ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ໂປນ ກັບ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຮືອງ​ຮວາ ເປີດ​ກອງ​ປະຊຸມ​ພົບ​ປະ​ວຽກ​ງານ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2025-06-23 09:22:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 556 | ຄວາມນິຍົມ:



ໃນ​ວັນ​ທີ 11 ມິຖຸນາ 2025 ນີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຮືອງ​ຮວາ ແຂວງ​ກວາງ​ຈິ ​ສສ ຫວຽດນາມ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ວຽກ​ງານ​ປ້ອງ​ກັນ​ຊາດ 6 ເດືອນ​ຕົ້ນ​ປີ 2025 ເຂົ້າ​ຮ່ວມ​ມີ ສະຫາຍ ພັນ​ໂທ ໂຕ ງອກ ຕວນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຮືອງ​ຮວາ ແຂວງກວາງ​ຈິ, ມີ ສະຫາຍ ພັນ​ໂທ ຄຳ​ແພງ ກອນ​ທິ​ສັກ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ໂປນ ແຂວງສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ຄະນະ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທັງ​ສອງຝ່າຍ​ ໄດ້​ ຜັດປ່ຽນ​ກັນ​ສະຫຼຸບ​ຕີ​ລາຄາໝາກ ຜົນ​ຂອງ​ການ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ໄລຍະ 6 ເດືອນ ​ຜ່ານ​ມາ​ທີ່​ມີ​ຜົນສຳເລັດ​ຕາມ​ລະ ດັບ​ຄາດໝາຍ​ທີ່​ວາງ​ໄວ້ ຍ້ອນ​ທັງ​ສອງ​ຝ່າຍ​ໄດ້​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ເອົາໃຈໃສ່​ໃນ​ການ​ປົກ​ປັກ​ຮັກສາ​ເພີ່ມ​ພູນຄູນ​ ສ້າງ​ສາຍ​ພົວພັນ​ມິດຕະພາບນ້ຳ​ໃຈຄວາມ​ສາມັກຄີ​ແບບ​ພິເສດ ແລະ ຮ່ວມ​ມື​ຮອບດ້ານ​ທີ່​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ມາ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ​ຍັງ​ໄດ້​ວາງ​ທິດ​ທາງ​ແຜນການ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄ້າງ​ຄາ​ໃນຕໍ່ໜ້າ​ໃຫ້​ໄດ້ຮັບ​ ປະ​ສິດທິ​ຜົນ​ ທັງ​ນີ້​ກໍ​ເພື່ອ​ເປັນ​ການ ຈັດຕັ້ງ​ປະຕິບັດວຽກ​ງານປ້ອງ ​ກັນ​ຊາດ​ຕາມ​ຊາຍ​ແດນ​ໃຫ້​ມີ​ ຄວາມ​ສະຫງົບ​ຍູ້​ແຮງ​ການ​ພັດທະ ນາ​ເສດຖະກິດ-ສັງຄົມ ຂອງ​ເມືອງ​ເຊ​ໂປນ ແລະ ເມືອງ​ເຮືອງ​ຮວາ​ໃຫ້​ນັບ​ມື​້ມີ​ການ​ພັດທະນາ​ດີ​ຂຶ້ນ; ໂອກາດ​ນີ້ທັງ​ສອງ​ຝ່າຍ​ຍັງ​ໄດ້​ລົງ​ນາມ​ເຊັນບົດບັນທຶກໃນ ​ການ​ພົບ​ປະ​ພົວພັນ​ຮ່ວມ​ມືໃນຕໍ່ ໜ້າ​ພ້ອມ​ທັງ​ມອບ​ຂອງ​ຂັວນ ແລະ ອວຍພອນ​ເຊິ່ງ​ກັນ ແລະ ກັນ ໃນ​ໂອກາດ​ເປີດ​ກອງ​ປະຊຸມ​ພົບ​ປະ​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ຄັ້ງ​ນີ້ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຮືອງ​ຮວາ ແຂວງ​ກວາງ​ຈິ ​ສສ ຫວຽດນາມ ຍັງ​ໄດ້​ມອບ​ເຄື່ອງ​ສຽງ​ຮັບ​ໃຊ້​ພິທີການ ຈຳນວນ 1 ຊຸດ​ມູນ​ຄ່າ 15.000.000 ດົງ(ສະກຸນ​ເງິນ​ຫວຽດນາມ) ໃຫ້​ ກອງ​ບັນຊາ​ການ​ທະຫານເມືອງ ​ເຊ​ໂປນ ແຂວງ​ສະຫວັນ​ນະ​ເຂດ ຕື່ມ​ອີກ. ໂດຍ: ພານິດ ພິລາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ