ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ມອບວັດຖຸປັດໄຈ ໃຫ້ຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2025-06-27 16:06:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2791 | ຄວາມນິຍົມ: ![]()
ວັນທີ 27 ມິຖຸນາ 2025 ນີ້, ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ມອບເງິນສົດ ແລະ ວັດຖຸຮັບໃຊ້ຈໍານວນໜຶ່ງ ລວມມູນຄ່າທັງໝົດ 10.000.000 ກີບ ໃຫ້ຫ້ອງການຊາວໜຸ່ມກອງທັບ, ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ. ເພື່ອເປັນການ ປະກອບສ່ວນຊຸກຍູ້ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ ທັງເປັນການກະຕຸກຊຸກຍູ້ໃຫ້ພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ ປະຈໍາການຢູ່ບັນດາປ້ອມຕ່າງໆ ແລະ ກໍາລັງສໍາຮອງຢູ່ກົມກອງ ມີກໍາລັງໃຈເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິ່ງມອບໝາຍໃຫ້.
ໃນໂອກາດນີ້, ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ໄດ້ຕາງໜ້າຄະນະນໍາຫ້ອງການຊາວໜຸ່ມກອງທັບ ກໍຄືພະນັກງານ-ນັກຮົບໃນຖັນແຖວກອງທັບ ໄດ້ມອບໃບກຽດຕິຄຸນ ພ້ອມສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ທີ່ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຈະນໍາເອົາປັດໄຈ ດັ່ງກ່າວ ໄປໝູນໃຊ້, ຊ່ວຍເຫຼືອບັນດາ ພະນັກງານ-ນັກຮົບຜູ້ທີ່ກຳລັງປະຕິບັດໜ້າທີ່ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















