
ໂຮງງານ ອ.410 ປະກາດການແຕ່ງຕັ້ງ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງ
ເວລາອອກຂ່າວ: 2025-05-09 09:19:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2977 | ຄວາມນິຍົມ:
ວັນທີ 7 ພຶດສະພາ 2025 ນີ້, ໂຮງງານ ອ.410 ໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນຫົວໜ້າພະແນການ, ຮອງຫົວໜ້າພະແນກການ ແລະ ຫົວໜ້າຂະ
ແໜງການ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະ
ນະບັນຊາ, ບັນດາພະແນກການ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນໂຮງງານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຈສະຫວັນ ອິນທະຄຳ ຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ, ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ
ແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ຄຳເຫຼັກ ພັນທະວົງ ເປັນຫົວໜ້າພະແນກເຕັກນິກ, ສະຫາຍ ພັນຕີ ຜາຍຄຳ ສີສົມບັດ ເປັນຫົວໜ້າພະແນກກົນຈັກ, ສະຫາຍ ຮ້ອຍເອກ ສີພອນ ບຸນທອງວັນ ເປັນຮອງຫົວໜ້າພະແນກກົນຈັກ, ສະຫາຍ ຮ້ອຍເອກ ທະວີສັກ ສາຍເຊກອງ ເປັນຮອງຫົວໜ້າພະແນກເຕັກນິກ ຈາກນັ້ນກໍໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າຂະແໜງການ ໃນນັ້ນ, ກົມໃຫຍ່ເຕັກນິກກອງທັບ ຕົກລົງ ມາດຕາ 1 ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ພຸດມາລາ ສຸລິວົງ ເປັນຫົວໜ້າຂະແໜງເຕັກນິກ-ອອກແບບ, ສະຫາຍ ຮ້ອຍໂທ ສິໄວ ພັນທະມີໄຊ ເປັນຫົວໜ້າຂະແໜງກັດ-ເຊາະ, ສະຫາຍ ຮ້ອຍໂທ ເຄນ
ທຳມະວົງ ເປັນຫົວໜ້າຂະແໜງຈັກຊ່ຽນ ແລະ ສະຫາຍ ຮ້ອຍໂທ ເພັງ ມະນີວອນ ເປັນຫົວໜ້າຂະແໜງຜະລິດໜ່ວຍ ແລະ ຫົວຢາງ.
ຂໍ້ມູນຈາກ: ໂຮງງານ ອ.410
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ