ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ຕ້ອນຮັບທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ຝຣັ່ງ ເຂົ້າ​ຢ້ຽມ​ຂ່ຳນັບ
ເວລາອອກຂ່າວ: 2025-05-09 09:17:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2713 | ຄວາມນິຍົມ:



ວັນ​ທີ 7 ພຶດສະພາ 2025 ນີ້, ທ່ານ ພັນ​ເອກ ສອນ​ເພັດ ພົມ​ຫຼວງ​ສີ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ຂອງ ທ່ານ ພັນ​ເອກ ນາງ ອານ ແບຣງ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ຝຣັ່ງ ປະຈຳ ​ສປປ ລາວ. ໂອກາດ​ດັ່ງກ່າວ, ທ່ານ ພັນ​ເອກ ສອນ​ເພັດ ພົມ​ຫຼວງ​ສີ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ພ້ອມ​ທັງ​ຕີ​ລາຄາ​ສູງ ຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ລາວ-ຝຣັ່ງ ຕະຫຼອດ​ໄລຍະ​ຜ່ານ​ມາ ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ລະຫວ່າງ ​ສປປ ລາວ-ຝຣັ່ງ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ສອງ​ປະເທດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ ຕໍ່​ການ​ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ​ຈາກ​ລັດຖະບານຝຣັ່ງ ເປັນຕົ້ນ​ແມ່ນ ບັນດາ​ໂຄງການ​ຊ່ວຍເຫຼືອ​ຕ່າງໆ ທີ່​ສຳຄັນ ໃນ​ຂົງເຂດ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ຊ່ວຍເຫຼືອ​ໃນ​ວຽກ​ງານ​ເກັບ​ກູ້​ລະເບີດ ແລະ ດ້ານ​ມະນຸດສະທຳ. ໂອກາດ​ດຽວ​ກັນ, ທ່ານ ພັນ​ເອກ ນາງ ອານ ແບຣງ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່​ທ່ານ ພັນ​ເອກ ສອນ​ເພັດ ພົມ​ຫຼວງ​ສີ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ພ້ອມ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບຕໍ່​ສະໜັບສະໜູນ​ຊ່ວຍເຫຼືອ ​ສປປ ລາວ ໃນ​ທຸກ​ດ້ານ ເພື່ອ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ປະເທດ ກໍ​ຄື​ສອງ​ກອງທັບ ລາວ-ຝຣັ່ງ ໃຫ້​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ຍິ່ງໆ​ຂຶ້ນ. ໂດຍ: ອະ​ວິ​ໄຊ ເຄ​ນາ​ພູມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ