ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ຈັດພິທີປິດຮຽນໃຫ້ນັກຮຽນກໍ່ສ້າງນາຍສິບ ລະບົບ 1 ປີ ຊຸດທີ IX ປະຈຳສົກ 2024-2025
ເວລາອອກຂ່າວ: 2025-06-30 12:07:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2128 | ຄວາມນິຍົມ: ![]()
ວັນທີ 27 ມິຖຸນາ 2025 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ໄດ້ຈັດພິທີປິດຮຽນໃຫ້ນັກຮຽນກໍ່ສ້າງນາຍສິບ ລະບົບ 1 ປີ ຊຸດທີ IX ປະຈຳສົກ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ຂອງກອງບັນຊາການທະຫານແຂວງ, ບັນດາແຂກທີ່ຖືກເຊີນ ຕະຮອດຄະນະພັກ-ຄະນະອໍານວຍການ ພະນັກງານ, ຄູ-ອາຈານ ແລະ ນັກຮຽນກໍ່ສ້າງນາຍສິບ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ແສງຕາວັນ ໃຈວົງສາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດປິດຮຽນກໍ່ສ້າງນາຍສິບ ຊຸດທີ IX ປະຈຳສົກ 2024-2025. ຈາກນັ້ນ, ສະຫາຍ ພັນຕີ ຄິດທະວົງ ສຸກກະເສີມ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ໄດ້ສະຫຼຸບຕີລາຄາການຈັດຕັ້ງອົບຮົມ-ຫັດແອບກໍ່ສ້າງນາຍສິບ ໃນໄລຍະ 1 ປີ ສາມາດຕີລາຄາຜົນໄດ້ຮັບຄື: ສອບເສັງພາກການເມືອງ ເກັ່ງ 15 ສະຫາຍ ເທົ່າກັບ 21,74%, ຂັ້ນກາງ 54 ສະຫາຍ ເທົ່າກັບ 78,26%, ພາກສິລະປະຍຸດ ຂັ້ນເກັ່ງ 22 ສະຫາຍ ເທົ່າກັບ 31,88%, ຂັ້ນກາງ 47 ສະຫາຍ ເທົ່າກັບ 68,12%, ພາກຍຸດທະວິທີ ເກັ່ງ 24 ສະຫາຍ ເທົ່າກັບ 34,78%, ຂັ້ນກາງ 45 ສະຫາຍ ເທົ່າກັບ 65,2%, ພາກລະບຽບ ເກັ່ງ 25 ສະຫາຍ ເທົ່າກັບ 36,23%, ຂັ້ນກາງ 44 ສະຫາຍ ເທົ່າກັບ 63,77%. ການຈັດຕັ້ງອົບຮົມ-ຫັດແອບ ສາມາດຮັບປະກັນໄດ້ຄວາມປອດໄພ 100%. ພ້ອມນັ້ນ, ໄດ້ປະກາດການເລື່ອນຊັ້ນ ສິບຕີ ແລະ ສິບໂທ ເລື່ອນຂຶ້ນ ຊັ້ນ ສິບເອກ ຈຳນວນ 50 ກວ່າສະຫາຍ ແລະ ເລື່ອນຂຶ້ນ ວາທີ ມີ 7 ສະຫາຍ. ໃນພິທີ ໄດ້ມອບປະກາດສະນິຍະບັດໃຫ້ບັນດານັກຮຽນກໍ່ສ້າງນາຍສິບ ຈໍານວນ 60 ກວ່າສະຫາຍ ພ້ອມທັງ ມອບໃບຍ້ອງ ແລະ ໃບສັນລະເສີນໃຫ້ຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 1 ສະຫາຍ ໂດຍການມອບ ຂອງ ສະຫາຍ ພັນຕີ ຄິດທະວົງ ສຸກກະເສີມ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ສົມພົງ ສິດທິສົມບັດ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ໂຮງຮຽນ ກໍຄືຄະພັກ-ຄະນະອໍານວຍການ, ພະນັກງານ ຄູ-ອາຈານ ທີ່ໄດ້ສຸມຈິດໃຈ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສິດສອນຈົນສໍາເລັດ ພ້ອມທັງ ຮຽກຮ້ອງໃຫ້ນັກຮຽນສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໂດຍສະເພາະການປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ, ນໍາເອົາບົດຮຽນ, ຄວາມຮູ້ ຄວາມສາມາດທີ່ໄດ້ຮໍ່າຮຽນມາໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ຄໍາໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















