
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຊຽງໄຮ ສປ ຈີນ
ເວລາອອກຂ່າວ: 2025-05-30 10:24:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5441 | ຄວາມນິຍົມ:
ໃນລະຫວ່າງວັນທີ 28-29 ພຶດສະພາ 2025 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຊຽງໄຮ ແລະ ເຊີນເຈີນ ສປ ຈີນ, ເຊິ່ງໄລຍະເຄື່ອນໄຫວຢູ່ນະຄອນຊຽງໄຮ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເຊ້ຍ ຕົ່ງ ຮອງເຈົ້າຄອງນະຄອນຊຽງໄຮ, ໄດ້ຢ້ຽມຢາມທັດສະນະສຶກສາ ແລະ ພົບປະກັບ ຮອງຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດຜະລິດເຮືອບິນ ການຄ້າ ຂອງ ສປ ຈີນ (Commercial Aircraft Corporation of China, Ltd, COMAC).
ທ່ານ ນາງ ເຊ້ຍຕົ່ງ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ຂອງທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງນະຄອນຊຽງໄຮ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການພົວພັນຮ່ວມມືລະຫວ່າງນະຄອນຊຽງໄຮ ກັບ ສປປ ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ນະຄອນຊຽງໄຮ ກັບນະຄອນຫຼວງວຽງຈັນ ໃນໄລຍະທີ່ຜ່ານມາ; ພ້ອມທັງໄດ້ສະແດງຄວາມຍິນດີສືບຕໍ່ຮ່ວມມືກັບພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ລົງເລິກຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມື ທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຈິງ, ສອງຝ່າຍ ຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງເຂດວຽກງານເສດຖະກິດ, ການເຊື່ອມໂຍງເຊື່ອມຈອດ, ວັດທະນະທຳ-ສັງຄົມ, ການສຶກສາ ແລະ ການຮ່ວມມືໃນຖານະນະຄອນມິດຕະພາບ. ພິເສດ ໄດ້ກ່າວເຊື້ອເຊີນການນຳຂັ້ນສູງ ແລະ ບັນດາວິສາຫະກິດ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ (China International Import Expo ຫຼື CIIE) ທີ່ນະຄອນຊຽງໄຮ ໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການອໍານວຍຄວາມສະດວກ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນ ນະຄອນຊຽງໄຮ ສາມາດຍາດມາໄດ້ ໃນພາລະກິດສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄອມມູນິດຈີນ ເຊິ່ງໄດ້ເຮັດໃຫ້ເສດຖະກິດຂອງນະຄອນຊຽງໄຮ ຂະຫຍາຍຕົວຢ່າງວ່ອງໄວ, ສິ່ງສຳຄັນ ໄດ້ເຮັດໃຫ້ນະຄອນຊຽງໄຮ ກາຍເປັນສູນກາງທາງດ້ານເສດຖະກິດຂອງ ສປ ຈີນ, ສັງຄົມມີຄວາມທັນສະໄໝ ແລະ ກ້າວຂຶ້ນສູ່ການເປັນສູນກາງທາງດ້ານເສດຖະກິດ ແລະ ການເງິນຂອງພາກພື້ນ ແລະ ສາກົນ.
ໃນໄລຍະເຄື່ອນໄຫວຢູ່ ນະຄອນເຊີນເຈີນ, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຖືກຕ້ອນຮັບຂອງທ່ານ ນາງ ຈ່າງ ຮົວ ຮອງເຈົ້າຄອງນະຄອນເຊີນເຈິນ ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ. ໃນໂອກາດນີ້, ຍັງໄດ້ໄປຢ້ຽມຢາມກຸ່ມບໍລິສັດພັດທະນາຕົວເມືອງອັດສະລິຍະ ນອນຄອນເຊີນເຈີນ, ພົບປະ ແລະ ຢ້ຽມຢາມບັນດາຫົວໜ່ວຍທຸລະກິດ ຈຳນວນໜຶ່ງ ເພື່ອຮັບຟັງສະພາບການດຳເນີນທຸລະກິດ ແລະ ໄດ້ໂຄສະນາເຜີຍແຜ່ນະໂຍບາຍສົ່ງເສີມການຄ້າ-ການລົງທຶນຂອງ ສປປ ລາວ, ພ້ອມທັງ ເຊື້ອເຊີນ ບັນດາຫົວໜ່ວຍທຸລະກິດດັ່ງກ່າວ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ