ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ຢູ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2025-05-30 10:51:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5564 | ຄວາມນິຍົມ:



ໃນວັນທີ 30 ພຶດສະພາ 2025 ນີ້, ຢູ່ທີ່ ກອງພັນໃຫຍ່ 11 ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ກອງພັນໃຫຍ່ 11 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11, ມີບັນດາແຂກຈາກກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງພັນໃຫຍ່ 11 ອີງຕາມ ກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເຮັດສໍາລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີ ຂອງກອງພັນໃຫຍ່ 11, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ, ອີງຕາມ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບ ຂອງກອງປະຊຸມຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຄັ້ງວັນທີ 6 ພຶດສະພາ 2025. ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງສະຫາຍ ພັນເອກ ຄໍາສາຍ ມົນດວງສິງ ເປັນຫົວໜ້າການເມືອງ ກອງພັນໃຫຍ່ 11, ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ, ແຕ່ງຕັ້ງ ສະຫາຍ ພັນໂທ ຖາວອນ ວິໄລສັກ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 11 ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະປະຈຳພັກ, ເລຂາຄະນະພັກ, ອີງຕາມ ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໜທີ XI ໝວດທີ II ມາດຕາ 13, ອີງຕາມ ໜັງສືສະເໜີ ຂອງກົມໃຫຍ່ການເມືອກອງທັບ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ກອງພັນໃຫຍ່ 11 ເປັນເລຂາຄະນະພັກ ປ່ຽນແທນ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່, ແຕ່ງຕັ້ງສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ ເປັນກຳມະການຄະນະປະຈຳພັກ ທັງເປັນປະທານກວດກາຄະນະພັກ ປ່ຽນແທນ ສະຫາຍ ພັນເອກ ຄຳສາຍ ມົນດວງສິງ. ຈາກນັ້ນ, ໃນພິທີ ຍັງໄດ້ລົງນາມ ບົດບັນທຶກການ ມອບ-ຮັບ ຮັບໜ້າ ທີ່ລະຫວ່າງ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າການເມືອງ ກອງພັນໃຫຍ່ 11 ຜູ້ເກົ່າ ແລະ ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ຜູ້ໃໝ່ ພ້ອມທັງ, ຮັບຟັງຄຳໂອ້ລົມ ຈາກສະຫາຍປະທານ ຕື່ມອີກ. ໂດຍ: ປິ່ນ ຂຸນພົນ ພາບໂດຍ: ວິລັດ ມົນດວງສີງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ