
ອົງຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ ສາມາດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນລຸໄດ້ 100%
ເວລາອອກຂ່າວ: 2025-06-23 09:23:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:
ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ທົ່ວຫ້ອງ ວ່າການກະຊວງປ້ອງກັນປະ ເທດ ໃນຜ່ານມາ ໄດ້ເຮັດໃຫ້ການຈັດ ຕັ້ງພັກມີຄວາມປອດໃສ, ໜັກ ແໜ້ນ, ເຂັ້ມແຂງ, ກົມກອງມີ ຄວາມສະຫງົບ, ພະນັກ ງານ-ສະ ມາຊິກພັກ ແລະ ມະຫາຊົນມີຄຸນ ທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທຳປະຕິວັດ, ມີສະ ຕິລະວັງຕົວ ແລະ ຕອບຕ້ານກົນອຸ ບາຍຂອງສັດຕູ, ປະຕິບັດລະບຽບ ວິໄນ, ຕີຖອຍບັນດາປະກົດການ ຫຍໍ້ທໍ້ຕ່າງໆ. ມີຄວາມຮັບຜິດ ຊອບສູງ ແລະ ເຮັດສໍາເລັດໜ້າ ທີ່ການເມືອງຂອງກົມກອງ, ດ້ານວຽກງານພະລາທິການ-ພາ ຫະນະເຕັກນິກ ກໍມີຄວາມຮັບປະ ກັນ ໃນການຮັບໃຊ້ວຽກງານຂອງ ຂັ້ນເທິງ, ວຽກງານຕ່າງປະເທດ ແລະ ວຽກງານຂອງກົມກອງ.
ສະຫາຍ ພົນຈັດຕະວາ ຂາວມະ ນີ ສີພອນ ກໍາມະການຄະນະປະຈໍາ ພັກຫ້ອງວ່າການ, ຮອງຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນ ປະເທດ ໄດ້ໃຫ້ທັດສະນະຕໍ່ການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງໜັກແໜ້ນ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດວ່າ: ໂດຍ ເຫັນໄດ້ທີ່ຕັ້ງພາລະບົດບາດ ແລະ ຄວາມສໍາຄັນຂອງໜ່ວຍພັກ, ຄະ ນະພັກອົງການຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ເອົາ ໃຈໃສ່ຊີ້ນໍາຄະນະພັກແຕ່ລະຂັ້ນ ແລະ ອົງການການເມືອງໃນການ ຄົ້ນຄວ້າວາງທິດທາງແຜນການ ຕາມ 5 ເນື້ອໃນ ວ່າດ້ວຍ ການເພີ່ມ ທະວີການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວ ກອງທັບຕິດພັນກັບການກໍ່ສ້າງ ກອງປອດໃສ, ປອດໄພ, ປອດ ຄະດີ, ໄດ້ຫັນເອົາແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ມະຕິ-ຄໍາສັ່ງຂອງຂັ້ນເທິງ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງວາງອອກ ມາຈັດຕັ້ງຜັນຂະຫຍາຍ, ແຕ່ງຕັ້ງຄະ ນະຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດ ກາຕີລາຄາ ປະເມີນຜົນຂະບວນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວຄະນະ ພັກອົງການຫ້ອງວ່າການກະ ຊວງປ້ອງກັນປະເທດ, ແຕ່ລະ ຄະນະພັກຮາກຖານ ແລະ ໜ່ວຍ ພັກ ມີແຜນການ, ມີຄາດໝາຍສູ້ ຊົນ ແລະ ຈັດຕັ້ງເຄື່ອນໄຫວຢ່າງ ຕັ້ງໜ້າ, ພະນັກງານ-ສະມາຊິກ ພັກ ແລະ ມະຫາຊົນ ມີຄວາມຕື່ນ ຕົວເຂົ້າຮ່ວມຢ່າງເປັນຂະບວນ ການກວ້າງຂວາງ.
ສະຫາຍ ພົນຈັດຕະວາ ຂາວ ມະນີ ສີພອນ ກ່າວຕື່ມວ່າ: ຜ່ານ ການຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາ, ປະເມີນຜົນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ, ຕາມ 5 ເນື້ອໃນປະຈໍາ ປີ 2024 ລະອຽດດັ່ງນີ້: ດ້ານ ການເມືອງ ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນໄດ້ຖືສໍາຄັນ ຕໍ່ການສຶກສາອົບຮົມທາງດ້ານ ການເມືອງແນວຄິດ ໃຫ້ຖັນແຖວ ພະນັກງານ-ສະມາຊິກພັກ ໄດ້ ຮັບຮູ້ເຊື່ອມຊຶມແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ, ມະຕິ-ຄໍາສັ່ງ, ຍຶດໝັ້ນ ລັດທິມາກ-ເລນິນ, ແນວຄິດໄກ ສອນ ພົມວິຫານ ແລະ ຍຶດໝັ້ນຕໍ່ ອຸດົມການສັງຄົມນິຍົມ, ມີທັດສະ ນະຫຼັກໝັ້ນຊົນຊັ້ນ, ຈໍາແນກໄດ້ ມິດສັດຕູ, ພະນັກງານ-ສະມາ ຊິກພັກ ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມ ຮັບຜິດຊອບ ແລະ ເຮັດສຳເລັດຕໍ່ ໜ້າທີ່ການເມືອງຂອງຕົນ. ດ້ານ ແນວຄິດ ໃນໄລຍະຜ່ານມາຄະນະ ພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດ ຕັ້ງຄົ້ນຄວ້າເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ, ລະບຽບວິໄນຂອງກອງ ທັບ, ດໍາເນີນຊີວິດການເມືອງຢ່າງ ກວ້າງຂວາງ ແລະ ເລິກເຊ່ິງ, ຈັດ ຕັ້ງປາຖະກະຖາເລົ່າມູນເຊື້ອຂອງ ຊາດ, ຂອງພັກ, ຂອງກອງທັບ, ວັນສໍາຄັນຕ່າງໆ, ເຜີຍແຜ່ສະ ພາບການພາຍໃນ ແລະ ຕ່າງປະ ເທດ, ເພື່ອສ້າງຄວາມຮັບຮູ້ທີ່ຖືກ ຕ້ອງ, ຈັດຕັ້ງເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ຂອງພັກ, ແຜນພັດ ທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຂອງ ອົງຄະນະພັກກະຊວງປ້ອງ ກັນປະເທດ ສະໄໝທີ V, ຄະ ນະພັກອົງການຫ້ອງວ່າການກະ ຊວງປ້ອງກັນປະເທດ ສະໄໝທີ V ເພື່ອສ້າງຜົນງານຂໍ່ານັບຮັບ ຕ້ອນວັນສໍາຄັນຕ່າງໆ ຢ່າງເປັນ ຂະບວນຟົດຟື້ນ, ຄະນະພັກ, ພະ ນັກງານ-ສະມາຊິກພັກມີຄວາມ ເປັນເອກະພາບສູງຕໍ່ແນວທາງ ນະໂຍບາຍຂອງພັກ, ຍຶດໝັ້ນຕໍ່ອຸ ດົມການຂອງພັກ, ມີຄວາມສາ ມັກຄີເປັນເອກະພາບພາຍໃນ ແໜ້ນແຟ້ນ, ເຄົາລົບ ແລະ ປະຕິ ບັດລະບຽບກົດໝາຍ, ລະບຽບວິ ໄນຂອງກອງທັບຢ່າງເຂັ້ມງວດ. ດ້ານການຈັດຕັ້ງ ຄະນະພັກແຕ່ ລະຂັ້ນ ໄດ້ເອົາໃຈໃສ່ການປັບປຸງບູລະນະການຈັດຕັ້ງ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາໃນການ ກໍ່ສ້າງ ແລະ ປັບປຸງພັກ, ການ ດໍາເນີນຊີວິດການເມືອງຂອງ ໜ່ວຍພັກ, ຕັ້ງໜ້າກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ຕິດພັນກັບ ການກໍ່ສ້າງ ກອງ 3 ປອດ ຢ່າງເປັນຂະບວນການ ກວ້າງຂວາງ, ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບ ສູງ, ຄະນະພັກແຕ່ລະຂັ້ນ ໄດ້ ຮັບການປັບປຸງບູລະນະຄືນ ຄື: ຄະນະພັກອົງການຫ້ອງວ່າການ ກະຊວງ, ຄະນະໜ່ວຍພັກກົມ ຄ້ົນຄວ້າສັງລວມ, ຄະນະໜ່ວຍ ພັກກົມເສດຖະກິດ ແລະ ຄະນະ ໜ່ວຍພັກຫ້ອງການເມືອງ, ທົ່ວ ອົງຄະນະພັກອົງການຫ້ອງວ່າ ການ ມີ 4 ຄະນະພັກຮາກຖານ, ມີ 31 ໜ່ວຍພັກຂຶ້ນກັບຄະນະ ພັກຮາກຖານ, ມີ 11 ໜ່ວຍພັກ ຮາກຖານ, ມີສະມາຊິກພັກທັງ ໝົດ 954 ສະຫາຍ, ສໍາຮອງ 36 ສະຫາຍ, ການຂະຫຍາຍພັກ ແມ່ນຖືເອົາຄຸນນະພາບເປັນກົກ ແລະ ປະຕິບັດຕາມຂັ້ນຕອນໃນ ການຮັບມະຫາຊົນຜູ້ດີເດັ່ນ ຈາກ ການເຝິກຝົນຫຼໍ່ຫຼອມໃນຂະບວນ ການຕົວຈິງ, ເປັນແບບຢ່າງ ນໍາໜ້າ, ໄດ້ອອກໃບຢັ້ງຢືນຮຽນ ສະໜັບສະໜູນເປົ້າໝາຍຂະ ຫຍາຍເຂົ້າເປັນສະມາຊິກພັກ ຈໍານວນ 28 ສະຫາຍ, ອອກໃບ ຢັ້ງຢືນຮຽນກົດລະບຽບພັກ ຈໍານວນ 26 ສະຫາຍ, ຮັບເອົາ ມະຫາຊົນກ້າວໜ້າເຂົ້າເປັນສະ ມາຊິກພັກ 22 ສະຫາຍ, ເລື່ອນ ສໍາຮອງຂຶ້ນສົມບູນ 19 ສະຫາຍ, ດ້ານແບບແຜນນໍາພາຄະນະພັກ ແຕ່ລະຂັ້ນ ໄດ້ຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອແບບແຜນນໍາ ພາຂອງພັກ, ປະຕິບັດລະບອບ ການປະຊຸມຂອງຄະນະພັກ, ຄົ້ນ ຄວ້າປຶກສາຫາລືຕົກລົງວຽກ ງານ, ບົນພື້ນຖານເຄົາລົບຫຼັກ ການລວມສູນປະຊາທິປະໄຕ ເປັນໝູ່ຄະນະ, ບຸກຄົນຮັບຜິດ ຊອບ, ດໍາເນີນຊີວິດການເມືອງ ເປັນປະຈຳ, ຈັດຕັ້ງປະຊຸມຮັບ ສ່ອງແສງລາຍງານການນໍາພາ ຂອງພັກເປັນປົກກະຕິ, ເສີມຂະ ຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານ ຫຍໍ້ທໍ້ຕ່າງໆ ມີຄວາມວ່ອງໄວ ແລະ ທັນເວລາ, ການນໍາພາປະ ຕິບັດໜ້າທີ່ການເມືອງ ແຕ່ລະ ໜ່ວຍພັກ ໄດ້ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນ ຕິຂອງສັດຕູ, ນໍາພາຈັດຕັ້ງລະ ບອບປະຈຳການ, ຈັດຕັ້ງປ້ອງກັນ ເປົ້າໝາຍສໍາຄັນຕ່າງໆ ມີຄວາມ ສະຫງົບປອດໄພ 100%, ຕັ້ງໜ້າ ປະຕິບັດໜ້າທີ່ວິຊາສະເພາະ ເປັນ ເສນາທິການໃຫ້ຂັ້ນເທິງໃນການ ຄົ້ນຄວ້າສັງລວມວາງແຜນ, ຄົ້ນ ຄວ້າຂີດຂຽນໃຫ້ມີຄຸນນະພາບ, ຄຸ້ມຄອງ ແລະ ປົກປັກຮັກສາເອ ກະສານ ເຂົ້າສູ່ລະບຽບ ແບບແຜນ, ຈັດຕັ້ງຜັນຂະຫຍາຍການພົວພັນ ຮ່ວມມືກັບກັບກອງທັບປະເທດ ເພື່ອນມິດ, ກອງທັບບັນດາປະ ເທດໃນພາກພື້ນ ແລະ ໃນໂລກ ມີປະສິດທິຜົນ, ເອົາໃຈໃສ່ຄົ້ນຄວ້າ ວາງແຜນ, ປັບປຸງ-ຄຸ້ມຄອງ ຫົວ ໜ່ວຍທຸລະກິດ ແລະ ການຮ່ວມ ລົງທຶນ ໃຫ້ມີປະສິດທິຜົນ, ສຶກ ສາອົບຮົມດ້ານການເມືອງ-ແນວ ຄິດ ເປັນປົກກະຕິ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເອົາ ໃຈໃສ່ປັບປຸງກໍ່ສ້າງ ແລະ ປະຕິບັດ ນະໂຍບາຍຕໍ່ພະນັກງ ານ-ນັກຮົບ, ພະນັກງານອາວຸໂສບຳນານ ແລະ ປະຕິບັດນະໂຍບາຍການຕ່າງປະ ເທດ ຖືກຕ້ອງຕາມແນວທາງການ ຕ່າງປະເທດຂອງພັກ, ປັບປຸງບູ ລະນະກົງຈັກການຈັດຕັ້ງກົມ ກອງ ແລະ ຫົວໜ່ວຍທຸລະກິດຄືນ ຄື: ຄະນະຫ້ອງວ່າການກະຊວງ, ກົມຄົ້ນຄວ້າສັງລວມ, ຫ້ອງການ ເມືອງ, ກົມພົວພັນຕ່າງປະເທດ, ກົມເສດຖະກິດ, ລັດວິສາຫະກິດ ຂາອອກ-ຂາເຂົ້າກອງທັບ, ບໍ ລິສັດ ກໍ່ສ້າງ-ຂົວທາງຄົບວົງ ຈອນ, ບໍລິສັດ ລາວເດີນອາກາດ ແລະ ອົງການຈັດຕັ້ງມະຫາຊົນ, ນໍາພາເຄື່ອນໄຫວຕາມພາລະບົດ ບາດຂອງຕົນ, ຮັບປະກັນດ້ານຊີ ວິດການເປັນຢູ່ໃຫ້ແກ່ພະນັກ ງານ-ນັກຮົບ ດ້ານເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ ໃຫ້ຄົບຖ້ວນ ຕາມລະບອບອັດຕາ, ຮັບປະກັນ ດ້ານງົບປະມານຮັບໃຊ້ການປະ ຕິບັດໜ້າທີ່ການເມືອງຂອງຂັ້ນ ເທິງ ແລະ ວຽກງານຂອງກົມ ກອງ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ປິ່ນປົວສຸຂະພາບ ການນໍາຂັ້ນສູງ, ພະນັກງານ-ນັກຮົບ, ນໍາພາກົມກອງທໍາການ ຜະລິດ, ການບໍລິການ, ປັບປຸງ, ກໍ່ສ້າງຄ້າຍຄູ ແລະ ຄຸ້ມຄອງຊັບ ສິນ, ເອົາໃຈໃສ່ຄຸ້ມຄອງ-ນໍາໃຊ້ ພາຫະນະ-ເຕັກນິກ, ບັນດາຫົວ ໜ່ວຍທຸລະກິດ ໄດ້ຕັ້ງໜ້າເຄື່ອນ ໄຫວບັນລຸຄາດໝາຍ ແລະ ໃນ ຄາດໝາຍ, ມີຜົນກຳໄລ, ປະຕິບັດ ລະບອບເສຍພາສີອາກອນ, ມອບພັນທະ ແລະ ປັນຜົນກຳໄລ.
ໃນສົກປີ 2024 ຄະນະພັກກະ ຊວງປ້ອງກັນປະເທດ ໄດ້ຕົກລົງ ຮັບຮອງເອົາບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 42 ໜ່ວຍພັກ ເທົ່າກັບ 100% ໃນນັ້ນ, ມີໜ່ວຍ ພັກທີ່ຖືກຮັບຮອງເປັນຄັ້ງ ທີ VI ຕິດຕໍ່ກັນມີ 12 ໜ່ວຍພັກ, ຮັບຮອງ ເປັນຄັ້ງທີ V ມີ 4 ໜ່ວຍພັກ, ຮັບ ຮອງເປັນຄັ້ງທີ IV ມີ 4 ໜ່ວຍ ພັກ, ຮັບຮອງເປັນຄັ້ງທີ III ມີ 8 ໜ່ວຍພັກ, ຮັບຮອງເປັນຄັ້ງທີ II ມີ 8 ໜ່ວຍພັກ ແລະ ສະເໜີຮັບ ຮອງໃໝ່ ຈຳນວນ 6 ໜ່ວຍພັກ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ