ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-05-15 08:53:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3016 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ນາງ ຈັນທະບູນ ໂພສາລາດ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຜູ້ຕາງໜ້າກົມພະນັກງານ, ກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກອງບັນຊາການ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ອີງຕາມ ກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ. ກະຊວງປ້ອງກັນປະເທດ ຕົງລົງ ແຕ່ງຕັ້ງ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເປັນຮັກສາການ ຫົວໜ້າການເມືອງ ທັງເປັນເລຂາຄະນະພັກກອງບັນຊາການທະຫານແຂວງວຽງຈັນ (ປ່ຽນແທນ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ກົມການເງິນ ກົມໃຫຍ່ພະລາທິການກອງທັບ). ຈາກນັ້ນ, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ຜູ້ເກົ່າ ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມທັງ ລົງນາມບົດບັນທຶກມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ຜູ້ເກົ່າ ແລະ ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນນໍາພາ-ບັນຊາເຂັ້ມງວດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນໍາພາ ຂອງພັກ-ລັດ, ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ສຸມທຸກເຫື່ອແຮງສະຕິປັນຍາ ຄວາມຮູ້ ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ