
ກອງບັນຊາການທະຫານແຂວງຜົ້ງສາລີ ຖືສຳຄັນຕໍ່ວຽກງານປ້ອງກັນຊາດ ທົ່ວປວງຊົນຮອບດ້ານຂອງພັກ
ເວລາອອກຂ່າວ: 2025-05-09 09:22:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4205 | ຄວາມນິຍົມ:
ແຂວງຜົ້ງສາລີ ແມ່ນແຂວງໜຶ່ງທີ່ຢູ່ເໜືອສຸດຂອງປະເທດລາວ ມີເນື້ອທີ່ປະມານ 16.270 ກິໂລຕາແມັດ, ມີຊາຍແດນຕິດ ກັບ 2 ປະເທດ ຄື: ທິດຕາເວັນ ອອກຕິດກັບແຂວງດຽນບຽນຟູ ສສ ຫວຽນນາມ, ມີເສັ້ນຊາຍແດນຮ່ວມກັນປະມານ 352 ກິໂລແມັດ, ມີຫຼັກໝາຍຊາຍແດນຮ່ວມກັນ 119 ຫຼັກໝາຍ, ທິດຕາເວັນຕົກຕິດກັບມົນທົນຢູນນານ ສປ ຈີນ ມີເສັ້ນຊາຍແດນຮ່ວມກັນຍາວ 323 ກິໂລແມັດ, ມີຫຼັກໝາຍຊາຍແດນ 64 ຫຼັກໝາຍ, ມີຊາຍແດນຕິດກັບແຂວງພາຍໃນ ຄື: ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ແຂວງຜົ້ງສາລີ ແມ່ນແຂວງພູດອຍກວມເຖິງ 99%, ມີຫ້ວຍຮ່ອງ, ແມ່ນ້ຳລຳເຊຫຼາຍສາຍ ໃນນີ້, ມີແມ່ນ້ຳອູ ເປັນແມ່ນ້ຳທີ່ສຳຄັນ, ເປັນບ່ອນທຳມາຫາກິນຂອງພໍ່ແມ່ປະຊາ ຊົນທີ່ອາໄສຢູ່ລຽບຕາມແມ່ນໍ້າ ເປັນຕົ້ນ ການຜະລິດກະສິກຳ ປູກ ຝັງ-ລ້ຽງສັດ ນອກນີ້, ຍັງເປັນແຫຼ່ງນໍ້າທີ່ຜະລິດກະແສໄຟຟ້າທີ່ມີເຂື່ອນຂະໜາດກາງເຖິງ 4 ແຫ່ງຕື່ມອີກ, ແຂວງຜົ້ງສາລີ ປະກອບມີ 7 ເມືອງຄື: ເມືອງຜົ້ງ ສາລີ, ເມືອງບຸນເໜືອ, ເມືອງບຸນໃຕ້, ເມືອງຍອດອູ, ເມືອງສຳ ພັນ, ເມືອງຂວາ ແລະ ເມືອງໃໝ່, ປະຊາຊົນບັນດາເຜົ່າດຳລົງຊີວິດຢູ່ຮ່ວມກັນມີຄວາມສາມັກຄີປອງດອງ ແລະ ພ້ອມກັນສ້າງ ສາພັດທະນາແຂວງຜົ້ງສາລີ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຮອງປະ ທານຜູ້ປະຈຳການ ຄະນະກຳມະ ການ ປກຊ-ປກສ ແຂວງໄດ້ໃຫ້ຮູ້ວ່າ: ວຽກງານປ້ອງກັນຊາດໃນທົ່ວປວງຊົນຮອບດ້ານຂອງແຂວງ ແມ່ນໄດ້ດຳເນີນໄປຢ່າງຕັ້ງໜ້າ ແລະ ແຂງແຮງ, ໃນນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ແມ່ນກົມກອງໜຶ່ງທີ່ເຮັດໜ້າທີ່ເປັນກຳລັງຫຼັກແຫຼ່ງຮັບປະກັນສະພາບພາຍໃນທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງປະກອບການຈັດຕັ້ງຂອງກອງບັນຊາການທະຫານແຂວງມີ 6 ຫ້ອງຄື: ຫ້ອງເສນາທິການ, ຫ້ອງການເມືອງ, ຫ້ອງພະລາທິການ, ຫ້ອງເຕັກນິກ, ຫ້ອງການບໍລິຫານ ແລະ ຫ້ອງການຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີ 7 ກອງບັນຊາການທະຫານເມືອງ, ມີ 1 ໂຮງຮຽນການທະຫານທ້ອງຖິ່ນ, 1 ໂຮງໝໍທະຫານແຂວງ, 1 ກອງພັນ, 4 ກອງຮ້ອຍ, 9 ກອງ ຮ້ອຍທະຫານຊາຍແດນ, 1 ກອງ ຮ້ອຍສ້ອມແປງປະສົມ, 1 ກອງ ຮ້ອຍຜະລິດກະສິກຳ, 1 ກອງ ຮ້ອຍສື່ສານ ແລະ 2 ກອງປະຕິ ບັດງານ ທີ່ເປັນເສນາທິການໃຫ້ແກ່ອົງຄະນະພັກກອງບັນຊາ ການທະຫານແຂວງ ໃນການ ເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາ ເຂດນໍ້າແດນດິນ ແລະ ຮັກສາທິດໜຶ່ງຂອງປະເທດໄວ້ໄດ້ຢ່າງໝັ້ນຄົງ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງຜົ້ງສາລີ ເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີ ລະບຽບວິໄນເຂັ້ມງວດ, ມີແບບ ແຜນທັນສະໄໝຂຶ້ນເທື່ອລະກ້າວ. ໂດຍພາຍໃຕ້ການຊີ້ນຳໂດຍກົງຮອບດ້ານຈາກຄະນະນຳກະຊວງປ້ອງກັນປະເທດ ກໍຄື ຄະນະກຳ ມະການ ປກຊ-ປກສ ແຂວງ, ໃນແຕ່ລະໄລຍະ ໄດ້ຈັດໃຫ້ມີກອງປະຊຸມສະຫຼຸບຖອດຖອນບົດ ຮຽນ ແລກປ່ຽນສະພາບພາຍໃນແຂວງ ປະຈຳເດືອນ, ປະຈຳໄຕມາດ ຂອງ 4 ແຂວງພາກ ເໜືອ, 1 ກອງພົນເປັນປົກກະຕິ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ກອງພົນທີ 3, ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສະຫຼຸບລາຍງານສະພາບໃຫ້ກັນ ແລະ ກັນໄດ້ຮັບຮູ້ ພ້ອມທັງລາຍງານສະພາບປະກົດການຍໍ້ທໍ້ໃນຂອບເຂດກົມກອງຮັບຜິດຊອບ ເພື່ອພ້ອມກັນ ຕ້ານ, ສະກັດກັ້ນ ແລະ ແກ້ໄຂ້ໃຫ້ຖືກຕ້ອງສອດຄ່ອງ, ທັນເວລາ, ຮັບປະກັນເຮັດໃຫ້ສະພາບມີ ຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກ ແໜ້ນ.
ເຖິງຢ່າງໃດກໍຕາມ ປັດຈຸບັນ, ບັນດາອິດທິກຳລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິດ້ວຍຫຼາຍຮູບການ ເຊັ່ນ: ບັນຫາສາ ສະໜາ, ສິດທິມະນຸດ, ບັນຫາຊົນເຜົ່າ ແລະ ອື່ນໆ ທັບຖົມໂຈມຕີແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ. ຕໍ່ກັບບັນຫາດັ່ງກ່າວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ່ຂອງພັກ ເຊິ່ງເວລາໃດກໍຖືເອົາວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ເປັນບູລິມະສິດແຖວໜ້າ ຕິດພັນກັບວຽກງານ 3 ສ້າງຂອງພັກ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍ ໄດ້ຫັນເອົາພະນັກງານລົງກໍ່ສ້າງ ຮາກຖານເມືອງ ພັດທະນາຊົນ ນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ຕາມທິດ 3 ສ້າງ ໂດຍສຸມໃສ່ສ້າງບ້ານພັດທະນາ, ບ້ານປ້ອງກັນຊາດເຂັ້ມແຂງ ຕິດພັນກັບການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ກຸ່ມບ້ານພັດທະນາຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ຖືເອົາການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດເປັນກົກ, ການພັດຖະນາເສດ ຖະກິດ, ວັດທະນະທຳສັງຄົມເປັນໃຈກາງ. ຜ່ານມາສາມາດເປີດຊຸດອົບຮົມ-ຫັດແອບ ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 3 ກຸ່ມບ້ານ ຄື: ກຸ່ມບ້ານປ່າລັນ ເມືອງໃໝ່, ກຸ່ມບ້ານນໍ້າລີ ເມືອງສຳພັນ ແລະ ກຸ່ມບ້ານລອງນາຍເກົ່າ ເມືອງບຸນໃຕ້, ເພື່ອສ້າງໃຫ້ອົງການຈັດຕັ້ງຂັ້ນບ້ານ, ກຳລັງກອງຫຼອນ, ປກສ ບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາວຽກງານດັ່ງກ່າວນີ້ໃຫ້ກາຍເປັນໜ້າ ທີ່ຂອງທົ່ວປວງຊົນ ໃນນີ້, ມີບ້ານທີ່ໄດ້ຮັບໃບຢັ້ງຢືນເປັນບ້ານປ້ອງກັນຊາດເຂັ້ມແຂງ 188 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງ ມີ 20.465 ຄອບຄົວ (ໃນທົ່ວແຂວງ) ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບກຳລັງ ປກສ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເປັນເຈົ້າການໃນການເຮັດໜ້າທີ່ຮັກສາຄວາມປອດໄພ ໃຫ້ແກ່ການນຳພັກ-ລັດແຂວງ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສຳຄັນຕ່າງໆ, ວັນບຸນສຳຄັນຂອງພັກ, ຂອງຊາດ, ຂອງກອງທັບ ແລະ ງານບຸນປະ ເພນີຂອງທ້ອງຖິ່ນ ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.
ຍ້ອນຄວາມເອົາໃຈໃສ່ຂອງປະ ທານຄະນະກໍາມະການ ປກຊ- ປກສ ແຂວງ ທີ່ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງວຽກ ງານດັ່ງກ່າວ ທັງໄດ້ລົງເລິກໃກ້ ຊິດຕິດແທດຂະບວນການວຽກ ງານຕົວຈິງ ຢູ່ບັນດາກົມກອງ ໃນທົ່ວທະຫານແຂວງ ສະນັ້ນ, ຈຶ່ງເຫັນໄດ້ຂໍ້ສະດວກ ແລະ ຂໍ້ ຫຍຸ້ງຍາກ ພ້ອມທັງໄດ້ຊຸກຍູ້ພະ ນັກງານ-ນັກຮົບ ທີ່ປະຕິບັດໜ້າ ທີ່ຢູ່ກົມກອງຮາກຖານ ເຮັດໃຫ້ ເຂົາເຈົ້າມີກຳລັງໃຈ ແລະ ຫ້າວ ຫັ້ນປະຕິບັດໜ້າທີ່ຂອງຕົນຢ່າງ ເຕັມສ່ວນ, ຫ້ອງການຄະນະກຳ ມະການ ປກຊ-ປກສ ແຂວງໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າໃນການ ປະຕິບັດສິດ, ໜ້າທີ່ ແລະ ຂອບ ເຂດຄວາມຮັບຜິດຊອບ, ເປັນ ເສນາທິການຊ່ວຍຄະນະກຳມະ ການ ປກຊ-ປກສ ແຂວງໃນ ການຊີ້ນຳກໍາລັງປະກອບອາວຸດ ເພື່ອກໍາແໜ້ນ, ຕິດຕາມສະພາບ, ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ, ຕິດຕາມກວດກາ, ປຸກລະດົມການຈັດຕັ້ງປະຕິບັດ ແນວທາງ ປກຊ-ປກສ ທົ່ວປວງ ຊົນຮອບດ້ານຂອງພັກ ແລະ ປະ ຕິບັດລະບອບສ່ອງແສງລາຍ ງານສະພາບປະຈຳອາທິດ, ປະ ຈຳເດືອນ ແລະ ປະຈຳປີ ໃຫ້ປະ ທານຄະນະກຳມະການ ປກຊ-ປກສ ແຂວງຢ່າງເປັນປົກກະຕິ, ສະເພາະກອງບັນຊາການທະ ຫານແຂວງ ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນໄດ້ເປັນໃຈກາງ, ເປັນຫຼັກແຫຼ່ງ ໃນການຊີ້ນຳການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະ, ມີຄວາມຮັບຜິດຊອບສູງ ຮັບປະກັນການເຮັດສຳເລັດໜ້າ ທີ່ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ໃນແຕ່ລະໄລຍະ ໂດຍ ໄດ້ແບ່ງຄວາມຮັບຜິດຊອບໃຫ້ ຄະນະພັກຜູ້ໜຶ່ງ ຮັບຜິດຊອບ 1-3 ກົມກອງລົງໄປຕິດຕາມ ແລະ ໃກ້ຊິດຕິດແທດ ພ້ອມກັນນັ້ນ, ຄະນະພັກ-ຄະນະບັນຊາໄດ້ຖື ເອົາການສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະ ນັກງານ-ນັກຮົບ ໂດຍການນໍາ ເອົາແຜນນະໂນບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ບັນ ດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນ ເທິງມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ຕິດພັນກັບການກໍ່ສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ, ກໍ່ສ້າງກົມກອງ-ນັກຮົບວັດທະ ນະທຳ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໃນໄລຍະ ຜ່ານມາມີໜ່ວຍພັກທີ່ໄດ້ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ຈຳນວນ 46 ໜ່ວຍພັກ, ກົມກອງ 3 ປອດປະ ເພດ I ມີ 26 ກົມກອງ, ປະເພດ II ມີ 8 ກົມກອງ ພ້ອມນີ້, ຍັງ ໄດ້ສ້າງຂະບວນການດ້ານຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບຢ່າງ ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. ດ້ານວຽກງານ ອົບຮົມຫັດແອບ, ປັບປຸງລະ ບຽບແບບແຜນ ແລະ ເຝິກຝົນ ກຳລັງແຮງກາຍ ໄດ້ເອົາໃຈໃສ່ ຊີ້ນຳບັນດາກົມກອງ ໃນການ ສ້າງແຜນອົບຮົມ-ຫັດແອບປະ ຈຳໄຕມາດເປັນປົກກະຕິ ເພື່ອ ເປັນການທົບທວນບັນດາບົດ ຮຽນທິດສະດີ ແລະ ພຶດຕິກຳ ຕົວຈິງ ໂດຍສະເພາະແມ່ນບັນ ດາທ່າຈັງຫວະສິລະປະຍຸດ-ຍຸດທະວິທີຕ່າງໆ ໃຫ້ມີຄວາມ ຄ່ອງແຄ້ວ, ຊຳນິຊຳນານ ຮັບປະ ກັນໃຫ້ແກ່ການເຄື່ອນໄຫວປະ ຕິບັດໜ້າທີ່ໃນຂອບເຂດກົມ ກອງຮັບຜິດຊອບ ເປັນຕົ້ນແມ່ນ ເຂດຊາຍແດນເຊື່ອມຈອດລະ ຫວ່າງຊາດ ໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມືແລກ ປ່ຽນສະພາບການຕ່າງໆ ເພື່ອ ຮັບປະກັນເຮັດໃຫ້ພາຍໃນແຂວງ ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າມີຄວາມ ສະດວກໃນການທຳມາຫາກິນ ແລະ ພັດທະນາເສດຖະກິດ-ສັງ ຄົມ ໃຫ້ມີຄວາມຈະເລີນກ້າວ ໜ້າຢ່າງບໍ່ຢຸດຢັ້ງ, ວຽກງານຮັບ ປະກັນດ້ານພະລາທິການ ໄດ້ສຸມ ໃສ່ແກ້ໄຂຊີວິດການເປັນຢູ່-ຄຸ້ມ ຄອງລ້ຽງດູທັບ ເປັນຕົ້ນແມ່ນ ການຕອບສະໜອງທາງດ້ານ ເຂົ້າກິນ, ເຄື່ອງອຸປະໂພກ-ບໍລິ ໂພກ, ນໍ້າມັນເຊື່ອໄຟ ປະຕິບັດ ຖືກຕ້ອງຕາມລະບອບອັດຕາທີ່ ກະຊວງປ້ອງກັນປະເທດໄດ້ກຳ ນົດໄວ້, ສຳຫຼວດ ແລະ ອອກ ແບບການປັບປຸງກໍ່ສ້າງຄ້າຍ ຄູຂອງບັນດາກົມກອງໃຫ້ມີ ຄວາມຈົບງາມ, ແໜ້ນໜາຖາ ວອນ, ການຮັບປະກັນທາງດ້ານ ສຸຂະພາບ ໄດ້ເປັນເຈົ້າການປະຕິບັດຕາມໜ້າທີ່ວິຊາສະເພາະ ໃນການຕິດຕາມກວດສຸຂະພາບ ຂອງນາຍ ແລະ ພົນທະຫານ ເພື່ອເຮັດໃຫ້ນາຍ ແລະ ພົນທະ ຫານມີສຸຂະພາບສົມບູນແຂງ ແຮງ ກຽມພ້ອມຮັບໃຊ້ໜ້າທີ່ ການເມືອງທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້. ຄຽງຄູ່ກັນ ນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມບັນດາ ກົມກອງໃນການເພີ່ມພູນຜະລິດ ຜົນ ຕາມທິດນໍາ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງ ທັບວາງອອກ ຕາມທ່າແຮງບົ່ມ ຊ້ອນຂອງກົມກອງ, ຄອບຄົວ ແລະ ບຸກຄົນ ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໂດຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ໃຫ້ດີຂຶ້ນ ເທື່ອລະກ້າວ, ວຽກງານເຕັກນິກ ໄດ້ເອົາໃຈໃສ່ຄຸ້ມຄອງພາຫະນະ ເຕັກນິກ, ອາວຸຸດ-ລູກກະສຸນ, ຕິດ ຕາມຊຸກຍູ້ພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ວິຊາສະເພາະດັ່ງ ກ່າວຢ່າງເປັນປົກກະຕິຕໍ່ເນື່ອງ, ທັງກວດກາ, ສ້ອມແປງ, ຮັກສາ ບົວລະບັດຜັດເຊັດພາຫະນະ ເຕັກນິກ, ອາວຸດ-ລູກກະສຸນໃຫ້ ນຳໃຊ້ໄດ້ຍາວນານ, ຮັບປະກັນ ເມື່ອມີສະພາບເກີດຂຶ້ນ ໃຫ້ທັນ ກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ. ວຽກ ງານພົບພັນຮ່ວມມືໄດ້ປະສານ ສົມທົບແໜ້ນກັບບັນດາກອງບັນ ຊາການທະຫານແຂວງພາກ ເໜືອ ແລະ ກອງພົນທີ 3, ແລກ ປ່ຽນສະພາບການເປັນປົກກະຕິ ຕາມການຊີ້ນຳຂອງກະຊວງ ປ້ອງກັນປະເທດ ແລະ ພົວພັນ ຮ່ວມມືກັບສາກົນ, ເພື່ອນມິດ ຍຸດທະສາດ ເປັນຕົ້ນແມ່ນພົວ ພັນຮ່ວມມືກັບກອງທັບປະຊາຊົນຫວຽດນາມ ພິເສດແມ່ນກອງບັນ ຊາການທະຫານແຂວງຜົ້ງສາລີ ໄດ້ເຄື່ອນໄຫວແຮກສ່ຽວກັບ ກອງບັນຊາການທະຫານແຂວງ ດຽນບຽນ, ແຂວງຕວຽນກວາງ ແລະ ກອງບັນຊາການທະຫານ ເຂດ 2 ກອງທັບປະຊາຊົນຫວຽດ ນາມ ເພື່ອປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກ ຄີພິເສດລະຫວ່າງສອງພັກ, ສອງຊາດ, ສອງກອງທັບ ລາວ- ຫວຽດນາມ ໃຫ້ໝັ້ນຄົງຂະໜົງ ແກ່ນຊົ່ວກາລະນານ ແລະ ສປ ຈີນ ກໍແມ່ນຄູ່ຮ່ວມສະຕາກໍາໃນ ການພົວພັນຮ່ວມມືສອງຝ່າຍ ໃນການແລກປ່ຽນສະພາບການ ຕ່າງໆ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ, ມີການພົບປະ ແລກປ່ຽນຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ເຮັດໃຫ້ ສະພາບຊາຍແດນມີຄວາມສະ ຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ