
ສຸມໃສ່ບຳລຸງສ້າງນາຍທະຫານ ກໍ່ສ້າງຮາກຖານການເມືອງ ແລະ ນະໂຍບາຍ
ເວລາອອກຂ່າວ: 2025-05-15 09:33:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3659 | ຄວາມນິຍົມ:
ສະຫາຍ ພັນໂທ ສຸກ ອິນທະມູນ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໂຮງຮຽນທິດສະດີການເມືອງກອງທັບ ໃຫ້ຮູ້ວ່າ: ການບຳລຸງ ວຽກງານກໍ່ສ້າງຮາກຖານ ຊຸດທີ XV ແລະ ບຳລຸງວຽກງານ ນະໂຍບາຍ ໃນກອງທັບ ຊຸດທີ I ສົກຮຽນ 2024-2025 ຢູ່ໂຮງຮຽນທິດສະດີການເມືອງກອງທັບ ມີຈຸດປະສົງ ເພື່ອແນໃສ່ຍົກສູງລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານນຳ ພາ-ບັນຊາ ຢູ່ໃນຖັນແຖວກອງ ທັບ ໂດຍສະເພາະແມ່ນພະນັກ ງານທີ່ເປັນເສນາທິການດ້ານວິຊາສະເພາະວຽກງານກໍ່ສ້າງຮາກຖານ ແລະ ວຽກງານນະ ໂຍບາຍໃນກອງທັບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ທາງດ້ານທິດສະດີຫຼັກ ການກ່ຽວກັບວຽກງານກໍ່ສ້າງຮາກຖານ ແລະ ວຽກງານນະໂຍ ບາຍຢ່າງເປັນລະບົບ ແລະ ມີຄວາມສາມາດໃນການຈັດຕັ້ງປະຕິບັດຢູ່ແຕ່ລະອົງການ, ກົມກອງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງກັບທິດຊີ້ນຳຂອງກະຊວງປ້ອງກັນປະເທດວາງອອກ, ບຳລຸງໃຫ້ພະ ນັກງານວິຊາສະເພາະຕ້ອງກຳ ແໜ້ນທາງດ້ານທິດສະດີຫຼັກ ການ, ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຕົວຈິງ ຢູ່ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວປະເທດ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງ.
ເຊິ່ງຊຸດບຳລຸງວຽກງານກໍ່ ສ້າງຮາກຖານ ແລະ ວຽກງານ ນະໂຍບາຍໃນກອງທັບ ໄລຍະ 3 ເດືອນ ມີຈຳນວນພົນທັງໝົດ 60 ສະຫາຍ, ທີ່ມາຈາກກຳລັງຫຼວງ-ກຳລັງທ້ອງຖິ່ນ, ເປັນພະນັກງານນຳພາ-ບັນຊາ ຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຊ່ວຍວຽກພະ ແນກ ແລະ ຊ່ວຍຂະແໜງຢູ່ໃນ ບັນດາກົມກອງໃນກອງທັບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາຜົນໄດ້ຮັບທັງສອງລະບົບ ຄື: ຄະແນນເກຣດ A ກວມເອົາ 5%, ຄະແນນເກຣດ B+ ກວມເອົາ 90% ແລະ ຄະແນນເກຣດ B ກວມເອົາ 5%.
ສະຫາຍ ຫົວໜ້າຫ້ອງອົບຮົມ-ກໍ່ ສ້າງຍັງກ່າວຕື່ມອີກວ່າ: ຜົນສຳ ເລັດທີ່ຍາດມາໄດ້ນັ້ນ ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄູ-ອາຈານ ແລະ ນັກເຝິກອົບຮົມທຸກສະຫາຍທີ່ໄດ້ ພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນສາມາດໄດ້ຜົນສຳເລັດຢ່າງຈົບງາມ. ເຊິ່ງມັນສະແດງເຖິງຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນການຄຸ້ມຄອງ, ບັນຊາ, ຖ່າຍທອດຄວາມຮູ້, ຄວາມສາມາດຕ່າງໆຂອງ ຄູ-ອາຈານ ແລະ ນັກເຝິກອົບຮົມທີ່ຕັ້ງໜ້າເອົາໃຈ ໃສ່ຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ບັ້ນເຝິກອົບຮົມມີຜົນສຳເລັດສູງ ແລະ ໃຫ້ນັກເຝິກອົບຮົມທັງສອງລະບົບ ຈົ່ງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່, ມີຄວາມເຂັ້ມແຂງ ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄື ຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ວິຊາສະເພາະ, ມີແບບແຜນວິທີເຮັດວຽກ ກໍຄື ແບບແຜນດຳລົງຊີວິດໃຫ້ມີການພັດທະນາດີຂຶ້ນ ເພື່ອປະກອບສ່ວນສ້າງກອງທັບ ກໍຄື ກົມກອງທ້ອງຖິ່ນໃຫ້ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ