ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກຳເນີດເຕີບໃຫຍ່ ບົນເສັ້ນທາງການປັບປຸງກໍາລັງ ໃນໄລຍະໃໝ່ຂອງເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຄົບຮອບ 3 ປີ (24 ມິຖຸນາ 2022-24 ມິຖຸນາ 2025)
ເວລາອອກຂ່າວ: 2025-06-24 09:08:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 775 | ຄວາມນິຍົມ:



ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ຂອງກອງທັບປະຊາຊົນລາວ ກໍຄື ທິດທາງປັບປຸງກໍາລັງໃຫ້ມີຄຸນນະພາບ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັ້ນ, ກະຊວງປ້ອງກັນປະເທດໄດ້ຕົກລົງ ປະກາດສ້າງຕັ້ງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຂຶ້ນໃນວັນທີ 24 ມິຖຸນາ 2022. ການກໍາເນີດ ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແມ່ນຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າກໍາລັງສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກໃນໄລຍະໃໝ່, ດັ່ງນັ້ນ ການກໍາເນີດຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກໍເພື່ອຫຼໍ່ຫຼອມກໍາລັງສືບທອດຂອງກອງທັບ ກໍຄື ນ້ອງນ້ອຍນັກຮຽນ ທີ່ເປັນອະນາຄົດຂອງຊາດ ໃຫ້ກາຍເປັນ ພະນັກງານ-ນັກຮົບ ທີ່ມີຄຸນນະພາບ ແລະ ເຂັ້ມແຂງ ໜັກແໜ້ນ ເພື່ອຕອບສະໜອງວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂະບວນການຫຼໍ່ຫຼອມກໍາລັງສືບທອດຂອງກອງທັບ ບົນເສັ້ນທາງກັບການພັດທະນາກ້້າວສູ່ຄວາມທັນສະໄໝຂອງໂຮງຮຽນ ໃຫ້ມີປະສິດທິພາບໃນການສິດສອນ ແລະ ໄດ້ຮັບການຍອມຮັບຈາກສະຖາບັນການສຶກສາ ນັ້ນ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ໃຫ້ທັດສະນະເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຄົບຮອບ 3 ປີ (24 ມິຖຸນາ 2022-24 ມິຖຸນາ 2025) ວ່າ: ຄວາມຈິງແລ້ວບົນເສັ້ນທາງແຫ່ງການເຄື່ອນໄຫວກໍ່ສ້າງພະນັກງານຄູ-ອາຈານ ທີ່ຜ່ານມາ ນັ້ນ ກໍມີຂໍ້ຫຍຸ້ງຍາກ ເຖິງແນວໃດກໍຕາມ ໄປຄຽງຄູ່ກັບການສູ້ຊົນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ-ຄະນະອໍານວຍ ໄດ້ຈັດຕັ້ງນໍາພາກໍ່ສ້າງ ພະນັກງານ-ຄູອາຈານ ໃຫ້ມີຄຸນນະພາບ ແລະ ໜັກແໜ້ນ ເຂັ້ມແຂງ ນັບແຕ່ມື້ ສ້າງຕັ້ງຈົນເຖິງປັດຈຸບັນ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແມ່ນມີຄວາມ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດຍາດໄດ້ຜົນງານຫຼາຍດ້ານ ທີ່ພົ້ນເດັ່ນ ເຊິ່ງສະແດງອອກ ໃນການປະຕິບັດວຽກງານເຮັດໃຫ້ສະພາບກົມກອງມີຄວາມສະຫງົບ ຄະນະພັກ-ຄະນະອໍານວຍການ ໄດ້ຈັດຕັ້ງນໍາພາ ພະນັກງານ-ນັກຮົບ, ຄູ, ອາຈານ, ຕັ້ງໜ້າປະຕິບັດ ແລະ ເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍ. ປັດຈຸບັນໃນທົ່ວໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ມີພະນັກງານ-ນັກຮົບ, ຄູ-ອາຈານ ທັງຫມົດ 420 ສະຫາຍ, ຍິງ 140 ສະຫາຍ, ຄະນະພັກ - ຄະນະອໍານວຍການໂຮງຮຽນໄດ້ເອົາໃຈໃສ່ຊຸກຍູ້ປຸກລະດົມ, ຕິດຕາມກວດກາ ຄູ-ອາຈານ ໃນການແຕ່ງບົດສອນ, ຜ່ານບົດສອນ, ເຂົ້າຮ່ວມໂມງສອນ ປະເມີນຜົນການຮຽນ - ການສອນເປັນປະຈໍາ, ເຄື່ອນໄຫວສ້າງກິດຈະກໍາຕ່າງໆ ແລະ ທວນຄືນສອບເສັງ, ໃນສົກຮຽນຜ່ານມາໄດ້ຈັດຕັ້ງເປີດສົກຮຽນ 2024-2025 ໃຫ້ນັກຮຽນເຊິ່ງມີນັກຮຽນທັງໝົດ 400 ຄົນ, ໃນນັ້ນໄດ້ແບ່ງອອກເປັນ 3 ຊັ້ນຮຽນຄື: ຊັ້ນ ມ 2, ມ 6, ມ 7. ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນະປະເທດຊາດ, ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ຊີ້ນໍາຄະນະພັກທຸກຂັ້ນ ເອົາໃຈໃສ່ເພີ່ມທະວີການນໍາພາ, ຊີ້ນໍາການກໍ່ສ້າງພະນັກງານ ຮຸ່ນສືບທອດປ່ຽນແທນຢູ່ໃນສິດຄຸ້ມຄອງຂອງຕົນ ຕິດພັນກັບແຜນກໍານົດພະນັກງານ, ສອດຄ່ອງກັບ ແຜນພັດທະນາເສດຖະກິດ - ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການໃນທຸກຂະແໜງການຂອງກອງທັບ ຄົ້ນຄວ້າສັບຊ້ອນເປົ້າໜາຍໄປບໍາລຸງ - ກໍ່ສ້າງບົນພື້ນຖານແຜນການ ກໍານົດພະນັກງານທີ່ໄດ້ກໍານົດໄວ້, ມີການຄົ້ນຄວ້າຕົກລົງ ເປັນເອກະພາບພາຍໃນ ຮັບປະກັນຖືກຕ້ອງຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ໂດຍເລັ່ງໃສ່ ພະນັກງານ ຮຸ່ນກາງ, ຮຸ່ນໜຸ່ມ, ຊົນເຜົ່າ ແລະ ເພດຍິງ, ໄດ້ຖືເອົາການສ້າງພະນັກງານກັບທີ່ ທີ່ເຮັດວຽກງານຕົວຈິງຢູ່ແຕ່ລະບ່ອນເປັນສໍາຄັນ ໄປຍົກລະດັບ ກໍ່ສ້າງຢູ່ສະຖາບັນການສຶກສາທັງພາຍໃນ ແລະ ຕ່າງປະເທດ ໂດຍຖືເອົາການສ້າງຢູ່ພາຍໃນ ຕິດພັນກັບວຽກງານຕົວຈິງເປັນຕົ້ນຕໍ, ໂດຍເລັ່ງໃສ່ສ້າງພະນັກງານວິຊາການໃນຂະແໜງການທີ່ເປັນທ່າແຮງ ຕໍ່ການພັດທະນາກອງທັບ, ສະຖາບັນການສຶກສາໃນກໍາລັງປະກອບອາວຸດ, ຄົ້ນຄວ້າ, ກໍານົດເນື້ອໃນຫຼັກສູດໃຫ້ເໜາະສົມກັບເປົ້າຫມາຍ, ແຕ່ລະປະເພດພະນັກງານ, ພ້ອມທັງ ປັບປຸງລະບຽບການຄຸ້ມຄອງ, ການຮຽນ, ການສອນ ຢູ່ສະຖາບັນການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ໃຫ້ເຄັ່ງຄັດເພື່ອຮັບປະກັນຄຸນນະພາບການສຶກສາ, ຜ່ານການບໍາລຸງ - ສ້າງມາແລ້ວຕ້ອງສັບຊ້ອນ, ມອບໜ້າທີ່ຕາມຄວາມເໝາະສົມ, ທັງລົງເຮັດວຽກຕົວຈິງຢູ່ຮາກຖານ ແລະ ດໍາເນີນການປະເມີນຄວາມຮູ້ຄວາມສາມາດຂອງພະນັກງານ, ຄູ, ອາຈານ ໃນແຕ່ລະໄລຍະ. ສ້າງກົນໄກປະສານງານ, ວິທີເຮັດວຽກ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງ ພາກສ່ວນ ທີ່ມີພາລະ ບົດບາດ ໃນການບໍາລຸງສ້າງພະນັກງານຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຖືກຕ້ອງ ສອດຄ່ອງໂປ່ງໃສ, ເປັນເອກະພາບ ແລະ ສາມາດປະຕິບັດໄດ້, ກໍານົດນະໂຍບາຍທີ່ເໜາະສົມ ແລະ ອໍານວຍຄວາມສະດວກ ໃຫ້ພະນັກງານ-ຄູອາຈານທີ່ເຮັດວຽກ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ມີເງື່ອນໄຂຄົ້ນຄວ້າຮໍ່າຮຽນ, ຍົກລະດັບຄວາມຮູ້ໃນດ້ານຕ່າງໆໃຫ້ກວ້າງຂວາງທົ່ວເຖິງ. ພ້ອມກັນນັ້ນ ຫຼາຍສະຖານບັນໃນກອງທັບກໍໄດ້ຮັບການສ້າງຕັ້ງຂຶ້ນໃໝ່ເຊັ່ນ: ໂຮງຮຽນເຫຼົ່າຮົບນາຍສິບບ້ານແປນ ແລະ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແລະ ຍັງຈະມີຫຼາຍໂຮງຮຽນ ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງກໍາລັງປະກອບອາວຸດ. ເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຄົບຮອບ 3 ປີ, ຂ້າພະເຈົ້າ ຕາງໜ້າຄະນະພັກ-ຄະນະອຳນວຍການ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບ, ຄູ, ອາຈານ, ປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ ແລະ ພ້ອມກັນ ສືບຕໍ່ປະຕິບັດສອງໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງສີວິໄລຢ່າງບໍ່ຢຸດຢັ້ງ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ