
ຮອງຫົວໜ້າກົມສູ້ຮົບ ເຄື່ອນໄຫວກວດກາຊີ້ນຳ ວຽກງານກຽມພ້ອມສູ້ຮົບ ຢູ່ ກອງພັນໃຫຍ່ 619
ເວລາອອກຂ່າວ: 2025-05-09 09:13:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2681 | ຄວາມນິຍົມ:
ວັນທີ 2 ພຶດສະພາ 2025, ສະຫາຍ ພັນເອກ ກົມພັນ ຈັນທະວົງ
ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາຊີ້ນຳ ວຽກງານກຽມພ້ອມສູ້ຮົບ ປະຈຳປີ 2025 ຢູ່ ກອງພັນໃຫຍ່ 619.
ສະຫາຍ ພັນໂທ ແສງວັນ ເກີດທະບູລີ ຫົວໜ້າການທະຫານ ກອງພັນໃຫຍ່ 619 ໄດ້ລາຍງານສະພາບກົມກອງໃຫ້ຮູ້ວ່າ: ກອງ ພັນໃຫຍ່ 619 ເມື່ອກ່ອນ ເປັນກອງພັນນ້ອຍ 619 ຂຶ້ນກັບກອງພົນທີ 4 ໂດຍອີງໃສ່ການເຕີບໃຫຍ່
ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ມາຮອດວັນທີ 7 ສິງຫາ 2024 ຈຶ່ງໄດ້ປະກາດຍົກລະດັບ ຫັນຈາກກອງພັນນ້ອຍ 619 ທີ່ຂຶ້ນກັບກອງພົນທີ 4 ມາເປັນກອງພັນໃຫຍ່ 619 ເອກະລາດ ຂຶ້ນກັບ ກະຊວງປ້ອງກັນປະເທດໂດຍ
ກົງ, ເຊິ່ງໄດ້ປະກອບອາວຸດມີ ປືນໃຫຍ່ຂະໜາດ 152 ມມ, ປືນໃຫຍ່ 130 ມມ, ເບແອັມ 14, 152-2C3M ແລະ ມີພາຫະນະຈຳນວນອື່ນໆ; ມີໜ້າທີ່ປະຕິບັດຕາມຄຳສັ່ງຂອງກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ເຮັດໜ້າທີ່ສູ້ຮົບຊ່ວຍໜູນ ໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນຂອບເຂດພາກກາງ
ແລະ ເຮັດໜ້າທີ່ຊ່ວຍໜູນໃຫ້ກຳລັງພາກສ່ວນອື່ນໆ, ພ້ອມທັງ ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ອຳນາດການປົກຄອງທ້ອງຖິ່ນຂອບເຂດ ເມືອງອຸທຸມພອນ, ເມືອງໄຊບູລີ, ເມືອງອາດສະພອນ, ທັງປັບປຸງກໍ່ສ້າງກົມກອງ ເຝິກແອບຮໍ່າຮຽນ ປະຕິບັດໜ້າທີ່ຕາມຄຳສັ່ງຂັ້ນເທິງ.
ສະຫາຍ ພັນເອກ ກົມພັນ ຈັນທະວົງ ໄດ້ລົງມາກວດກາຄືນວຽກງານກຽມພ້ອມສູ້ຮົບ ແລະແນະນຳວຽກງານປ້ອງກັນບໍລິເວນເຂດພາກກາງ ເພື່ອສະຫຼຸບຕີລາຄາວຽກງານຄວາມພ້ອມໃນດ້ານຕ່າງໆ ໃຫ້ບັນລຸຕາມເປົ້າໝາຍຕາມຂັ້ນເທິງ ນຳພາ-ຊີ້ນຳ ໃຫ້ປະກົດຜົນເປັນຈິງ.
ໂດຍ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ