ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງທັບຄືໝາກຫົວໃຈຂອງຊາດ, ຄືເສັ້ນເລືອດໃຫຍ່ຂອງພັກ
ເວລາອອກຂ່າວ: 2025-06-30 12:09:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2181 | ຄວາມນິຍົມ:



ກອງທັບ ຄືໝາກຫົວໃຈຂອງຊາດ, ຄືເສັ້ນເລືອດໃຫຍ່ຂອງພັກ ກອງທັບຄືທຸກພາກສ່ວນຂອງຮ່າງກາຍທີ່ຕັດແຍກອອກຈາກກັນບໍ່ໄດ້ ດັ່ງຄຳເວົ້າທີ່ວ່າ: ກອງທັບ ກັບປະຊາຊົນ ຄືປາກັບນໍ້າ, ເມື່ອປະເທດຊາດມີໄພ, ປະຊາຊົນເດືອດຮ້ອນ, ທະຫານມີໜ້າກ່ອນສະເໝີ ຍອມເສຍສະຫຼະເລືອດເນື້ອ ເຫື່ອແຮງ, ສະຕິປັນຍາ, ເສຍສະຫຼະເວລາ ເພື່ອປະເທດຊາດໝັ້ນຄົງ, ປະຊາຊົນພົ້ນໄພ ຮັ່ງມີ ສີວິໄລ, ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ສຳເລັດທຸກໜ້າທີ່ ທີ່ຂັ້ນເທີງມອບໝາຍໃຫ້. ແນ່ນອນໃນສະພາບການປັດຈຸບັນນີ້, ປະເທດເຮົາກຳລັງປະເຊີນກັບຫຼາຍໆ ບັນຫາທີ່ທ້າທາຍ ເວົ້າລວມເວົ້າສະເພາະແມ່ນບັນຫາການຂາດແຄນຄູ, ບັນຫາຄູອາສາ ແລະ ການປະລະການຮຽນຂອງນັກຮຽນຂັ້ນຕ່າງໆ ເຊິ່ງເປັນບັນຫາທີ່ຮ້າຍແຮງ ແລະ ຈະສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາຂອງປະເທດຊາດພັກ ແລະ ລັດຖະບານຍາມໃດກໍເປັນຫ່ວງເປັນໃຍຕໍ່ການສຶກສາ, ຖືເອົາການສຶກສາເປັນວຽກງານທີ່ສໍາຄັນອັນດັບໜຶ່ງ, ຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ, ຖືເອົາຄົນເປັນເປົ້າໝາຍໃນການສ້າງສາພັດທະນາປະເທດຊາດ. ການສຶກສາເປັນຮາກເຫງົ້າ ແລະ ເປັນກົກໃນການສ້າງຄົນໃຫ້ເປັນຊັບພະຍາກອນອັນປະເສີດຂອງຊາດ, ແຕ່ສິ່ງທີ່ໜ້າເປັນຫ່ວງຄື: ຈໍານວນນັກຮຽນໃນແຕ່ລະຊັ້ນ, ແຕ່ລະຂັ້ນມີທ່າອ່ຽງຫຼຸດລົງ ໂດຍສະເພາະໃນຂັ້ນມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ ສາເຫດ ກໍຍ້ອນວ່າສະພາບການບ້ານເມືອງເຮົາເກີດວິກິດທາງດ້ານເສດຖະກິດ-ການເງິນ, ນັກຮຽນ-ນັກສຶກສາຈໍານວນບໍ່ໜ້ອຍປະລະການຮຽນ ແລ້ວຫັນໄປອອກແຮງງານຢູ່ຕ່າງປະເທດ ເພື່ອເອົາຊີວິດຢູ່ລອດວິກິດ. ຕໍ່ບັນຫາດັ່ງກ່າວລັດຖະບານ ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ: ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ກຳນົດໂກຕາຄູສອນໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ, ປະຕິບັດນະໂຍບາຍໃຫ້ພະນັກງານບຳນານທີ່ຍັງແຂງແຮງ ແລະ ທະຫານຊາຍແດນ ຊ່ວຍສິດສອນໃນໂຮງຮຽນທີ່ຂາດຄູສອນ, ປະຕິບັດນະໂຍບາຍເອົາຄູອາສາສະໝັກເຂົ້າບັນຈຸເປັນທະຫານພັນທະ ແຕ່ປະຕິບັດໜ້າທີ່ຄູສອນ. ໃນປັດຈຸບັນ, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຊຸດອົບຮົບວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ຊຸດທີ II ຢູ່ທີ່ວິທະຍາໄລຄູຫຼວງພະບາງ ໂດຍໄດ້ຄັດເລືອກເອົານາຍ ແລະ ພົນທະຫານຜູ້ທີ່ມີເງື່ອນໄຂມາຈາກກອງບັນຊາການທະຫານແຂວງຫຼວງພະບາງ,ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງໄຊຍະບູລີ ໃນກ່ອນໜ້ານັ້ນ ໄດ້ສຳເລັດການເຝິກອົບຮົມ ຊຸດທີ I ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ເຊິ່ງມີນັກເຝິກອົບຮົມທັງໝົດ 86 ສະຫາຍ ແລະຖືກບັນຈຸເຂົ້າຊ່ວຍສອນແລ້ວຈຳນວນໜຶ່ງ. ສັງລວມແລ້ວ, ບໍວ່າຍຸກໃດ, ສະໄໝໃດ ກຳລັງທະຫານກໍເປັນກຳລັງນຳໜ້າ ເຮັດໜ້າທີ່ຫຼັກໃນການປົກປ້ອງປ້ອງປະເທດຊາດ, ພ້ອມທັງສ້າງທຸກເງື່ອນໄຂເຂົ້າຊ່ວຍເຫຼືອທຸກຂົງເຂດວຽກໃນພາລະກິດການສ້າງສາພັດທະນາປະເທດຊາດ ເຮັດໃຫ້ບ້ານເມືອງມີຄວາມຜາສຸກ, ປະຊາຊົນຢູ່ດີກິນແຊບ, ປະເທດຊາດມີຄວາມສະຫງົບປອດໄພ. ເວົ້າໄດ້ວ່າ: ກອງທັບ ຄືໝາກຫົວໃຈຂອງຊາດ ກອງທັບຄືເສັ້ນເລືອດໃຫຍ່ຂອງພັກ ກອງທັບ ຄືທຸກພາກສ່ວນຂອງຮ່າງກາຍທີ່ຕັດແຍກອອກຈາກກັນບໍ່ໄດ້ ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ