
ສູນເສຍອົງຄະພິເສດ 790 ເປີດອົບຮົມ-ຫັດແອບ ການເມືອງ ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2025
ເວລາອອກຂ່າວ: 2025-05-16 09:24:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2390 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2025 ນີ້, ສູນເສຍອົງຄະພິເສດ 790 ໄດ້ເປີດພິທີອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ
2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ ຫົວໜ້າການເມືອງ ສູນເສຍອົງຄະພິເສດ 790, ມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບ ທ່ົວສູນເສຍອົງຄະພິເສດ 790 ເຂົ້າຮ່ວມ.
ສະຫາຍ ສະຫາຍ ພອນປະເສີດ ສີບຸນເຮືອງ ຊ່ວຍວຽກອົບຮົມ ສູນເສຍອົງຄະພິເສດ 790 ໄດ້ຜ່ານແຜນການຫັດແອບ ໂດຍອີງຕາມ ຄຳສັ່ງອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ- ເຕັກນິກ ປະຈຳປີ 2023 ໃຫ້ແກ່ກຳລັງຫຼວງ, ກຳລັງທ້ອງຖິ່ນໃນທົ່ວກອງທັບ ຂອງກົມໃຫຍ່ເສນາທິການ.
ອີງຕາມ ຄຳສັ່ງແນະນຳ ຂອງກົມອົບຮົມ ວ່າດ້ວຍການອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍປະຈຳປີ 2022. ອີງຕາມ ແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2025 ຂອງສູນເສຍອົງຄະພິເສດ 790. ດັ່ງນັ້ນ, ສູນເສຍອົງຄະພິເສດ 790 ຈຶ່ງໄດ້ສ້າງແຜນການອົບຮົມ-ຫັດແອບ ໃຫ້ພະນັກງານ-ນັກຮົບ ປະຈຳປີ 2025. ການອົບຮົມ-ຫັດແອບ ໃນຄັ້ງນີ້ ແມ່ນແນ ໃສ່ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຊື່ອມຊຶມຕໍ່ໜ້າທີ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕາມແນວທາງແຜນນະໂຍບາຍ ຂອງພັກ-ລັດວາງອອກໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ເພື່ອເຝິກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດສິນທຳປະຕິບັດ, ມີລະບຽບວິໄນເຂັ້ມງວດປະຕິບັດລະບຽບແຜນ ຂອງກອງທັບ ແລະ ລະບຽບກົດໝາຍຂອງລັດວາງອອກໃຫ້ຖືກຕ້ອງ; ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ ທາງດ້ານສິລະປະຍຸດ, ຍຸດທະວິທີ ຂອງທະຫານຮາບ ເພື່ອນຳໃຊ້ເຂົ້າ ໃນການປະຕິບັດໜ້າທີ່ສູ້ຮົບເພື່ອໃຫ້ໄດ້ຮັບຜົນ. ຄາດວ່າພະນັກງານ-ນັກຮົບ ທີ່ໄດ້ອົບຮົມ-ຫັດແອບຕ້ອງກຳແໜ້ນທິດສະດີຫຼັກການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເຄື່ອນໄຫວສູ້ຮົບໄດ້ດີ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ຕ້ອງຊຳນິຊຳນານໃນການຈັດຕັ້ງປະຕິບັດການຍິງເປົ້າໝາຍດ້ວຍລູກປືນແທ້, ຍິງທຳລາຍບັນດາເປົ້າໝາຍ ໃຫ້ໄດ້ຢ່າງ ແມ້ນຢໍາ, ສ້າງໃຫ້ໄດ້ນັກຍິງເກັ່ງ 85% ຂຶ້ນໄປ; ຕ້ອງໃຫ້ຮັບປະກັນຄວາມປອດໄພຄົນ ແລະ ພາຫະນະໃຫ້ໄດ້ 100%.
ສ່ວນເນື້ອໃນການອົບຮົມ-ຫັດແອບມີຄື: ວິຊາການເມືອງ 28 ຊົ່ວໂມງ, ພະລາທິການ-ເຕັກນິກ 35, ເສນາຮັກ 14, ບໍລິຫານ-ສັງລວມ 14, ການທະຫານ 98, ລະບຽບ 42, ກີລາການທະຫານ 7, ສິລະປະຍຸດ 14 ແລະ ຫັດແອບວິຊາຫັດແອບປະສານ ແລະ ຍິງລູກປືນແທ້ 32 ຊົ່ວໂມງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ