ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕະຫຼາດຫຼັ້ກຊັບລາວ ຈັດພິທີມອບ - ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່
ເວລາອອກຂ່າວ: 2019-07-24 09:29:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ຜູ້ອຳນວຍ ການໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດຂຶ້ນຢ່າງເປັນ ທາງການໃນ ວັນທີ 18 ກໍລະກົດ 2019 ທີ່ອາຄານ ຕລຊລ ນະ ຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວັນຄໍາ ວໍຣະວົງ ຜູ້ອຳນວຍ ການໃຫຍ່ ຕລຊລ ຄົນເກົ່າ ແລະ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານຄະນະກໍາ ມະການຄຸ້ມຄອງຫຼັກຊັບ (ຄຄຊ), ມີຫົວໜ້າສໍານັກງານ ຄຄຊ; ຫົວ ໜ້າຫ້ອງການ ທຫລ, ປະທານສະ ພາບໍລິຫານ ຕລຊລ, ບັນດາສະ ມາຊິກສະພາບໍລິຫານ ຕລຊລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານ ແລະ ສະພາບເງື່ອນໄຂ ຈໍາເປັນໃນຂົງເຂດຕະຫຼາດທຶນ ເຊິ່ງມີຫຼາຍວຽກງານທີ່ເລັ່ງທວງ ໃຫ້ມີການປັບປຸງກົງຈັກການຈັດ ຕັ້ງ ແລະ ສັບຊ້ອນຈັດວາງພະນັກ ງານຢູ່ແຕ່ລະຕຳແໜ່ງງານ ເພື່ອ ຍົກສູງປະສິດທິພາບຂອງວຽກ ງານໃຫ້ສູງຂຶ້ນ; ຍົກສູງໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແທດເໝາະ ກັບປະສົບການ ແລະ ຄວາມຊໍາ ນານງານສອດຄ່ອງກັບມາດຕະ ຖານເງື່ອນໄຂຂອງແຕ່ລະເປົ້າ ໝາຍ. ການປັບປຸງການຈັດຕັ້ງ ຂັ້ນບໍລິຫານລະດັບຂອງ ຕລຊລ ໃນຄັ້ງນີ້ກໍເປັນເທື່ອທີ 3 ນັບແຕ່ ຕລຊລ ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 10/10/2010 ແລະ ເລີ່ມ ມີການຊື້-ຂາຍຮຸ້ນໃນວັນທີ 11 /1/2011 ໂດຍແມ່ນທ່ານ ເດດພູ ວັງ ມູລຣັຕນ໌ ເປັນປະທານ-ຜູ້ ອຳນວຍການໃຫຍ່ຜູ້ທໍາອິດ; ຈາກ ນັ້ນກໍແມ່ນ ທ່ານ ວັນຄໍາ ວໍຣະວົງ ເປັນຜູ້ອຳນວຍການໃຫຍ່ ຕລຊລ ນັບແຕ່ປີ 2015 ເປັນຕົ້ນມາ. ສໍາລັບທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນ ໃໝ່ໄດ້ມີບົດຮຽນ ແລະ ປະສົບ ການໃນການປະຕິບັດໜ້າທີ່ຢູ່ທະ ນາຄານແຫ່ງ ສປປ ລາວ ນັບ ແຕ່ປີ 1989 ເປັນຕົ້ນມາ, ເຊິ່ງມີ ລະດັບທິດສະດີການເມືອງຊັ້ນ ສູງ, ລະດັບວິຊາສະເພາະປະລິນ ຍາໂທ ສາຂາເສດຖະສາດຈາກ ມະຫາວິທະຍາໄລແຫ່ງຊາດປະ ເທດອົສຕຣາລີ (ANU) ແລະ ມີປະຫວັດການເຄື່ອນໄຫວໃນໄລ ຍະຜ່ານມາຢູ່ຫຼາຍກົມວິຊາການ ທີ່ສໍາຄັນຢູ່ ທຫລ ໂດຍສະເພາະ ເຄີຍເປັນຮອງຫົວໜ້າກົມນະໂຍ ບາຍເງິນຕາ, ຫົວໜ້າກົມບໍລິການ ທະນາຄານ ແລະ ເປັນຫົວໜ້າກົມ ຮ່ວມມືສາກົນ ທຫລ. ໃນໂອກາດດັ່ງກ່າວ ທ່ານ ສອນ ໄຊ ສິດພະໄຊ ຜູ້ວ່າການ ທຫລ, ຜູ້ປະຈໍາການຄະນະກໍາມະການ ຄຄຊ ໄດ້ຍ້ອງຍໍສັນລະເສີນການ ບໍລິຫານ ຕລຊລ ຂອງຜູ້ອຳນວຍ ການໃຫຍ່ຄົນເກົ່າໃນໄລຍະຜ່ານ ມາ ແລະ ໄດ້ເນັ້ນໜັກໃຫ້ຜູ້ອຳນວຍ ການໃຫຍ່ຄົນໃໝ່ເອົາໃຈໃສ່ໃນ ການຄຸ້ມຄອງ ຕລຊລ ໃຫ້ມີບາດ ກ້າວຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ໂດຍສະເພາະການປັບປຸງການ ເຄື່ອນໄຫວຂອງ ຕລຊລ ໃຫ້ມີ ປະສິດທິຜົນ, ມີບັນຍາກາດການ ຊື້-ຂາຍຄຶກຄັກ ແລະ ປະຕິບັດຫຼັກ ການຄຸ້ມຄອງບໍລິຫານທີ່ດີໃຫ້ ສອດຄ່ອງກັບສາກົນ (corporate governance). ພ້ອມນີ້, ກໍຄົ້ນຄ້ວາກົນໄກ ແລະ ວິທີການ ໃນການຊຸກຍູ້ໃຫ້ບໍລິສັດທີ່ມີເງື່ອນຄົບຖ້ວນເຂົ້າລະດົມທຶນ ແລະ ຈົດ ທະບຽນໃນ ຕລຊລ ໃຫ້ຫຼາຍຂຶ້ນ ເພື່ອເປັນຊ່ອງທາງໃນການລະ ດົມທຶນໃຫ້ແກ່ຫົວໜ່ວຍວິສາຫະ ກິດຂະຫຍາຍຖານທຸລະກິດໃຫ້ ເປັນກໍາລັງແຮງຊຸກຍູ້ພື້ນຖານ ເສດຖະກິດແຫ່ງຊາດໃຫ້ມີການ ພັດທະນາ ແລະ ຂະຫຍາຍຕົວຢ່າງ ໝັ້ນທ່ຽງຕາມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ