ ແລະ ຂະ​ບວນ​ການ​ລວມ​ຂອງ​ກົມ​ກອງ ກໍ​ຄື ​ຂັ້ນ​ເທິງ​ວາງ​ອອກ ຕິດ​ພັນ​ກັບ​ການ​ສ້າງ​ກົມ​ກອງ​ວັດທະນະທຳ ແລະ ນັກຮົບ​ວັດທະນະທຳ ໂດຍ: ສຸ​ກັນ ວົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ