ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງ​ພົນ​ທີ 4 ສະຫຼຸບ​ວຽກ​ງານ​ກໍ່ສ້າງຮາກຖານ​ການເມືອງ 5 ປີ
ເວລາອອກຂ່າວ: 2025-05-09 09:15:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3380 | ຄວາມນິຍົມ:



ໃນ​ວັນ​ທີ 2 ພຶດສະພາ 2025, ຢູ່​ທີ່​ສະໂມສອນ​ກອງ​ພົນ​ທີ 4 ໄດ້​ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ 5 ປີ (2019-2024) ແລະ ວາງ​ທິດ​ທາງ​ແຜນການ 5 ປີ (2025-2030), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນເອກ ໃຈ​ເພັດ ວົງ​ແສນ​ສົມ ຫົວໜ້າ​ການເມືອງ ກອງພົນ​ທີ 4, ມີ ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາມາດ ຮອງ​ຫົວໜ້າ​ຫ້ອງການ ເມືອງ ກອງ​ພົນ​ທີ 4, ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ກອງພັນ​ໃຫຍ່, ກອງພັນ ແລະ ກອງຮ້ອຍ​ເອກະລາດ ເຂົ້າຮ່ວມ. ສະຫາຍ ພັນ​ໂທ ເພັດ​ສີ​ລາ ພົມ​ມະ​ເສນ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ 5 ປີ (2019-2024) ແລະ ທິດ​ທາງ​ແຜນການ 5 ປີ (2025-2030). ໃນ​ໄລຍະ​ທີ່​ຜ່ານ​ມາ ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 4 ໃຫ້​ພະ​ແນກ​ກໍ່ສ້າງ​ຮາກ​ຖານ​ກອງ​ພົນ ສົມທົບ​ກັບ ບັນດາ​ກົມ​ກອງ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ແບບ​ທາງ​ກວ້າງ​ຢູ່​ບັນດາ​ກຸ່ມ​ບ້ານ ເພື່ອ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ​ປກຊ-​ປກສ ອົງ​ການຈັດຕັ້ງ​ມະ ຫາຊົນ​ຂອງ​ບ້ານ ໃນ 114 ບ້ານ, 1 ຕົວ​ເມືອງ​ຂອງ​ແຂວງ​ຄຳ​ມ່ວນ ແລະ 7 ຕົວ​ເມືອງ​ຂອງ​ແຂວງ​ສະຫວັນ​ນະ​ເຂດ, ມີ 18 ກົມ​ກອງ, ຈຳນວນ​ພົນ 64 ສະຫາຍ; ໂດຍ​ນຳ​ເອົາ​ແນວທາງ​ແຜນ​ນະໂຍບາຍ​ຂອງ ພັກ-ລັດ, ມາ​ສຶກ​ສາ​ອົບຮົມ​ໃຫ້​ປະຊາຊົນ​ໃນ​ແຕ່​ລະ​ບ້ານ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ບັນດາ​ຂໍ້​ກຳນົດ​ເອກະສານ​ຕ່າງໆ​ຂອງ​ຂັ້ນເທິງ, ບັນດາ​ເອກະ ສານ 4 ເນື້ອ​ໃນ 4 ຄາດໝາຍ ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ຈຳແນກ​ໄດ້​ມິດ​ສັດຕູ​ຢ່າງ​ຈະແຈ້ງ, ເກັບ​ກຳ​ສະພາບ​ການ​ຢູ່​ພື້ນຖານ​ປະຊາຊົນ, ກຳ​ເປົ້າ​ໝາຍ​ທີ່​ເຄື່ອນ​ໄຫວ​ບໍ່​ດີ, ຊ່ວຍ​ປະຊາຊົນ​ປ້ອງ​ກັນ​ບ້ານ​ຊ່ອງ, ຊຸກຍູ້​ທຳ​ການ​ຜະລິດ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ອື່ນໆ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ; ໂອກາດ​ດຽວ​ກັນ​ນີ້, ຕາງໜ້າ​ໃຫ້​ແຕ່​ລະ​ຫົວໜ່ວຍ​ກົມ​ກອງ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ພ້ອມ​ທັງ​ວາງ​ຄາດໝາຍ​ໃນ​ອີກ 5 ປີ​ ໃນຕໍ່ໜ້າ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ ​ທີ່​ວາງ​ໄວ້. ສະຫາຍ ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ຈົ່ງ​ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ເປັນ​ເຈົ້າ​ການ​ຊີ້​ນຳ​ພະນັກງານ​ທີ່​ລົງ​ກໍ່ສ້າງ​ຮາກ​ຖານ​ທີ່​ປະຈຳ​ໃນ​ແຕ່​ລະ​ບ້ານ​ເປັນ​ເຈົ້າ​ການ ຕິດຕາມ​ເກັບ​ກຳ​ສະພາບ​ການ​ ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ທີ່​ບໍ່​ດີ, ເພື່ອ​ກຽມ​ຄວາມ​ພ້ອມ​ຕອບ​ໂຕ້​ກັບ​ເຫດການ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ​ໃຫ້​ທ່ວງ​ທັນ​ກັບ​ເວລາ. ຂ່າວ: ໂພ​ຄຳ ພອນ​ປະເສີດ ພາບ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ