ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2025-05-30 10:28:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5503 | ຄວາມນິຍົມ:



ວັນທີ 30 ພຶດສະພາ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານຊາຍແດນ ເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີມາກ-ເລນິນ, ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ. ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈົ່ງເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ, ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ສໍາເລັດຕາມແຜນການ. ໂດຍ: ບຸນຊ້ອຍ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ