ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ວພກ ເປີດ​ຊຸດ​ອົບຮົມ​ວຽກ​ງານ​ພະລາທິການ ປະຈຳ​ປີ 2025
ເວລາອອກຂ່າວ: 2025-05-22 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1423 | ຄວາມນິຍົມ:



ວັນ​ທີ 14 ພຶດສະພາ 2025, ວິທະຍາຄານ​ພະລາທິການ​ກອງທັບ (​ວພກ) ໄດ້​ເປີດ​ຊຸດ​ອົບຮົມ​ວຽກ​ງານ​ພະລາທິການ ປະ ຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທະ​ໂນ​ສິນ ໄຊ​ຍະ​ວົງ ຫົວໜ້າ​ຫ້ອງພະລາທິການ ​ວພກ, ມີ​ຄະນະ​ພັກ-ຄະນະ​ບັນຊາ 6 ຫ້ອງ, 2 ກອງພັນ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ນັກ​ສຳ​ມະ​ນາ​ກອນ ຈຳນວນ 110 ສະຫາຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ມີ​ພົນ ນາມ​ມະ​ວົງ ຫົວໜ້າ​ພະ​ແນກ​ແຜນການ ຫ້ອງ​ພະລາທິການ ​ວພກ ໄດ້​ຜ່ານ​ຂໍ້​ຕົກລົງ ອຳນວຍ​ການ ​ວພກ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຊຸດ​ອົບຮົມ​ວຽກ​ງານ​ພະລາທິການ ປະຈຳ​ປີ 2025 ແລະ ຂໍ້​ຕົກລົງ​ຂອງ​ວິທະຍາຄານ​ພະລາທິການ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ຈັດ​ຕັ້ງ​ແຜນ ການ ອົບຮົມ-ຫັດ​ແອບ ວຽກ​ງານ​ພະ​ລາ ປະຈຳ​ປີ 2025; ຜ່ານ​ແຜນການ ອົບຮົມ-ຫັດ​ແອບ​ວຽກ​ງານ​ພະ​ລາ ປະຈຳ​ປີ 2025, ເນື້ອ​ໃນ​ຂອງ​ການ​ອົບຮົມ-ຫັດ​ແອບ​ວຽກ​ງານ​ພະລາທິການ​ໃນ​ຄັ້ງ​ນີ້​ປະກອບ​ມີ: ວຽກ​ງານ​ເສນາ​ພະ​ລາ, ວຽກ​ງານ​ອຸປະໂພກ-ບໍລິໂພກ, ວຽກ​ງານ​ການ​ເງິນ, ວຽກ​ງານ​ເຊື້ອ​ໄຟ, ວຽກ​ງານ​ຂົນສົ່ງ, ວຽກ​ງານ​ເສນາ​ຮັກ, ວຽກ​ງານ​ເຄຫາ​ສະຖານ ແລະ ວຽກ​ງານ​ຜະລິດ; ກຳນົດ​ເວລາ 10 ວັນ. ສະຫາຍ ພັນ​ໂທ ທະ​ໂນ​ສິນ ໄຊ​ຍະ​ວົງ ໄດ້​ກ່າວ​ວ່າ: ເພື່ອ​ເປັນ​ການ​ປັບປຸງ​ຍົກ​ລະດັບ​ທາງ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ ແລະ ທັດສະນະ​ຫຼັກ​ໝັ້ນ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ໜັກ​ແໜ້ນ, ເຮັດ​ໃຫ້​ພະນັກງານ-ນັກຮົບ ພະ ລາທິການ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ເພື່ອ​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ, ພະນັກງານ-ນັກຮົບ​ຮັບ​ຮູ້ ແລະ ເຂົ້າໃຈ​ທີ່​ຕັ້ງ​ພາລະ​ບົດບາດ​ຄວາມ​ໝາຍ, ຄວາມ​ສຳນ​ພື້ນຖານ​ວິຊາ​ສະເພາະ​ວຽກ​ງານ​ພະ ລາທິການ ເພື່ອ​ຍົກ​ສູງ​ຄວາມ​ຮັບ ​ຮູ້ ຄວາມ​ສາມາດ​ຂອງ​ພະນັກງານ-ນັກຮົບ​ພະລາທິການ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ມີ​ປະສິດທິພາບ​ສູງ. ໂດຍ: ທອງ​ວອນ ຄຳ​ມະ​ນາມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ