
5 ປີຜ່ານມາ ສະຫະພັນແມ່ຍິງກອງທັບ ສ້າງໄດ້ຜົນສຳເລັດຫຼາຍດ້ານ
ເວລາອອກຂ່າວ: 2025-05-16 09:31:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2541 | ຄວາມນິຍົມ:
ເບິ່ງຄືນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມຜູ້ແທນ ສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ VIII ໃນໄລຍະ 5 ປີຜ່ານ ມາ, ໂດຍສັງລວມແລ້ວ ເຫັນວ່າ ໄດ້ຮັບການຈັດຕັ້ງປະຕິບັດມີ ໝາກຜົນຕົວຈິງ ແລະ ສ້າງໄດ້ ຜົນງານພົ້ນເດັ່ນຫຼາຍດ້ານ, ບົນພື້ນຖານເອື້ອຍນ້ອງສະຫະພັນແມ່ຍິງທົ່ວກອງທັບ ໄດ້ເອົາໃຈໃສ່ສຸມເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮັບຜິດຊອບໃນການປະ ຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະກອບສ່ວນສຳຄັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ໄດ້ຮັບການປັບ ປຸງດີຂຶ້ນ, ເຮັດໃຫ້ຄວາມສະເໝີ ພາບລະຫວ່າງ ຍິງ-ຊາຍ ຢູ່ໃນຄອບຄົວ ແລະ ສັງຄົມ ກາຍເປັນຮູບປະທຳເທື່ອລະກ້າວ.
ອີງໃສ່ບົດລາຍງານການເມືອງທີ່ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວ, ຫົວໜ້າຫ້ອງການສະ ຫະພັນແມ່ຍິງກອງທັບ ລາຍງານຕໍ່ກອງປະຊຸມຜູ້ແທນສະຫະພັນ ແມ່ຍິງທົ່ວກອງທັບ ຄັ້ງທີ IX ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນໃນທົ່ວກອງທັບ ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມ ຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ VIII ເຊິ່ງໄດ້ຫັນເປັນແຜນການອັນລະອຽດ, ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງ ສະຫະພັນແມ່ຍິງບັນດາກົມກອງ ຮາກຖານ ສາມາດສ້າງໄດ້ຜົນ ສຳເລັດຫຼາຍດ້ານ ໃນນີ້, ອັນຕົ້ນຕໍແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເຮັດດ້ວຍຫຼາຍຮູບການ, ແທດເຖິງແຕ່ລະເປົ້າໝາຍ, ສອດຄ່ອງກັບເງື່ອນໄຂຕົວຈິງ ເຮັດໃຫ້ຄະ ນະນຳແມ່ຍິງ ຕະຫຼອດຮອດສະ ມາຊິກແມ່ຍິງໃນກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ມີສະຕິລະວັງຕົວຕໍ່ ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ຮັກສາວັດ ທະນະທຳອັນດີງາມຂອງຊາດ, ເສີມຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ແລະ ມີຄວາມເຕີບໃຫຍ່ ເຂັ້ມແຂງ ສາມາດເຄື່ອນໄຫວ ຕາມພາລະບົດບາດຂອງແມ່ຍິງຢ່າງແຂງແຮງ. ປັດຈຸບັນການ ຈັດຕັ້ງສະຫະພັນແມ່ຍິງກອງທັບ ມີພະແນກສະຫະພັນແມ່ຍິງຢູ່ບັນດາກົມກອງກຳລັງຫຼວງ 21 ພະແນກ, 15 ຂະແໜງ ແລະ 1 ໜ່ວຍເອກະລາດ, ມີ 4 ຮາກຖານ, ມີໜ່ວຍສະຫະພັນແມ່ຍິງຂຶ້ນກັບຮາກຖານ 551 ໜ່ວຍ ໃນນັ້ນ, ແຕ່ງຕັ້ງເພີ່ມໃໝ່ 2 ພະແນກ, 1 ຂະແໜງ (ເນື່ອງຈາກເປັນກົມກອງສ້າງຕັ້ງໃໝ່), ມີສະມາຊິກແມ່ຍິງທັງໝົດ 14.218 ສະຫາຍ, ເປັນສະມາຊິກສະຫະພັນແມ່ຍິງ 13.791 ສະຫາຍ, ຂະຫຍາຍໃໝ່ 11 ສະຫາຍ, ເປັນສະມາຊິກພັກສົມບູນ 8.578 ສະຫາຍ, ສະມາຊິກພັກສຳຮອງ 639 ສະຫາຍ, ສະມາຊິກຊາວໜຸ່ມ 7.815 ສະຫາຍ, ສະມາຊິກກຳ ມະບານ 1.355 ສະຫາຍ, ກຳ ລັງທ້ອງຖິ່ນປະກອບມີ 18 ພະແນກ, ມີສະມາຊິກແມ່ຍິງ 5.786 ສະຫາຍ, ດ້ວຍຄວາມຮູ້ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເອື້ອຍນ້ອງແມ່ຍິງ ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ເປັນເລຂາ-ຮອງເລຂາ ແລະ ກຳມະການຄະນະພັກຮາກຖານລວມ 12 ສະຫາຍ, ເປັນເລຂາ-ຮອງເລຂາ ແລະ ຄະນະໜ່ວຍພັກ 457 ສະຫາຍ, ເປັນຫົວໜ້າ ຮອງຫົວໜ້າຫ້ອງການ 10 ສະຫາຍ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ 503 ສະ ຫາຍ, ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ 849 ສະຫາຍ ແລະ ພະນັກງານວິຊາການຂັ້ນຕ່າງໆ 4.247 ສະຫາຍ; ຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເປັນເຈົ້າການປະສານສົມທົບກັບຄະນະພັກ-ຄະນະບັນຊາ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ສະມາຊິກແມ່ຍິງໄດ້ຮັບການພັດທະນາ ເປັນຕົ້ນການສ້າງແຜນກຳນົດສ້າງພະນັກງານເພດ ຍິງສືບທອດປ່ຽນແທນວຽກງານແມ່ຍິງໃຫ້ໄດ້ສາມຮຸ່ນ (ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ), ການບຳລຸງຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ ແລະ ພາສາຕ່າງປະເທດ ດ້ວຍຫຼັກສູດໄລຍະສັ້ນ ແລະ ກໍ່ສ້າງໄລຍະຍາວ, ທັງພາຍໃນ ແລະ ຕ່າງປະເທດ, ຄະນະນຳແມ່ຍິງ ໄດ້ໄປຍົກລະດັບວຽກງານສະ ຫະພັນແມ່ຍິງ ທັງພາຍໃນ ແລະ ຕ່າງປະເທດ ເຝິກອົບຮົມໄລຍະສັ້ນ ຢູ່ ສສ ຫວຽດນາມ 4 ຄັ້ງມີ 61 ສະຫາຍ, ເຝິກອົບຮົມວຽກງານບໍລິຫານຫ້ອງການ, ວຽກງານຊາວໜຸ່ມ, ວຽກງານກຳມະບານ, ວຽກງານພິພິທະພັນປະຫວັດສາດ, ວຽກງານສື່ ມວນຊົນ ແລະ ອື່ນໆ ຢູ່ ສສ ຫວຽດນາມ 18 ຄັ້ງ ມີ 460 ສະຫາຍ, ເຝິກອົບຮົມວຽກງານພິ ທີການ 5 ຄັ້ງ, ໄປທັດສະນະສຶກສາແລກປ່ຽນບົດຮຽນ ແລະ ສ້າງກິດຈະກຳຕ່າງໆ ນຳສະຫະພັນແມ່ຍິງບັນດາກະຊວງແຮກສ່ຽວ 38 ຄັ້ງ, ເຝິກອົບຮົມວຽກງານສະຫະພັນແມ່ຍິງ, ວຽກງານວິຊາຊີບໃນຫົວຂໍ້ຕ່າງໆ ໃຫ້ຄະນະນຳແມ່ຍິງ ແລະ ສະມາຊິກແມ່ຍິງ ຢູ່ຂັ້ນກະຊວງ ແລະ ບັນດາກົມກອງຮາກຖານ 38 ຄັ້ງ.
ວຽກງານນະໂຍບາຍ-ຍ້ອງຍໍ ຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ປະສານສົມທົບກັບຄະນະພັກ-ຄະນະບັນຊາຄົ້ນຄວ້າປະຕິບັດນະໂຍບາຍ, ຄົ້ນຄວ້າຍ້ອງຍໍຜົນງານ, ເລື່ອນຊັ້ນ, ເລື່ອນໜ້າທີ່ຕໍ່ຜູ້ທີ່ມີຄວາມຫ້າວຫັນ ແລະ ມີຜົນງານ, ເຄື່ອນໄຫວຢ້ຽມຢາມ, ອວຍພອນຄະນະນຳແຕ່ລະຂັ້ນ, ພະນັກງານປະຕິວັດອາວຸໂສບຳນານ ທັງສູນກາງ ແລະ ທ້ອງຖິ່ນ ເນື່ອງໃນໂອກາດວັນປະຫວັດສາດສຳຄັນຕ່າງໆ, ໄດ້ຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ ໃນເວລາພົບຄວາມຫຍຸ້ງຍາກ, ເຈັບເປັນນອນໂຮງ ໝໍ, ເສຍຊີວິດ, ອັກຄີໄພ ແລະ ອື່ນໆ, ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ເອື້ອຍນ້ອງແມ່ຍິງໄດ້ຮັບການຍ້ອງຍໍປະເພດຫຼຽນໄຊອິດສະຫຼະຊັ້ນ II ມີ 23 ສະຫາຍ, ຊັ້ນ III ມີ 1.468 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ມີ 2.482 ສະຫາຍ, ຊັ້ນ III ມີ 3.428 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ II ມີ 56 ສະຫາຍ, ຊັ້ນ III ມີ 257 ສະຫາຍ, ຫຼຽນກາແຮງງານ 2.614 ສະຫາຍ, ໃບຍ້ອງຍໍລັດຖະບານ 1.415 ສະ ຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 956 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 689 ສະຫາຍ, ເປັນຄັ້ງປະຫວັດສາດຂອງກອງທັບ ໃນປີ 2024 ນາຍທະຫານເພດຍິງໄດ້ຮັບການເລື່ອນຊັ້ນ ພົນຈັດຕະວາ 3 ສະຫາຍ.
ວຽກງານປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ-ເດັກນ້ອຍ ອົງການຈັດຕັ້ງສະຫະພັນແມ່ຍິງ ໄດ້ເປັນຕົວແທນປົກປ້ອງສິດຜົນ ປະໂຫຍດອັນຊອບທຳຂອງແມ່ ຍິງ ແລະ ເດັກນ້ອຍ ຜ່ານມາໄດ້ປຸກລະດົມຄະນະນຳແມ່ຍິງແຕ່ລະຂັ້ນ ເປັນເຈົ້າການຈັດຕັ້ງເຊື່ອມຊຶມບັນດາເອກະສານທີ່ພົວ ພັນເຖິງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນແມ່ນກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ສົນທິສັນຍາສາກົນ ແລະ ອື່ນໆ ລວມ 138 ຄັ້ງ, ວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ, ວຽກແມ່ ແລະ ເດັກ ສະມາຊິກແມ່ຍິງໄດ້ບຸກບືນ, ຊອກຮູ້ຮໍ່າຮຽນເພື່ອຍົກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ພາ ສາຕ່າງປະເທດ ແລະ ວິຊາຊີບ ອື່ນໆ, ເປັນຕົວແທນເຂົ້າຮ່ວມກອງປະຊຸມນຳຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ-ເດັກນ້ອຍ, ກອງປະຊຸມຜ່ານຮ່າງຄູ່ມືແຫ່ງຊາດ ກ່ຽວກັບການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມຂອງ ສປປ ລາວ 8 ຄັ້ງ, ຈັດກິດຈະກຳໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຢູ່ຂັ້ນກະຊວງ ແລະ ກົມກອງຮາກຖານ 55 ຄັ້ງ, ໄດ້ຊ່ວຍອຸປະກອນການຮຽນໃຫ້ນັກຮຽນຢູ່ໂຮງຮຽນ ເຂດພັດທະນາຈຸດສຸມຄັງວຽງ ແລະ ອື່ນໆ ຈຳນວນ 4 ຄັ້ງ, ເຂົ້າຮ່ວມກອງປະຊຸມຄົ້ນຄວ້າຮ່າງກົດໝາຍຄວາມສະ ເໝີພາບ ຍິງ-ຊາຍ, ຮ່າງຄູ່ມືແຫ່ງ ຊາດກ່ຽວກັບການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມຂອງ ສປປ ລາວ 4 ຄັ້ງ, ສ້າງຂະບວນ ການກິດຈະກຳຍ່າງເພື່ອສຸຂະ ພາບ ແລະ ແຂ່ງຂັນກິລາປະເພດ ຕ່າງໆ ໃນໂອກາດລະນຶກວັນສາ ກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຢູ່ຂັ້ນກະຊວງ 5 ຄັ້ງ ແລະ ກົມກອງຮາກຖານ 156 ຄັ້ງ.
ວຽກງານພັດທະນາຊີວິດ ການເປັນຢູ່ຂອງແມ່ຍິງໃນກອງ ທັບ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃນການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ຄະ ນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເປັນເຈົ້າການສົມທົບກັບ ຄະນະພັກ-ຄະນະບັນຊາ ເອົາໃຈ ໃສ່ປຸກລະດົມເອື້ອຍນ້ອງແມ່ຍິງ ສ້າງລາຍຮັບເຂົ້າຄອບຄົວຕາມເງື່ອນໄຂທ່າແຮງບົ່ມຊ້ອນທີ່ມີຢູ່ກົມກອງທ້ອງຖິ່ນ ເປັນຕົ້ນການສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ, ຕໍ່າຫູກທໍໄໝ, ຈັກສານ ແລະ ຄ້າຂາຍທີ່ຖືກຕ້ອງຕາມລະບຽບກົດໝາຍ, ບາງຄອບຄົວສາມາດສ້າງລາຍຮັບໄດ້ 20 ລ້ານ ເຖິງ 100 ລ້ານກີບຕໍ່ປີ ເຊິ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງດີຂຶ້ນເທື່ອລະກ້າວ, ໄດ້ກາຍເປັນບຸກຄົນ ແລະ ຄອບຄົວຕົວແບບ 379 ຄອບຄົວ ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງກຸ່ມທ້ອນເງິນພັດທະນາ ແລະ ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນແຕ່ລະກົມກອງຕາມເງື່ອນໄຂຕົວຈິງ ມາຮອດປັດຈຸບັນ ມີກຸ່ມທ້ອນ ເງິນພັດທະນາແມ່ຍິງທັງໝົດ 100 ກຸ່ມ, ມີສະມາຊິກກຸ່ມທ້ອນເງິນທັງໝົດ 24.501 ສະຫາຍ, ມີເງິນທ້ອນທັງໝົດ 52.789.028.059 ກີບ, ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະກອບມີສະມາຊິກກຸ່ມທ້ອນ ເງິນ 689 ສະຫາຍ, ມີເງິນທ້ອນທັງໝົດ 1.294.622.400 ກີບ, ເງິນຈຳນວນດັ່ງກ່າວແມ່ນຢູ່ໃນຄວາມຮັບຜິດຊອບຂອງຄະນະ ນຳສະຫະພັນແມ່ຍິງບັນດາກົມ ກອງຮາກຖານທົ່ວກຳລັງຫຼວງ 38 ກົມກອງ, ເພື່ອປ່ອຍໃຫ້ສະມາ ຊິກກູ້ຢືມໄປສ້າງເສດຖະກິດແກ້ ໄຂຊີວິດການເປັນຢູ່ ຕາມຄວາມ ເໝາະສົມຂອງແຕ່ລະຄອບຄົວ.
ດ້ານການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 3 ດີ ໄດ້ສຸມປຸກ ລະດົມຊຸກຍູ້ການຈັດຕັ້ງປະຕິບັດ, ຕິດຕາມກວດກາ, ປະເມີນຜົນ, ສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ເປີດຂະບວນການແຂ່ງຂັນໃນແຕ່ລະປີຢ່າງຕໍ່ເນື່ອງ ໂດຍຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ນຳເອົາເນື້ອໃນດັ່ງກ່າວ ເປັນເນື້ອໃນການດຳລົງຊີວິດການເມືອງ ທັງເປັນບ່ອນອີງໃນການຕີລາຄາຄັດເລືອກປະເພດສະ ມາຊິກສະຫະພັນແມ່ຍິງ ປະຈຳເດືອນ, ໄຕມາດ ແລະ ປະຈຳປີ. ໃນໄລຍະ 5 ປີຜ່ານມາ ສາມາດຄັດເລືອກພົນລະເມືອງດີໄດ້ 11.450 ສະຫາຍ, ພັດທະນາດີ 10.213 ສະຫາຍ, ສ້າງຄອບຄົວດີ 8.298 ສະຫາຍ, ບຸກຄົນ 3 ດີ ປະເພດ I ມີ 9.706 ສະຫາຍ, ບຸກຄົນ 3 ດີ ປະເພດ II ມີ 1.680 ສະຫາຍ, ບຸກຄົນຕົວແບບ 540 ສະຫາຍ, ຄອບຄົວຕົວແບບ 379 ຄອບຄົວ, ພະແນກ, ຂະແໜງ, ໜ່ວຍ 3 ດີ 483 ໜ່ວຍ, ກົມກອງ 3 ດີ 456 ກົມກອງ.
ວຽກງານປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເອົາໃຈໃສ່ປຸກລະດົມສະມາຊິກສະຫະພັນແມ່ຍິງ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີໃນທຸກຮູບແບບ, ການຮັບຂໍ້ມູນຂ່າວສານຢ່າງມີການເລືອກເຟັ້ນ, ຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ໃນສະມາ ຊິກແມ່ຍິງ, ຄອບຄົວ, ອະນຸລັກ ຮັກສາຮີດຄອງປະເພນີອັນດີ ງາມຂອງຊາດ, ຂອງແມ່ຍິງ ລາວ, ໄດ້ຮ່ວມກັບຄອບຄົວການນຳຂັ້ນສູງຂອງກະຊວງປ້ອງກັນປະເທດ ລະດົມເຄື່ອງຕ້ອນຂອງຝາກຈາກສະຫະພັນແມ່ຍິງບັນດາກະຊວງແຮກສ່ຽວ, ຄະນະນຳແມ່ຍິງກອງທັບແຕ່ລະຂັ້ນ ແລະ ພາກສ່ວນລັດວິສາຫະກິດທັງພາກລັດ ແລະ ເອກະຊົນ, ຫ້າງຮ້ານຕ່າງໆ ປະກອບສ່ວນຊຸກຍູ້ທາງດ້ານວັດຖຸປັດໄຈ ສົ່ງໃຫ້ພະນັກງານ-ນັກຮົບທີ່ພວມ ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ຊອກຫຼີກ ຈຳນວນ 28 ຄັ້ງ ລວມ ມູນຄ່າ 662.219.000 ກີບ, ປະກອບສ່ວນຊ່ວຍເຫຼືອນໍ້າຖ້ວມ ຢູ່ບັນດາເມືອງທີ່ຂຶ້ນກັບນະຄອນ ຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ແຂວງຫົວພັນ, ອັກຄີໄພ (ໄຟໄໝ້ປ່າຢູ່ເມືອງສັງທອງ), ໄຟໄໝ້ເຮືອນສະມາຊິກແມ່ຍິງ, ອຸບັດຕິເຫດ ແລະ ອື່ນໆ ຈຳນວນ 32 ຄັ້ງ ລວມມູນຄ່າ 248.000.000 ກີບ, ປະກອບສ່ວນສະແດງສວນ ສະໜາມ ໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ເຊິ່ງມີກ້ອນກຳລັງໄຟເພດຍິງ, ກ້ອນເສນາຮັກ, ກ້ອນປ້ອງກັນຕົວ, ກ້ອນສິລະປະກອນກອງທັບ, ຈຸໂດດຈ້ອງ ແລະ ຮ່ວມຂະບວນການຍ່າງເພື່ອສຸຂະພາບຢູ່ບຶງທາດຫຼວງ, ດ້ານວຽກງານຂະບວນການສິລະປະ-ວັນນະຄະດີ ເອື້ອຍນ້ອງແມ່ຍິງທັງສູນກາງ ແລະ ທ້ອງຖິ່ນ ໄດ້ເຂົ້າຮ່ວມເຝິກ ຊ້ອມ, ແຂ່ງຂັນຢູ່ຂັ້ນກົມກອງ ແລະ ກະຊວງ 28 ຄັ້ງ, ສະແດງຮັບໃຊ້ກົມກອງ ແລະ ປະຊາຊົນ 139 ຄັ້ງ, ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບ ຮອບ 75 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໄດ້ປຸກລະດົມສະມາຊິກສະຫະພັນແມ່ຍິງບັນດາກົມກອງໃນກອງທັບ ປະກອບສ່ວນສ້າງຂະບວນການຟ້ອນລຳວົງລາວ ທີ່ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຈັດຂຶ້ນ ຢູ່ເດ່ີນພະທາດຫຼວງວຽງ ຈັນ ມີເອື້ອຍນ້ອງແມ່ຍິງກອງ ທັບພ້ອມຄູ່ຟ້ອນເຂົ້າຮ່ວມ 100 ຄູ່ ແລະ ຈັດຕັ້ງສ້າງຂະບວນການຟ້ອນລຳວົງລາວ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນຢູ່ບັນດາກົມກອງ 38 ກົມກອງຢ່າງເປັນຂະບວນຟົດຟື້ນ. ນອກນັ້ນ, ຍັງໄດ້ເຄື່ອນໄຫວຂະບວນການແຂ່ງຂັນກິລາບານເຕະ, ບານສົ່ງ ແລະ ກິລາເປຕັງ ເຂົ້າຮ່ວມແຂ່ງຂັນກິລາປະຈຳປີຢູ່ບັນດາກົມກອງກຳລັງຫຼວງ 38 ກົມກອງ ແລະ ກຳລັງທ້ອງຖິ່ນ 389 ຄັ້ງ, ເອື້ອຍນ້ອງແມ່ຍິງໃນທົ່ວກອງທັບຍັງໄດ້ຕື່ນຕົວ ແລະ ສະໝັກໃຈໃນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ຈຳນວນ 148 ຄັ້ງ, ມີສະມາຊິກແມ່ຍິງບໍລິຈາກເລືອດ ທັງໝົດ 4.857 ສະຫາຍ.
ຜົນສຳເລັດດັ່ງກ່າວ ກໍຍ້ອນຄະ ນະນຳສະຫະພັນແມ່ຍິງແຕ່ລະ ຂັ້ນ ແລະ ສະມາຊິກສະຫະພັນແມ່ຍິງແຕ່ລະສະຫາຍໄດ້ເຊື່ອມຊຶມກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ມີແນວຄິດການເມືອງໜັກແໜ້ນ, ເປັນເຈົ້າການເຂົ້າຮ່ວມ ແລະ ຕັ້ງໜ້າປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງ, ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້, ການຈັດຕັ້ງສະຫະພັນແມ່ຍິງກອງທັບແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ລະບົບການ ຈັດຕັ້ງມີຄວາມເຂັ້ມແຂງ, ຕັ້ງໜ້າປະຕິບັດໜ້າທີ່ຕາມພາລະບົດບາດຂອບເຂດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເຕົ້າໂຮມຄວາມສາມັກຄີແມ່ຍິງເປັນປຶກແຜ່ນ, ເຮັດວຽກມີແຜນ ການ, ມີຄວາມຮັບຜິດຊອບສູງ, ເປັນເຈົ້າການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ ແລະ ເດັກ ນ້ອຍ, ສົ່ງເສີມສິດສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ຄອບ ຄົວ, ກົມກອງ ແລະ ສັງຄົມໃຫ້ຫຼຸດລົງ, ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ໃນສະມາຊິກສະຫະ ພັນແມ່ຍິງ, ທຸກຄົນມີຄວາມຕື່ນຕົວເອົາໃຈໃສ່ໃນການຊອກຮູ້ຮໍ່າ ຮຽນ, ພັດທະນາຕົນເອງໃນທຸກ ດ້ານ ຈຶ່ງເຮັດໃຫ້ເອື້ອຍນ້ອງແມ່ ຍິງຫຼາຍສະຫາຍໄດ້ຮັບຄວາມ ເຊື່ອໝັ້ນໄວ້ວາງໃຈຈາກການຈັດ ຕັ້ງຂັ້ນເທິງ ແລະ ໄດ້ຮັບໜ້າທີ່ຕຳແໜ່ງຂັ້ນນຳພາ-ບັນຊາຫຼາຍລະດັບ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ