ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ການ​ນຳ​ແຂວງ​ສະຫວັນ​ນະ​ເຂດ ແລະ ພາກສ່ວນ​ຕ່າງໆ ເຂົ້າ​ວາງ​ກະຕ່າ​ດອກ​ໄມ້ ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ ປະທານ ໂຮ່​ຈີ​ມິນ ຄົບຮອບ 135 ປີ
ເວລາອອກຂ່າວ: 2025-05-21 09:00:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1993 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ ປະທານ ໂຮ່​ຈີ​ມິນ ຄົບຮອບ 135 ປີ ( 19 ພຶດສະພາ 1890-19 ພຶດສະພາ 2025) ທີ່​ໝູນວຽນ​ມາ​ອີກ​ວາລະ​ໜຶ່ງ, ໃນ​ວັນ​ທີ 19 ພຶດສະພາ 2025 ນີ້, ການ​ນຳ​ຂັ້ນ​ສູງ​ຂອງ​ແຂວງ, ກົງ​ສູນ​ໃຫຍ່​ແຫ່ງ ​ສສ ຫວຽດນາມ ປະຈຳ​ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ສະ​ມາ​ຄົນ​ຊາວ​ຫວຽດນາມ ເຊິ່ງ​ນຳ​ໂດຍ ສະຫາຍ ພູ​ວັງ ເກດ​ແກ້ວ​ພົມ​ພອນ ຮອງ​ເລຂາພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານການເມືອງ-ແນວ​ຄິດ ວຽກ​ພັກ-ພະນັກງານ ແລະ ອົງ​ການຈັດຕັ້ງ​ມະ ຫາຊົນ ໄດ້​ນຳພາ​ພາກສ່ວນ​ຕ່າງໆ ເຂົ້າ​ວາງ​ກະຕ່າ​ດອກ​ໄມ້ ຢູ່​ຕໍ່ໜ້າ​ອະນຸສອນ​ສະຖານ​ ປະທານ ໂຮ່​ຈິ​ມິນ ເພື່ອ​ສະແດງ​ຄວາມ​ເຄົາລົບ​ຮັກ, ຄວາມ​ກະຕັນຍູ​ຮູ້​ ບຸນຄຸນ, ສັນລະເສີນ​ເຖິງ​ຄຸນງາມຄວາມດີ ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ ປະທານ ໂຮ່​ຈີ​ມິນ ເປັນ​ຜູ້ນຳ​ເອົາ​ແນວ​ຄິດ ແລະ ທວນໄຟ​ປະຕິວັດ​ມາສູ່​ການ​ສ້າງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ ໂຮ່​ຈິ​ມິນ ແມ່ນ​ວິລະ​ບຸລຸດ​ປົດ​ປ່ອຍ​ຊາດ, ນັກ​ເຄື່ອນ​ໄຫວວັດທະນະທຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ ແລະ ຂອງ​ໂລກ, ເປັນ​ນັກຮົບ​ປະຕິວັດ​ຜູ້​ດີເລີດ​ຂອງ​ຂະ​ບວນ​ຄອມ​ມູ​ນິດ ແລະ ກຳມະກອນ​ສາກົນ ທັງ​ເປັນ​ຜູ້ນຳ​ທີ່​ເຄົາລົບ​ຮັກ​ປະຊາຊົນ​ຫວຽດນາມ ແລະ ປະຊາຊົນ​ລາວ. ສຳລັບ​ກ້ອນ​ກຳລັງ ທີ່​ເຂົ້າ​ວາງ​ກະຕ່າ​ດອກ​ໄມ້ ລວມ​ມີ 16 ພາກສ່ວນ ຄື: ພາກສ່ວນ​ການ​ນຳ​ແຂວງ, ກົງ​ສູນ​ໃຫຍ່ ແຫ່ງ ​ສສ ຫວຽດນາມ ປະຈຳ​ແຂວງ​ສະ ຫວັນ​ນະ​ເຂດ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 13 ແລະ ສະພາ​ປະຊາຊົນ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ ​ປກສ ແຂວງ, ຄະນະ​ພັກ-ຄະນະ​ນຳ ​ການ​ນຳ​ນະຄອນ​ໄກສອນ ພົມວິຫານ, ອົງການ​ກວດ​ສອບ​ແຫ່ງ​ລັດ​ພາກ​ກາງ 2 ແຂວງ​ສະຫວັນ​ນະ​ເຂດ, ພາກສ່ວນ​ພັກ-ພະນັກງານ ແລະ ອົງ​ການຈັດຕັ້ງ​ມະຫາຊົນ, ສະມາຄົມ​ຫວຽດນາມ​ປະຈຳ​ແຂວງ​ສະຫວັນ​ນະ​ເຂດ, ລັດ​ວິ​ສາ​ຫະ​ກິດ​ແຂວງ​ສະຫວັນ​ນະ​ເຂດ, ວັດທະນະທຳ-ສັງຄົມ, ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຂວງ, ທະນາຄານ​ປະຈຳ​ແຂວງ​ສະຫວັນ​ນະເຂດ, ຂົງເຂດ​ລາການ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ສະມາຊິກ​ຊາວ​ໜຸ່ມ, ເຍົາວະ​ຊົນ ແລະ ພາກສ່ວນ​ເສດຖະກິດ. ໂດຍ: ວິລະ​ພົງ ເທບ​ໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ