ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດ້ວຍການນຳໃຊ້ສິລະປະການທະຫານທີ່ຫຼາກຫຼາຍຈຶ່ງເຮັດໃຫ້ບັ້ນບຸກເບີກຕີປ້ອມຜາຖີ່ໄດ້ຮັບໄຊຊະນະ
ເວລາອອກຂ່າວ: 2018-11-21 09:13:33 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ໃນວິວັດແຫ່ງການຕໍ່ສູ້ອັນຍືດ ເຍື້ອຍາວນານເພື່ອຄວາມເປັນ ເອກະລາດແຫ່ງຊາດຂອງກຳລັງ ປະກອບອາວຸດເຮົາ, ຜ່ານການ ຕໍ່ສູ້ອັນລຳບາກຍາວນານນັ້ນ ເຮັດໃຫ້ກອງທັບເຮົາເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງທາງ ດ້ານປະລິມານ ແລະ ຄຸນະພາບ ຜ່ານການເຄື່ອນໄຫວສູ້ຮົບຫຼາຍ ເທົ່າໃດກໍຍິ່ງເຮັດໃຫ້ກອງທັບເຮົາ ຍິ່ງມີບົດຮຽນ, ມີໄຫວພິກ, ມີຍຸດ ທະວິທີໃນການສູ້ຮົບທີ່ແຫຼມຄົມ ແລະ ຫຼາກຫຼາຍ ສາມາດຜາບ ແພ້ສັດຕູທຸກໂຕໃນແຕ່ລະບັ້ນຮົບ ທັງນ້ອຍ ແລະ ໃຫຍ່ ສົມສາຍາ ນາມທີ່ວ່າ: ກອງທັບວິລະຊົນ ຂອງຊາດລາວວີລະຊົນອັນແທ້ ຈິງ. ຜ່ານການທົດສອບໃນແປວ ໄຟຂອງສົງຄາມກຳລັງປະກອບ ອາວຸດເຮົາມີຄວາມສາມາດສູ້ຮົບ ໄດ້ທຸກສະພາບການພູມີປະເທດ ດິນຟ້າອາກາດທາງທຳມະຊາດ ເຖິງຈະເປັນພູຜາປ່າດົງທີ່ສູງຊັນ ກໍສາມາດຜ່ານມາ ແລະ ຕີເອົາ ຊະນະກັບສັດຕູ ໃນນີ້ເວົ້າສະເພາະ ບັ້ນຮົບບຸກໂຈມຕີປົດປ່ອຍຜາຖີ່ ກໍແມ່ນບັ້ນຮົບຫນຶ່ງທີ່ມີສະພາບ ແວດລ້ອມທາງທຳມະຊາດສຸດທີ່ ທຸລະກັນດານຫຍຸ້ງຍາກຂ້ຽວ ຂາດສັບສົນ ເພາະຜາຖີ່ເປັນຜາ ຫີນສູງຊັນມີເສັ້ນທາງຂຶ້ນຫາ ຈອມຜາຖີ່ພຽງແຕ່ເສັ້ນດຽວເທົ່າ ນັ້ນ, ຍ້ອນແນວນັ້ນຜາຖີ່ຈຶ່ງເປັນ ຍຸດທະສາດທາງດ້ານການທະ ຫານທີ່ສຳຄັນທີ່ສຸດ ບໍ່ວ່າຂອງ ຈັກກະພັດອາເມຣິກາ ແລະ ລູກ ມື ກໍຄືກຳລັງປະກອບອາວຸດປະ ຕິວັດພວກເຮົາ, ຜາຖີ່ມີລວງຍາວ 8 ກິໂລແມັດ, ກວ້າງ 3 ກິໂລ ແມັດ, ສູງ 1.687 ແມັດ, ຫ່າງ ຈາກເທສະບານເມືອງຊຳເຫນືອ ໄປທາງທິດຕາເວັນຕົກປະມານ 33 ກິໂລແມັດ. ຍ້ອນວ່າຜາຖີ່ ເປັນເຂດຍຸດທະສາດທາງດ້ານ ການທະຫານທີ່ສຳຄັນຢູ່ພາກ ເຫນືອລາວຄືດັ່ງກ່າວນັ້ນຈັກກະ ພັດອາເມຣິກາ ຈຶ່ງໄດ້ນຳໃຊ້ບັນ ດາກົມກອງກຳລັງພິເສດຂອງ ວ່າງປາວຄື: ເບເວ(BV), 26, 27, ຍຶດເອົາຍອດຫ້ວຍມູນ, ໃຊ້ ອາເຊ(AC) 13 ຍຶດເອົາຂະມູນ, ຂະເດື່ອ, ຫີນຊາເພື່ອປ້ອງກັນ ເບ ເວ (BV) 28, ເບແອັດ(BS) 201, 208, 209 ທີ່ປະຈຳຢູ່ໃຈ ກາງຂອງຜາຖີ່ ເຊິ່ງມີກຳລັງພົນ ເຖິງ 2.500 ກວ່າຄົນພ້ອມນີ້ຢູ່ ຈອມຂອງຜາຖີ່ອາເມຣິກາ ແມ່ນ ໄດ້ຕັ້ງສະຖານີລາດາເພື່ອຊີ້ທິດ ໃຫ້ແກ່ເຮືອບິນຊະນິດຕ່າງໆຂອງ ອາເມຣິກາ ຍິງທຳລາຍເຂດປົດ ປ່ອຍເວົ້າລວມເວົ້າສະເພາະແມ່ນ ຢູ່ພາກເຫນືອລາວ ແລະ ພາກ ເຫນືອຂອງຫວຽດນາມ ບໍ່ເວັ້ນ ແຕ່ລະວັນ ນອກນີ້ອາເມຣິກາ ຍັງ ໄດ້ສຸມໃສ່ສ້າງຜາຖີ່ໃຫ້ເປັນທີ່ຕັ້ງ ທາງດ້ານການທະຫານທີ່ແຫນ້ນ ຫນາ ແລະ ແຂງແກ່ນຢູ່ພາກ ເຫນືອຂອງລາວເພື່ອເປັນແປ້ນ ຢັນຕີເຂົ້າພາກເຫນືອຂອງຫວຽດ ນາມ. ເພື່ອປ້ອງກັນຜາຖີ່ ແລະ ສ້າງ ຜາຖີ່ໃຫ້ກາຍເປັນເຮືອນຮັງຂອງ ພວກປຸ້ນທີ່ແຫນ້ນແກ່ນ ແລະ ເປັນທີ່ຕັ້ງທາງດ້ານການທະຫານ ທີ່ຍາວນານຂອງພວກເຂົາຢູ່ພາກ ເຫນືອຂອງລາວນັ້ນອາເມຣິກາ ຈຶ່ງໄດ້ເຕົ້າໂຮມ ແລະ ນຳໃຊ້ກຳ ລັງທັງຫມົດເຖິງ 10 ກອງພັນ, ໂດຍມີກຳລັງທະຫານຫຸ່ນວຽງ ຈັນ 3 ກອງພັນຄື: BV 26, 27, 28, ກຳລັງພິເສດວາງປາວມີ 7 ກອງພັນຄື: VC 206, AC 12a, AC 13, 14, 15a. ນອກ ນີ້ຍັງມີກຳລັງປືນໃຫຍ່ຂອງທະ ຫານສູ້ຮົບຮັບຈ້າງຫຼື (ເລວຮັບ ຈ້າງໄທ ແລະ ຊ່ຽວຊານອາເມ ຣິກາ 20 ກວ່າຄົນໜູນຊ່ວຍອີກ ດ້ວຍ ພວກເຂົາໄດ້ຈັດຕັ້ງກຳລັງ ເຄື່ອນໄຫວບຽດຍຶດເອົາທີ່ຕັ້ງ ຕ່າງໆຢູ່ຂອບເຂດແຂວງຫົວພັນ ເປີດກວ້າງເຂດຄວບຄຸມຂອງ ພວກເຂົາແນໃສ່ເພື່ອຫນີບຮັດ ເຂດທີ່ໝັ້ນສູນກາງຊີ້ນຳບັນຊາ ກຳລັງປະຕິວັດຂອງພວກເຮົາ. ຕໍ່ຫນ້າສະພາບການຄືດັ່ງ ກ່າວນັ້ນ ຄະນະພັກການທະຫານ ສູນກາງໄດ້ເອກະພາບກັບຄະນະ ພັກການທະຫານສູນກາງຫວຽດ ນາມ ພ້ອມກັນຕີລາຄາສະພາບ ຂອງສັດຕູວ່າ: ຈັກກະພັດອາເມ ຣິກາ ແລະ ລູກມືພວມຖືກປະລາ ໄຊຢູ່ສະຫນາມຮົບຕ່າງໆທາງ ພາກເຫນືອ-ໃຕ້-ພາກກາງ ໂດຍ ສະເພາະແມ່ນບັ້ນຮົບນໍ້າບາກ ແຂວງຫຼວງພະບາງ.... ດັ່ງນັ້ນ ເພື່ອຜັນຂະຫຍາຍໄຊຊະນະທີ່ ຍາດມາໄດ້ນັ້ນ ແລະ ປະຕິບັດ ຕາມມະຕິ 15 ຂອງສູນກາງພັກ ວ່າດ້ວຍການເປີດບັ້ນຮົບບຸກໂຈມ ຕີສັດຕູເປີດກວ້າງເຂດປົດປ່ອຍ, ຄະນະພັກການທະຫານສູນກາງ ໄດ້ນຳໃຊ້ກຳລັງທີ່ເດັດດ່ຽວເພື່ອ ປົດປ່ອຍເຂດຜາຖີ່ທັບມ້າງເຮືອນ ຮັງຂອງກຳລັງພິເສດວາງປາວ, ທຳລາຍສູນບັນຊາທັບອາກາດ ອາເມຣິກາກ້າວຂຶ້ນປົດປ່ອຍຜາ ຖີ່, ເຮັດໃຫ້ເຂດທີ່ຫມັ້ນສູນກາງ ຕິດລຽນກັບເຂດປົດປ່ອຍທົ່ງໄຫ ຫີນ-ຊຽງຂວາງ, ທັງເປັນບ່ອນ ອີງ ແລະ ສ້າງເງື່ອນໄຂໃຫ້ແກ່ ການຕີເອົາຊະນະສົງຄາມພິເສດ ເພີ່ມທະວີຂອງຈັກກະພັດອາເມ ຣິກາໃຫ້ປະລາໄຊລົງ. ເພື່ອຮັບປະກັນໃຫ້ແກ່ການຕີ ເອົາຊະນະຈັກກະພັດອາເມຣິກາ ເວົ້າລວມເວົ້າສະເພາະແມ່ນເພື່ອ ດັບສູນເຮືອນຮັງພວກປຸ້ມວາງ ປາວຢູ່ຂອບເຂດຜາຖີ່ນັ້ນ ຄະນະ ພັກການທະຫານສູນກາງໄດ້ນຳ ໃຊ້ສິລະປະຍຸດໃນການປົດປ່ອຍ ຜາຖີ່ດ້ວຍຫຼາຍຮູບແບບຄື: - ນຳໃຊ້ກຳລັງແຮງສັງຮວມ ທີ່ມີເປັນເຈົ້າການບຸກໂຈມຕີສັດ ຕູຢ່າງຕໍ່ເນື່ອງແນໃສ່ຫນີບຮັດ, ບັນທອນກຳລັງຂອງສັດຕູ, ຕີດັບ ສູນສັດຕູເປັນແຕ່ລະພາກສ່ວນ, ເອົາການເຄື່ອນໄຫວນ້ອຍເປັນ ຕົ້ນຕໍ, ເອົາການຕີນ້ອຍເປັນສຳ ຄັນ, ຕີໃກ້, ຕີກາງຄືນ, ຕີດັບສູນ ກຳລັງດິບສົມທົບແຫນ້ນກັບການ ຂົນຂວາຍສັດຕູ, ຂົນຂວາຍປະ ຊາຊົນ ໄປພ້ອມກັບການປັບປຸງ ກຳລັງໃຫ້ມີຄວາມເຂັ້ມແຂງ ແລະ ນຳໃຊ້ວິທີຕີໃຫ້ຖືກຕ້ອງຕາມສະ ພາບພູມີປະເທດ ແລະ ຈຸດອ່ອນ ຂອງສັດຕູໂດຍຖືເອົາການປິດ ລ້ອມຫຼອນຕີເປັນຈຸດຫນັກ, ເອົາ ການບຸກໂຈມຕີສະກັດ, ຕີຂັບໄລ່ ເປັນສຳຄັນ. - ຕີໄວ, ຕີແຮງ, ຕີຫຼາຍທິດ ພາບດຽວສ້າງໃຫ້ມີຜົນດີໃນ ເບື້ອງຕົ້ນເພື່ອເສີມຂະຫຍາຍປະ ສິດທິພາບໃນການສູ້ຮົບຂອງແຕ່ ລະກົມກອງເຫຼົ່າຮົບ, ຕີສົມທົບ ກັນຍຶດທີ່ຈັ້ງເພື່ອຮັກສາບາງຈຸດ ສຳຄັນ, ສ້າງກາລະໂອກາດຕີດັບ ສູນສັດຕູຢູ່ໃນ ແລະ ນອກຂຸມ ຄອງ, ຕີສັດຕູທີ່ຈະກອບກູ້ຊ່ວຍ ຫນູນໃຫ້ຫົດເຂົ້າເຮັດໃຫ້ກຳລັງ ຊ່ວຍຫນູນຂອງສັດຕູບໍ່ມີຄວາມ ສາມາດຕ້ານຄືນກັບພວກເຮົາໄດ້. ປະຕິບັດຕາມຄວາມຕັດສິນໃຈ ຂອງຄະນະພັກການທະຫານສູນ ກາງກໍຄືຂອງດ້ານຮົບຄືດັ່ງກ່າວ ເລີ່ມແຕ່ເດືອນ 11 ປີ 1967 ເຖິງ ເດືອນ 2 ປີ 1968 ກຳລັງພວກ ເຮົາໄດ້ເປີດສາກບຸກຕີສັດຕູຄື: 3 ໂມງເຊົ້າຂອງວັນທີ 15 ເດືອນ 12 ປີ 1967 ກອງພັນ 613 ໄດ້ ນຳໃຊ້ກຳລັງຂອງກອງຮ້ອຍ 97 ຫຼອນຕີສັດຕູຢູ່ພູຕະ, ດັບສູນສັດ ຕູໄດ້ 15 ບັກ ຍຶດປືນໄດ້ 10 ກະ ບອກ, ໃນມື້ດຽວກັນນີ້ກອງຮ້ອຍ 14 ຕີພິເສດຂອງສູນກາງກໍໄດ້ ຫຼອນຕີສັດຕູຢູ່ພູດອກປິດ. ດັບສູນ ສັດຕູໄດ້ 40 ບັກ, ວັນທີ 18/12/ 1967 ກອງພັນ 613 ໄດ້ນຳໃຊ້ ກອງຮ້ອຍ 95, 97 ໂຈມຕີສັດຕູ ຢູ່ພູເກັງ ພ້ອມດຽວກັນນີ້ທາງ ດ້ານຮົບຍັງໄດ້ນຳໃຊ້ກອງຮ້ອຍ 97 ປ່ຽນແທນກຳລັງກອງພັນ 705 ຢູ່ຫ້ວຍຫຼອຍ ແລະ ນຳໃຊ້ ກຳລັງຂອງກອງພັນ 705 ຕີສັດ ຕູຢູ່ເດີ່ນບິນຫນອງຄ້າງ ເຊິ່ງສັດ ຕູໄດ້ຕ້ານຄືນຢ່າງແຂງແຮງ, ການສູ້ຮົບໄດ້ຜັນແປໄປຢ່າງດຸ ເດືອດ ແລະ ເຄັ່ງຮ້ອນ, ເຮັດໃຫ້ ພວກເຮົາຕ້ອງຖອຍຄືນເພື່ອເຕົ້າ ໂຮມກຳລັງຄືນໃຫມ່ຫຼາຍເທື່ອ, ( ອ່ານຕໍ່ສະບັບໜ້າ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ