ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2025
ເວລາອອກຂ່າວ: 2025-06-30 12:11:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1954 | ຄວາມນິຍົມ:



ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມລັກຖະບານ ປະຈຳເດືອນ ພຶດສະພາ 2025 ໃນວັນທີ 30 ມິຖຸນາ ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ແລະ ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ເຜີຍແຜ່ສະຕິກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2025 ໃຫ້ຮູ້ວ່າ: ກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ພຶດສະພາ 2025 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ມີການນຳບັນດາແຂວງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ກອງປະຊຸມ ໄດ້ພິຈາລະນາທັງໝົດ 7 ວາລະ, ປະກອບມີ 13 ຫົວຂໍ້ຍ່ອຍ ເປັນຕົ້ນແມ່ນ ການສະຫຼຸບການປະຕິບັດວຽກງານຈຸດສຸມພົ້ນເດັ່ນ ໃນເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ 6 ເດືອນຕົ້ນປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ. ຈາກນັ້ນ, ສະຫາຍ ພັນໂທ ສົມພັນ ສີບຸນຕາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເຜີຍແຜ່ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ ທີ XI ໄດ້ດຳເນີນໃນລະຫວ່າງວັນທີ 19-23 ພຶດສະພາ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ກອງປະຊຸມ ໄດ້ດຳເນີນບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍສູນກາງ ໃນການຄົ້ນຄວ້າ, ປະກອບຄຳເຫັນຢ່າງມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ເຊິ່ງໄດ້ໃຫ້ທິດຊີ້ນຳ ຕໍ່ບັນຫາສຳຄັນຂອງພັກ, ຂອງປະເທດຊາດ ແລະ ບັນດາເນື້ອໃນເອກະສານສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ເປັນຕົ້ນແມ່ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ. ໂອກາດນີ້, ໃນພິທີ ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ໃຫ້ 30 ຫົວໜ່ວຍກົມກອງ ຕື່ມອີກ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ