ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກົມ​ກົດ​ລັບ ມອບ​ຈັກ​ກົດ​ລັບ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງບໍ​ລິ​ຄຳ​ໄຊ
ເວລາອອກຂ່າວ: 2025-05-15 09:30:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3163 | ຄວາມນິຍົມ:



ວັນ​ທີ 12 ພຶດສະພາ 2025 ນີ້, ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ນຳ​ເອົາ​ຈັກ​ກົດ​ລົບ​ລະຫັດ​ເອັມ​ແຟັກ (MFAX) ຈຳນວນ 4 ຊຸດ ແລະ ຈັກ​ລະ​​ຫັດ​ໄອ​ໂຟນ 16 (APHONE -16) ຈຳນວນ 4 ຊຸດ ລວມ​ມູນ​ຄ່າ​ທັງ​ໝົດ 100.000.000 ກີບ ໄປ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ໂທ ໄຮ​ເທັກ ບຸນ​ທຽມ ຫົວໜ້າ​ການ​ທະຫານ ສູນ​ເຕັກນິກ ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ກ່າວ​ຮັບ​ໂດຍ​ ສະຫາຍ ພັນ​ເອກ ຈັນ​ນີ ສີ​ສຸກ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ ບໍ​ລິ​ຄຳ​ໄຊ ພ້ອມ​ດ້ວຍ​ຄະນະ​, ຫ້ອງ​ເສນາ, ພະ​ແນກການ, ພະນັກງານ​ວິຊາ​ສະເພາະ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ຈັນ​ນີ ສີ​ສຸກ ໄດ້​ສະແດງ​ຄວາມ​ຂອບໃຈຕໍ່​ຄະນະ​ນຳ​ກົມ​ກົດ​ລັບ ທີ່​ເຫັນ​ໄດ້​ຄວາມ​ຈຳເປັນ​ໃນ​ການ​ນຳ​ໃຊ້​ວັດຖຸ​ອຸປະກອນ​ດັ່ງກ່າວ ເພຶ່ອ​ຮັບປະກັນ​ເຮັດ​ໃຫ້​ວຽກ​ງານ​ວິຊາ​ສະເພາະ​ກົດ​ລັບ ມີ​ຄວາມ​ກຽມພ້ອມ​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ນາງ ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ