ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ທານີ ເປີດ​ຂະ​ບວນ​ການ​ ວຽກ​ງານ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2025-06-02 10:47:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2771 | ຄວາມນິຍົມ:



ໃນ​ວັນ​ທີ 29 ພຶດສະພາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໄດ້​ເປີດ​ຂະ​ບວນ​ການ​ວຽກ​ງານ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 3 ບ້ານ​ຄື: ບ້ານ​ໂນນ​ແຕ້, ບ້ານ​ນາສາ​ລາ ແລະ ບ້ານ​ໜອງ​ສອງ​ຫ້ອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ສິນລະປະ​ກອນ ພົມ​ມະ​ໄຊ​ສີ ຮອງ​ເລຂາ​ພັກ​ເມືອງ ເມືອງ​ໄຊ​ທານີ, ມີ ສະຫາຍ ພັນ​ໂທ ລື​ໄຊ ສຸ​ຂະ​ວົງ ຫົວໜ້າ​ພະ​ແນນ​ກໍ່ສ້າງ​ຮາກ​ຖານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ​ອ້ອມ​ຂ້າງ, ມີ​ຮອງ​ຫົວໜ້າ ​ປກສ ເມືອງ, ຄະນະ​ພັກ​ຮາກ​ຖານ​ກຸ່ມ, ເລຂາ​ພັກ​ບ້ານ-ນາຍບ້ານ ທັງ 11 ກຸ່ມ​ບ້ານ, ກອງ​ຫຼອນ​ກຸ່ມ, ຄະນະ​ອຳນວຍ​ການ​ໂຮງຮຽນ ພ້ອມ​ດ້ວຍ​ບັນດາ​ພະນັກງານ​ວິຊາ​ການ ແລະ ປະຊາຊົນ​ພາຍ​ໃນ​ບ້ານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ແພງ ປິ່ນ​ພະ​ຫຍາ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ທານີ​ໄດ້​ຂຶ້ນ​ຜ່ານ​ແຜນການ ການ​ເປີດ​ຂະ​ບວນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ແຜນການ​ຍຸດ​ທະ​ສາດ​ຂອງ​ພັກ​ໃນ​ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ ແລະ ນຳພາ​ປະຊາຊົນ​ບັນດາເຜົ່າ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ແລະ ດ້ອຍ​ພັດທະນາ​ກ້າວ​ຂຶ້ນ​ສູ່​ສັງຄົມ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ, ສາມັກຄີ​ປອງ​ດອງ​ສີວິໄລ​ຍຸຕິ​ທຳ ທັງ​ເປັນ​ການ​ສ້າງ​ຕາ​ໜ່າງ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ​ປ້ອມ​ໝັ້ນ ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ ຕໍ່​ບຸກຄົນ-ຄອບຄົວ ຂຶ້ນ​ມາ​ໃຫ້​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ, ການ​ປະ​ເມີນ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ ຈຳນວນ 11 ບ້ານ ໃນ​ຄັ້ງ​ນີ້ ບັນດາ​ພະນັກງານ​ວິຊາ​ການ​ຕ້ອງ​ພ້ອມ​ກັນ​ສຸມ​ໃສ່​ເກັບ​ກຳ​ຂໍ້​ມູນ, ວິໄຈ​ຂໍ້​ມູນ ແລະ ປະ​ເມີນ​ຜົນ​ຕາມ​ມາດຖານ​ເງື່ອນໄຂ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃຫ້​ໄດ້​ຕາມ​ລະດັບ​ຄາດໝາຍ ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ​ເອກະສານ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ ແລະ ປະຊາຊົນ​ບັນດາເຜົ່າ, ໃນ​ການ​ດຳເນີນ​ວຽກ​ງານ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃນ​ຄັ້ງ​ນີ້, ເພື່ອ​ເຮັດ​ໃຫ້ການ​ປະ​ເມີນ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ມີ​ຄວາມ​ຊັດ​ເຈນ ແລະ ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ຈາກ​ນັ້ນ, ສະຫາຍ ຈິນດາ ສີ​ໂນ​ນາ​ລາດ ຕາງໜ້າ​ອົງການ​ປົກຄອງ​ບ້ານ ທັງ 3 ບ້ານ ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ລວມ ແລະ ການ​ພັດທະນາ​ບ້ານ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນີ້, ສະຫາຍ ພັນ​ໂທ ອາ​ນຸ​ວົງ ສີ​ສົມບັດ ຫົວໜ້າ​ພະແນກການ​ເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ທານີ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ທານີ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ ແລະ ພະນັກງານ​ວິຊາ​ການ​ລົງ​ປະຕິບັດ​ວຽກ​ງານ​ສ້າງ​ຄອບຄົວ-ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຢູ່​ບ້ານ​ນາສາ​ລາ, ບ້ານ​ໂນນ​ແຕ້ ແລະ ບ້ານ​ໜອງ​ສອງ​ຫ້ອງ. ໂດຍ: ຈອນ​ນີ້ ອິນ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ