
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າ
ເວລາອອກຂ່າວ: 2025-06-24 08:50:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:
ວັນທີ 19 ມິຖຸນາ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ເປີດຮຽນສະໜັບສະ ໜູນພັກ (ຮຽນເປີດກວ້າງ) ໃຫ້ມະຫາຊົນກ້າວໜ້າ, ໂດຍການຜ່ານເອກະສານວຽກງານຂະຫຍາຍພັກ ຂອງສະຫາຍ ພັນໂທ ກົງມະລີ ວົງພັນ ຮອງຫົວໜ້າຫ້ອງການເມືອງໂຮງຮຽນ, ມີພະແນກຈັດຕັ້ງພັກ, ເລຂາໜ່ວຍພັກກອງພັນນັກຮຽນນາຍສິບ ແລະ ມະຫາຊົນກ້າວໜ້າ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັນໄຊ ພົມມະວົງ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ວ່າດ້ວຍ
ການອະນຸມັດໃຫ້ມະຫາຊົນກ້າວໜ້າຮຽນສະໜັບສະໜູນພັກ (ຮຽນເປີດກວ້າງ), ປະຕິບັດຕາມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ທີ່ລະ
ບຸໄວ້ໃນໝວດທີ I ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ອີງຕາມກອງປະຊຸມຄົ້ນຄວ້າຮັບຮອງເອົາມະຫາຊົນຜູ້ກ້າວໜ້າຂັ້ນຄະນະພັກໂຮງຮຽນ ຄັ້ງວັນທີ 10 ມິຖຸນາ 2025 ຈຳນວນ 26 ສະຫາຍ. ການເປີດຮຽນສະໜັບ ສະໜູນພັກຄັ້ງນີ້ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ເຂົ້າໃຈເລິກເຊິ່ງ ເຂົ້າໃນວຽກງານຕົວຈິງ ໂດຍສະເພາະວຽກງານກໍ່ສ້າງພັກໃຫ້ມະຫາຊົນກ້າວໜ້າ ໄດ້ຮຽນຮູ້ຄວາມໝາຍ ຄວາມສຳຄັນ, ພາລະບົດບາດ, ສິດ, ໜ້າທີ່ຂອງພັກ ລວມທັງບັນດາຂໍ້ຫ້າມ, ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ 3 ທິດນຳຂອງພັກ. ທັງນີ້, ກໍເພື່ອເຮັດໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ເນື້ອໃນ, ທາດແທ້, ອຸດົມການຂອງພັກ ແລະ ພ້ອມກັນສູ້ຊົນບຸກບືນສຸມສະຕິປັນຍາເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ທັງເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມກົດລະບຽບຂອງພັກຢ່າງຖືກ ຕ້ອງ ແລະ ເຂັ້ມງວດ. ພ້ອມນີ້, ສະຫາຍ ພັນໂທ ກົງມະລີ ວົງພັນ ຍັງ
ມອບໃບຢັ້ງຢືນ (ຮຽນເປີດກວ້າງສະມາຊິກພັກ) ໃຫ້ບັນດາສະ ຫາຍມະຫາຊົນກ້າວໜ້າ ຕື່ມອີກ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ