ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ວິທະຍາຄານເຕັກນິກການທະຫານ ເຜີຍແຜ່ແຜນການຈັດຕັ້ງກວດກາຈຳນວນພົນ ແລະ ໂຄງຮ່າງການຈັດຕັ້ງ ປະຈຳສົກ 2025-2026
ເວລາອອກຂ່າວ: 2025-06-30 10:14:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 970 | ຄວາມນິຍົມ:



ວັນທີ 26 ມິຖຸນາ 2025 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ເຜີຍແຜ່ແຜນການຈັດຕັ້ງກວດກາຈຳນວນພົນ ແລະ ໂຄງຮ່າງການຈັດຕັ້ງປະຈຳສົກ 2025-2026 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີບັນດາຄະນະພັກ-ຄະນະອຳນວຍການ, ຕາງໜ້າຫ້ອງ, ຄະນະວິຊາ ແລະ ບັນດາອະນຸກຳມະການກວດກາຈຳນວນພົນ ເຂົ້າຮ່ວມ. ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າຫ້ອງການບໍລິຫານ ວິທະຍາຄານເຕັກນິກການທະຫານ ໄດ້ຜ່ານແຜນການຈັດຕັ້ງກວດກາຈຳນວນພົນ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ການກວດກາຈຳນວນພົນຕົວຈິງ ຢູ່ວິທະຍາຄານເຕັກນິກການທະຫານ ໂດຍອີງຕາມ ແຜນຍຸດທະສາດການປັບປຸງແຜນກໍ່ສ້າງກຳລັງດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ຂອງກອງທັບ ແຕ່ປີ 2021-2025 ຂອງກະຊວງປ້ອງກັນປະເທດ; ແຈ້ງການ ຂອງກົມໃຫຍ່ເສນາທິການກອງທັບ ໃນການກວດກາຄຸ້ມຄອງກຳລັງພົນໃນທົ່ວກອງທັບ ເພື່ອຈັດກວດກາຈໍານວນພົນລະອຽດ ຢູ່ແຕ່ລະກົມກອງ ເວົ້າສະເພາະ ແມ່ນຢູ່ທຸກຫົວໜ່ວຍອົງການທົ່ວວິທະຍາຄານເຕັກນິກການທະຫານ ໃຫ້ຊອກເຫັນຈຳນວນທີ່ມີໜ້າຕົວຈິງໃນກົມກອງ, ຜູ້ໄປປະຕິບັດໜ້າທີ່ຕາມການຕົກລົງຂອງຂັ້ນເທິງ, ຈຳນວນທີ່ສະເໜີອອກອູດໜູນ, ລໍຖ້າບໍານານ, ຈຳນວນທີ່ປະລະໜ້າທີ່, ປິ່ນປົວຍາວນານ ໃຫ້ລະອຽດຊັດເຈນ; ແນໃສ່ກວດກາບັນດາສາເຫດຕ່າງໆ ເພື່ອນຳໄປຄົ້ນຄວ້າ ແລະຊອກວິທີການແກ້ໄຂກັບສະພາບການທາງດ້ານຈຳນວນພົນໃຫ້ຖືກຕ້ອງຕາມຂໍ້ມູນຂອງກອງທັບ ໃນນີ້, ໄດ້ເນັ້ນໃຫ້ບັນດາຫົວໜ່ວຍກົມກອງທົ່ວວິທະຍາຄານເຕັກນິກການທະຫານ ກະກຽມຈຳນວນພົນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ ມາຢັ້ງຢືນໃນການຮັບເງິນເດືອນຕົວຈິງ ເປັນຕົ້ນບັດປະຈຳຕົວ, ບັດປະກັນສັງຄົມ, ເອກະສານການໄປຮຽນ, ຂໍ້ຕົກລົງຕ່າງໆ ເພື່ອຢັ້ງຢືນໃຫ້ຖືກຕ້ອງຕາມຖານຂໍ້ມູນຂອງກອງທັບ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ເນັ້ນໜັກໃຫ້ບັນດາອະນຸກຳມະການຜູ້ຮັບຜິດຊອບກວດກາຈຳນວນພົນຕົວຈິງ ຈົ່ງປະຕິບັດຕາມຂໍ້ກຳນົດ, ກົດລະບຽບ, ໂປ່ງໃສຕາມຖານຂໍ້ມູນ ຂອງກົມກອງ ກໍຄືກອງທັບ ເພື່ອໃຫ້ສອດຄ່ອງກັບຫຼັກການກວດກາ ຂອງພັກ-ລັດຂັ້ນເທິງຢ່າງລະອຽດ ພ້ອມທັງແກ້ໄຂບັນຫາຕ່າງໆ ໃຫ້ຖືກຕ້ອງ, ໃຫ້ແທດເໝາະກັບຈຳນວນພົນຕົວຈິງຂອງກົມກອງ ກໍຄືກອງທັບ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ