ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-06-30 10:12:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1161 | ຄວາມນິຍົມ:



ວັນທີ 26 ມິຖຸນາ 2025 ນີ້, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກອງທັບ ໄດ້ຈັດກອງປະຊຸມສະຫຼຸບການນຳພາວຽກງານ 6 ເດືອນຕົ້ນປີ 2025 ແລະ ຜ່ານທິດທາງແຜນການວຽກງານໃນ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ກຳມະການຄະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກກົມໃຫຍ່, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2025 ພ້ອມທັງຜ່ານທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍປະຕິບັດຕາມທິດນຳທີ່ວ່າ: ກໍ່ສ້າງປັບປຸງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝນັ້ນ ຄະນະພັກກົມໃຫຍ່ເຕັກນິກ ໄດ້ເປັນເຈົ້າການຫັນມະຕິຕ່າງໆ ຂອງພັກ ຫັນມາເປັນແຜນວຽກ, ເປັນໂຄງການອັນລະອຽດໃນການຊີ້ນຳແຕ່ລະດ້ານຢ່າງມີຈຸດສຸມ ແລະ ແທດເໝາະກັບສະພາບຕົວຈິງ ເປັນຕົ້ນແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ເຂົ້າໃນໜ້າທີ່ການເມືອງ ຂອງກົມກອງ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການແກ້ໄຂຊີວິດການເປັນຢູ່ມີຫຼາຍກົມກອງໄດ້ຮັບການປັບປຸງດີຂຶ້ນ ພ້ອມກັນນັ້ນຍັງໄດ້ຊີ້ນຳ-ນຳພາຈັດຕັ້ງສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ອົງການ-ກົມກອງ ເປັນປົກກະຕິ, ສຸມໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມຄໍາສັ່ງ ຂອງກົມການເມືອງສູນກາງພັກ, ເອກະສານ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ປະຕິບັດກົດລະບຽບຂອງພັກ ສະໄໝທີ XI ແລະ ປາຖະກະຖາບັນດາມູນເຊື້ອວັນສໍາຄັນປະຫວັດສາດຕ່າງໆ ເຊິ່ງໄດ້ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ນັກຮົບຢູ່ອົງການ, ກົມກອງຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເປັນແບບຢ່າງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ບໍລິສຸດຕໍ່ພັກ-ຕໍ່ປະເທດຊາດ, ມີຄວາມສາມັກຄີພາຍໃນໝູ່ຄະນະເປັນປຶກແຜ່ນ ແລະ ເອົາໃຈໃສ່ຊີ້ນໍາວຽກງານປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ມີແບບແຜນນໍາພາແທດເໝາະ, ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ໃນກອງປະຊຸມບັນດາສະຫາຍໃນຄະນະບໍລິຫານງານພັກໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຢ່າງກົງໄປກົງມາເພື່ອນເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນ. ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ