
ເຈົ້າແຂວງເຊກອງ ມອບວັດຖຸປັດໄຈ ແລະ ອຸປະກອນຮັບໃຊ້ ໃຫ້ໂຮງຮຽນການທະຫານທະຫານທ້ອງຖິ່ນ ແຂວງເຊກອງ
ເວລາອອກຂ່າວ: 2025-05-14 10:11:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4127 | ຄວາມນິຍົມ:
ວັນທີ 13 ພຶດສະພາ 2025 ນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະນໍາຂອງແຂວງ, ໄດ້ນໍາເອົາ ວັດຖຸປັດໃຈ ແລະ ອຸປະກອນຮັບໃຊ້ ມາຊ່ວຍເຫຼືອ ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ເພື່ອເປັນການປັບປຸງບູລະນະ ສະຖານທີ່ຄ້າຍຄູ ທີ່ເປ້ເພເສຍຫາຍຈາກໄພພິບັດທາງທຳມະຊາດ, ຕ່າງໜ້າກອງບັນຊາການເຂົ້າຮ່ວມມີສະຫາຍ ພັນເອກ ສີດາວົງ ດວງປານີ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ,ບັນດາສະຫາຍທີ່ກ່ຽວຂ້ອງຂັ້ນແຂວງ ແລະ ກ່າວຮັບເຄື່ອງດັ່ງກ່າວໂດຍ ສະຫາຍ ພັນໂທ ເພັດສະຫວັນ ເຮືອງປັນຍາ ຫົວໜ້າການເມືອງໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງພ້ອມຄະນະ.
ສະຫາຍ ພັນໂທ ເພັດສະຫວັນ ເຮືອງປັນຍາ ໃຫ້ຮູ້ວ່າ: ໂຮງຮຽນການທະຫານທ້ອງຖິ່ນ ນັບແຕ່ໄດ້ຮັບການສ້າງຕັ້ງໃນວັນທີ 15 ມີນາ 1985 ແມ່ນໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ເຮັດໜ້າທີ່ການເມືອງ ມີຜົນສຳເລັດຕາມລະດັບຄາດໝາຍເປັນຢ່າງດີ ແລະ ໃນປີ 2025 ນີ້ ກໍໄດ້ເປີດຮຽນກໍ່ສ້າງນາຍສິບ ເປັນຊຸດທີ່ 9 ເຊິ່ງມີຈຳນວນນັກຮຽນທັງໝົດ 70 ສະຫາຍ, ມາຈາກຕ່າງແຂວງ 16 ສະຫາຍ, ເປີດອົບຮົມທະຫານ ໄລຍະ 3 ເດືອນ ມີຈຳນວນ 34 ສະຫາຍ, ຍິງ 10 ສະຫາຍ, ຄຽງຄູ່ກັບການສອນກໍ່ສ້າງທະຫານແລ້ວ; ໂຮງຮຽນການທະຫານທ້ອງຖິ່ນ ຍັງໄດ້ເປັນເຈົ້າການປັບປຸງ, ສ້ອມແປງອາຄານ, ສະຖານທີ່ພາຍໃນໂຮງຮຽນ ເພື່ອເຮັດໃຫ້ບ່ອນເຮັດວຽກຂອງອ້າຍ-ນ້ອງທະຫານ ມີຄວາມໝັ້ນຄົງ ແລະ ໃນຕົ້ນປີ 2025 ໂຮງຮຽນ ກໍໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເຮັດໃຫ້ອາຄານ ແລະ ບ່ອນປະຈໍາການ ບາງສ່ວນ ເກີດຄວາມເສຍຫາຍ.
ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ເວົ້າສະເພາະກໍ່ຄື ຄະນະພັກຄະນະບັນຊາໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ທີ່ສາມາດຍາດໄດ້ຜົນສໍາເລັດໃນໄລຍະທີ່ຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານ ເປັນເຈົ້າການເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຍຸດທະວິທີ, ວິຊາສະເພາະຢ່າງຕັ້ງໜ້າ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູຕະຫຼອດເວລາ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ນຳເອົາບົດຮຽນໄປນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ.
ໂອກາດນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອເຊິ່ງ ປະກອບມີ ເງິນສົດ 60 ລ້ານກີບ, ຄອມພິວເຕີຕັ້ງໂຕະ ຈໍານວນ 2 ຊຸດ ແລະ ປູນ 2 ໂຕນລວມມູນຄ່າ ເກືອບ 80 ລ້ານກີບ. ມອບໃຫ້ ຄະນະພັກຄະນະບັນຊາໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ.
ສະຫາຍ ພັນໂທ ເພັດສະຫວັນ ເຮືອງປັນຍາ ໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນອັນຫຼົ້ນເຫຼື່ອຕໍ່ ສະຫາຍ ເຫຼັກໄຫຼ ສີວິໄລ ພ້ອມຄະນະທີ່ໄດ້ນຳເອົາວັດຖຸປັດໄຈ ແລະ ອຸປະກອນຮັບໃຊ້ ມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳເອົາວັດຖຸດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຕົວຈິງຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ສີອະນຸສັກ ຄໍາເຮືອງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ