ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ເຜີຍແຜ່ກົດໝາຍ ຢູ່ ສູນເສຍອົງຄະ 489
ເວລາອອກຂ່າວ: 2025-06-24 10:42:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ:



ໃນວັນທີ 19 ມິຖຸນາ 2025 ນີ້, ຢູ່ທີ່ສູນເສຍອົງຄະ 489 ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນໃນປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພັນສະໄໝ ວິໄລ ຮອງຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານອາວຸໂສ ແລະ ເສຍອົງຄະ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວສູນເສຍອົງຄະ 489 ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນຕີ ນາງພິມນະພາ ພວງສາວະດີ ຮອງຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ ກົມກົດໝາຍ ໄດ້ເຜີຍແຜ່ກົດໝາຍ ເຊິ່ງປະກອບມີບາງມາດຕາ ຂອງປະມວນກົດໝາຍອາຍາ ທີ່ຕິດພັນກັບບັນດາປະກົດການພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ກໍຄືກອງທັບ ເພື່ອເປັນການສ້າງສະຕິເຄົາລົບກົດໝາຍ, ຍົກສູງລະດັບຄວາມຮູ້ຄວາມເຂົ້າໃຈທາງດ້ານກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ພ້ອມນັ້ນ, ໄດ້ຜ່ານເອກະສານແຈ້ງການ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍ ກອງທັບປະຊາຊົນລາວ. ຈາກນັ້ນ, ສະຫາຍ ພັນໂທ ແສງເພັດ ໄຊຍະລາດ ຫົວໜ້າພະແນກສະຖິຕິ ແລະ ຖານຂໍ້ມູນນະໂຍບາຍ ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ເຜີຍແຜ່ບັນດາເອກະສານຕ່າງໆ ກ່ຽວກັບວຽກງານນະໂຍບາຍຕໍ່ພະນັກງານ-ນັກຮົບ, ພະນັກງານອາວຸໂສບໍານານ ແລະ ເສຍອົງຄະໃນກອງທັບ ເພື່ອເຮັດໃຫ້ພະນັກງານ-ນັກຮົບທົ່ວສູນ ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວ ກໍຄືແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານນະໂຍບາຍໃນກອງທັບ ແລະ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ. ກອງປະຊຸມ ຍັງໄດ້ເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມ ມີການສົນທະ ນາ ຖາມ-ຕອບ ບັນຫາຕ່າງໆ ຢ່າງມີບັນຍາການຟົດຟຶ້ນ. ສະຫາຍ ພັນເອກ ພັນສະໄໝ ວິໄລ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ພະນັກງານອາວຸໂສບໍານານ ແລະ ເສຍອົງຄະ ສູນເສຍອົງຄະ 489 ໃນການກະກຽມ ແລະ ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ, ຜ່ານການຮັບຟັງການເຜີຍແຜ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນຄັ້ງນີ້ ເຊື່ອໝັ້ນວ່າ ບັນດາສະຫາຍຈະມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຂຶ້ນຕື່ມຕໍ່ບັນດາກົດໝາຍ, ກົດລະບຽບຕ່າງໆ ກໍຄືແນວທາງນະໂຍບາຍຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງ ທີ່ມີຕໍ່ພະນັກງານນັກຮົບ-ພະນັກງານອາວຸໂສບໍານານ ແລະ ເສຍອົງຄະ ເພື່ອໃຫ້ບັນດາສະຫາຍມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການຈັດຕັ້ງຂັ້ນເທິງ, ພ້ອມທັງຮຽກຮ້ອງໃຫ້ພ້ອມກັນນໍາເອົາເນື້ອໃນກົດໝາຍ ແລະ ລະບຽບການດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ຖືກຕ້ອງ, ປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ ກໍຄືກົດໝາຍທີ່ວາງອອກໃຫ້ເຂັ້ມງວດ. ພ້ອມນັ້ນ, ຍັງໄດ້ມອມປຶ້ມກົດໝາຍ ຈໍານວນໜຶ່ງ ໃຫ້ສູນເສຍອົງຄະ 489 ອີກດ້ວຍ. ໂດຍ: ສາຍສະຫັວນ ນັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ