
ກອງພັນໃຫຍ່ 279 ເປິດຊຸດອົບຮົມ-ຫັດແອບ ໄລຍະສັ້ນ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2025-05-22 09:26:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2175 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ກອງພັນໃຫຍ່ 279 ໄດ້ຈັດຕັ້ງເປິດຊຸດອົບຮົມ-ຫັດແອບ ໄລຍະສັ້ນ ໃຫ້ທະຫານໃໝ່ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ພະນັກງານ ຄູ-ອາຈານ ແລະ ທະຫານໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄກສຸກ ສຸລິຍາວົງ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 279 ໄດ້ ຜ່ານແຜນການເຝິກອົບຮົມ-ຫັດແອບ ໄລຍະສັ້ນ ໃຫ້ທະຫານໃໝ່, ອີງຕາມແຜນການລະດົມພົນ ປະຈຳປີ 2024 ຂອງກົມໃຫຍ່ເສນາທິການກອງທັບ, ອີງຕາມໃບນຳສົ່ງທະຫານພັນທະປ້ອງກັນຊາດ ຂອງກຳລັງພົນກົມໃຫຍ່ເສນາທິການກອງທັບ ໃຫ້ກອງພັນໃຫຍ່ 279, ອີງຕາມໜັງສືສະເໜີຂອງວິທະຍາຄານນາຍທະຫານບົກກົມມະດຳ ຂໍຝາກກຳລັງທະຫານພັນທະ ປະຈຳປີ 2024 ເຂົ້າເຝິກຢູ່ກອງພັນໃຫຍ່ 279. ດັ່ງນັ້ນ, ກອງພັນໃຫຍ່ 279 ຈຶ່ງ
ໄດ້ສ້າງແຜນການເປີດຊຸດອົບຮົມ-ຫັດແອບ ໄລຍະສັ້ນ ໃຫ້ທະຫານໃໝ່ຂຶ້ນຢ່າງເປັນທາງການ. ຈຸດປະສົງ ເພື່ອແນ່ໃສ່ອົບຮົມໃຫ້ທະຫານໃໝ່ທີ່ຍັງບໍ່ທັນໄດ້ຜ່ານພື້ນຖານການທະຫານເພື່ອເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບ ປົກປັກຮັກສາປະເທດຊາດ, ແນ່ໃສ່ສຶກສາອົບຮົມເຝິກຝົນຫຼໍ່ຫອມໃຫ້ທະຫານ
ໃໝ່ ກາຍເປັນນັກຮົບທີ່ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ບໍລິສຸດສັດຊື່, ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ-ລັດ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ເປັນການເຝິກຝົນຫຼໍ່ຫຼອມທັດສະນະການອອກແຮງງານ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຢັດ, ເຮັດໃຫ້ທະຫານໃໝ່ໄດ້ຮຽນຮູ້ບັນດາຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງກອງທັບ ແລະຮູ້ດ້ານທິດສະດີຫຼັກການພາກປະຕິບັດຕົວຈິງ ຂອງສິລະປະຍຸດ-ຍຸດທະວິທີ, ມີຄວາມຊຳນິຊໍານານໃນການນຳໃຊ້ອາວຸດຍຸດໂທປະກອນ ແລະ ຮູ້ໝູນໃຊ້ຢ່າງຄ່ອງແຄ້ວໃນການປະຕິບັດໜ້າທີ່ຕົວຈິງ. ບັ້ນອົບຮົມ-ຫັດແອບຄັ້ງນີ້ ມີຈຳນວນພົນທັງໝົດ 134 ສະຫາຍ, ຍິງ 27 ສະຫາຍ, ກຳນົດເວລາເຝິກອົບຮົບ 3 ເດືອນ ໃນນີ້, ອົບຮົບ-ຫັດແອບ ການທະຫານ 420 ຊົ່ວໂມງ, ອົບຮົບການເມືອງ 28 ຊົ່ວໂມງ, ອົບຮົບພະລາທິການ 21 ຊົ່ວໂມງ ແລະ ອົບຮົບວຽກງານເຕັກນິກ 14 ຊົ່ວໂມງ.
ໂດຍ: ນ໋ອດ ແສນຈົງຮັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ