
ກອງພັນໃຫຍ່ 202 ເຜີຍແຜ່ມະຕິ ຂອງຄະນະພັກ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-05-16 09:28:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2988 | ຄວາມນິຍົມ:
ວັນທີ 13 ພຶດສະພາ 2025 ນີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມເຜີຍແຜ່ມະຕິຕົກລົງຂອງກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສອນເພັດຈັນສົມ ຮອງເລຂາຄະນະພັກ
ຫົວໜ້າການທະຫານ ກອງພົນທີ 2, ມີຫ້ອງການ, ພະແນກການຈາກກອງພົນ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202, ພະແນກການ, ຂະແໜງການ, ກົມກອງພ້ອມດ້ວຍພະນັກງານສະມາຊິກເຂົ້າຮ່ວມ.
ສະຫາຍ ພັນໂທ ສົມຈິດ ສຸລິວັນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ຂອງກອງພົນທີ 2 ສະໄໝທີ VII. ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ V ມາດຕາ 29 ຂໍ້ ກ, ອີງຕາມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງວັນທີ 8 ມັງກອນ 2025. ຄະນະພັກກະຊວງປ້ອງກັນປະເທດຕົກລົງ ຮັບຮອງເອົາຄະນະບໍລິຫານງານພັກ ກອງພົນທີ 2 ສະໄໝທີ VII ຕາມຜົນການເລືອກຕັ້ງ ຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ອົງຄະນະພັກ ກອງພົນທີ 2 ຈຳນວນ 11 ສະຫາຍ, ຮັບຮອງເອົາຄະນະປະຈຳພັກ ກອງພົນທີ 2 ສະໄໝທີ VII ຈຳນວນ 3 ສະຫາຍ ແລະ ຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກ, ຮັບຮອງເອົາປະທານ, ຮອງປະທານຄະນະກວດກາພັກ ກອງພົນທີ 2 ສະໄໝທີ VII ດັ່ງນີ້: ສະຫາຍ
ພົນຈັດຕະວາ ຄຳດີ ໄຊຍະວົງ ເປັນເລຂາຄະນະບໍລິຫານງານພັກ, ພັນເອກ ສອນເພັດ ຈັນສົມ ເປັນຮອງເລຂາຄະນະບໍລິຫານງານພັກ, ພັນໂທ ບຸນເດີມ
ດວງຈຳປາ ເປັນປະທານຄະນະກວດກາພັກ, ພັນໂທ ວົງສະໝອນ ອຸ່ນດາລາ ເປັນຮອງປະທານຄະນະກວດກາພັກ, ພັນໂທ ສຸວັນ ອ່ອນສະຫງ່າ ເປັນຮອງປະທານຄະນະກວດກາພັກ. ແລະ ຜ່ານມະຕິຕົກລົງ ຂອງຄະນະພັກ ກອງພົນທີ 2 ວ່າດ້ວຍການກຳນົດໜ້າທີ່ ຂອງຄະນະບໍລີິຫານງານພັກ ກອງພົນທີ 2 ສະໄໝທີ VII, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງຊີ້ນຳບັນດາກົມກອງ ທົ່ວກອງພົນທີ 2. ຈາກນັ້ນ, ໄດ້ຜ່ານມະຕິນຳພາຂອງຄະນະພັກກອງພົນທະຫານຮາບທີ 2 ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕື່ມອີກ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ສອນເພັດ ຈັນສົມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນ
ຫາສຳຄັນ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ໃນການຫັນລົງກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ຮັກສາຄວາມສາມັກຄີພາຍໃນພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກ ໂດຍປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ມີສະຕິລະວັງຕົວຕ້ານ ແລະ ສະກັດກັ້ນປະກົດການ
ຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນ, ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງໜັກແໜ້ນ, ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະວັດຖຸສິ່ງຂອງ ທີ່ຂັ້ນເທິງປະກອບບໍ່ໃຫ້ເປ່ເພເສຍຫາຍ ແລະ ໃຫ້ສາມາດນຳໄຊ້ໄດ້ໃນເວລາຕ້ອງການ, ເອົາໃຈໃສ່ວຽກງານປັບປຸງແກ້ໄຂຊີວິດການເປັນຢູ່ ນຳໃຊ້ກຳລັງທ່າແຮງ
ບົ່ມຊ້ອນຂອງກົມກອງ ໃຫ້ແທດເໝາະກັບເງື່ອນໄຂສະພາບຕົວຈິງຂອງກົມກອງ, ພ້ອມກັນພັດທະນາກົມກອງໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ