ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ດຳເນີນກອງປະຊຸມສະໄໝສາມັນເທື່ຶອທີ 7 ຂອງສະພາປະຊາຊົນແຂວງໄຍະບູລີ ຊຸດທີ I
ເວລາອອກຂ່າວ: 2019-07-22 10:43:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ I ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2019 ຢູ່ທີ່ຫ້ອງປະ ຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໂດຍການເປັນ ປະທານຂອງ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ກຳ ມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆໄຊຍະບູລີ ມີບັນດາຄະນະປະຈຳສະພາແຫ່ງ ຊາດ, ກຳມະການປະຈຳພັກ ແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 11 ເມືອງ, ມີສະມາ ຊິກສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງທີ 7, ອະດີດການນຳ ຂອງແຂວງ, ອະດີດສະມາຊິກສະ ພາແຫ່ງຊາດ, ສະມາຊິກສະພາ ປະຊາຊົນແຂວງ, ນັກປະຕິວັດອາ ວຸໂສບຳນານ, ຜູ້ຊົງຄຸນວຸດທິ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ນັກທຸລະກິດ ແລະ ຜູ້ປະກອບ ການເຂົ້າຮ່ວມ. ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ ໄດ້ກ່າວ ໄຂກອງປະຊຸມສະໄໝສາມັນເທື່ອ ທີ 7 ວ່າ: ກອງປະຊຸມຄັ້ງນີ້ພວກ ເຮົາຈະໄດ້ສຸມໃສ່ພິຈາລະນາ ແລະ ຮັບເອົາບັນດາເນື້ອໃນທີ່ສຳຄັນ ເຊັ່ນ: ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານຂອງທ່ານເຈົ້າ ແຂວງກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດຂັ້ນແຂວງ 6 ເດືອນຕົ້ນ ປິີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019. ຜົນການຈັດ ຕັ້ງປະຕິບັດມະຕິກອງປະຊຸມສະ ພາ ປະຊາຊົນແຂວງ ສະບັບເລກທີ 011/ສພຂ ລົງວັນທີ 30 ມັງກອນ 2019 ກ່ຽວກັບວຽກງານຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕິດພັນກັບແຜນການ ຈັດຕັ້ງປະຕິບັດກິດຈະກຳທ່ອງ ທ່ຽວ ລາວ-ຈີນ ປີ 2019 ຢູ່ ແຂວງໄຊຍະບູລີ. ຮັບຟັງການ ແຈ້ງຜົນພິຈາລະນາຮັບຮອງເອົາ ການສະເໜີຂອງທ່ານເຈົ້າແຂວງ ກ່ຽວກັບການຍົກຍ້າຍແຕ່ງຕັ້ງ ເຈົ້າເມືອງ ແລະ ຫົວໜ້າພະແນກ ການຂອງແຂວງ, ພິຈາລະນາຮັບຮອງເອົາບົດລາຍງານຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກ່ຽວ ກັບແຜນຈັດສັນທີ່ດິນຂອງແຂວງ ໄຊຍະບູລີ ການຄຸ້ມຄອງທີ່ດິນ ແລະ ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ, ບົດລາຍງານພະແນກກະສິກຳ ແລະ ປ່າໄມ້ແຂວງໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາ ປະຊາຊົນແຂວງ ສະບັບເລກທີ 11/ສພຂ.ຊຍ ລົງວັນທີ 30 ມັງ ກອນ 2019 ກ່ຽວກັບການຟື້ນຟູ ປ່າໄມ້ ແລະ ປູກປ່າທົດແທນທີ່ຕິດ ພັນກັບການນຳໃຊ້ງົບປະມານ ຂອງລັດທຶນຈາກໂຄງການພັດ ທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍ ເຫຼືອລ້າຈາກຕ່າງປະເທດ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ. ຟັງ ການລາຍງານຂອງພະແນກຍຸຕິ ທຳແຂວງກ່ຽວກັບຜົນການຈັດ ຕັ້ງປະຕິບັດກອງປະຊຸມສະພາ ປະຊາຊົນແຂວງ ສະບັບເລກທີ 14/ສພຂ ລົງວັນທີ 5 ກຸມພາ 2018 ວ່າດ້ວຍການຈັດຕັ້ງປະຕິ ບັດຄຳຕັດສິນຂອງສານພິຈາລະ ນາ ແລະ ຮັບຮອງເອົາບົດລາຍ ງານຂອງອົງການໄອຍະການປະ ຊາຊົນແຂວງກ່ຽວກັບການຕິດ ຕາມກວດກາການປະຕິບັດກົດ ໝາຍຂອງອົງການສືບສວນ-ສອບສວນຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6, ຟັງການ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາປະຊາ ຊົນແຂວງໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ທິດທາງແຜນການຮອດ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດ ທີ I. ກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາຄິດຄໍາເຫັນຂອງ ຕາງໜ້າປະຈຳສະພາປະຊາຊົນ ແຂວງ, ຟັງການຕອບຂໍ້ຊັກຖາມ ແລະ ຊີ້ແຈງກັບທີ່ຂອງບັນດາ ພະແນກການກ່ຽວຂ້ອງ ພ້ອມ ດຽວກັນນີ້ກອງປະຊຸມຈະໄດ້ຮັບ ຟັງການສະເໜີຮ່າງມະຕິ ແລະ ລົງຄະແນນສຽງຮັບຮອງເອົາບັນ ດາບົດລາຍງານຂອງພາກສ່ວນ ກ່ຽວຂ້ອງທີ່ສະເໜີຕໍ່ກອງປະຊຸມ; ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ສະມາ ຊິກສະພາປະຊາຊົນແຂວງຈົ່ງໄດ້ ເຊີດຊູຄວາມຮັບຜິດຊອບຂອງຕົນ ສຸມທຸກສະຕິປັນຍາປະກອບຄຳ ຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ່ອງແສງໃຫ້ຖືກຕ້ອງກັບ ສະພາບຕົວຈິງຂອງທ້ອງຖິ່ນ, ຄົ້ນຄວ້າວິເຄາະວິໄຈຕໍ່ເນື້ອໃນ ທີ່ນຳມາຜ່ານ ແລະ ພິຈາລະນາຢູ່ ໃນກອງປະຊຸມຄັ້ງນີ້ໃຫ້ເລິກເຊິ່ງ ເຖິງຖອງຄົບຖ້ວນຮອບດ້ານ ທັງ ຮັບປະກັນຄວາມຖືກຕ້ອງ, ສອດ ຄ່ອງກັບແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດປະກອບສ່ວນເຂົ້າໃນການປະ ຕິບັດສອງໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ພັດທະນາປະ ເທດຊາດຕາມທິດສີຂຽວຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ, ກອງປະ ຊຸມຈະໃຊ້ເວລາ 3 ວັນຈຶ່ງສຳເລັດ. ໂດຍ: ບຸນທີ ແສງຈັນທະລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ