
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ກວດກາໂຄງການກໍ່ສ້າງ ກອງພັນສ້ອມແປງເຄື່ອນທີ ເລກ 1
ເວລາອອກຂ່າວ: 2025-05-15 10:40:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2913 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2025 ນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ໄດ້ລົງເຄື່ອນໄຫວກວດກາໂຄງການກໍ່ສ້າງ ກອງພັນສ້ອມແປງເຄື່ອນທີ່ ເລກ 1 ຢູ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີຄະນະກົມກໍ່ສ້າງ, ກົມກວດກາ, ກົມເຕັກນິກເຫຼົ່າຮົບ, ກົມເສນາເຕັກນິກ ແລະ ບໍລິສັດ PSL ກໍ່ສ້າງຄົບວົງຈອນ ແລະ ພະນັກງານ-ວິຊາການເຂົ້າຮ່ວມ.
ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການກໍ່ສ້າງພື້ນ ຖານໂຄງລ່າງ ແລະ ສະພາບຂໍ້ສະດວກຂໍ້ຫຍຸ້ງຍາກໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງ ກໍຄືໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ທີ່ເປັນຈຸດສຸມຕົວແບບ ໃນທຸກດ້ານ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງເມື່ອມີຄໍາສັ່ງ. ນອນນັ້ນກໍຍັງເປັນການປັບປຸງກົມກອງໃຫ້ມີບາດກ້າວທີ່ເຂັ້ມແຂງ ແລະ ທັນສະໄໝເປັນກ້າວໆ. ເຊິ່ງໂຄງການດັ່ງກ່າວ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 19 ມັງກອນ 2025 ກໍານົດເວລາໃນການກໍ່ສ້າງ 12 ເດືອນ ໂດຍແມ່ນຂັ້ນເທິງສະໜອງທຶນໃຫ້ ແລະ ເຊິ່ງໂຄງການດັ່ງກ່າວນີ້ແມ່ນຈະສຳເລັດການກໍ່ສ້າງ ໃນປີ 2026.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ