ຫົວໜ້າການເມືອງ ທະຫານແຂວງໄຊສົມບູນ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກໍາລັງປະຕິບັດໜ້າທີ່ຢູ່ ບັນດາປ້ອມ
ເວລາອອກຂ່າວ: 2025-06-30 15:16:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1851 | ຄວາມນິຍົມ: ![]()
ວັນທີ 26 ມິຖຸນາ 2025 ນີ້, ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຍາມອ້າຍນ້ອງທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ບັນດາປ້ອມ ເຂດຮັບຜິດຊອບຂອງກອງບັນຊາການ.
ການເຄື່ອນໄຫວຢ້ຽມຍາມໃນຄັ້ງນີ້ ສະຫາຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ໄດ້ເອົາຂອງຂວັນຈໍານວນໜຶ່ງມອບໃຫ້ແຕ່ລະປ້ອມ ເພື່ອເປັນການຊຸກຍູ້ໃຫ້ກໍາລັງໃຈອ້າຍນ້ອງ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນຫ່ວງເປັນໃຍຕໍ່ອ້າຍນ້ອງທີ່ເຮັດໜ້າທີ່ປະຈໍາຢູ່ປ້ອມຕ່າງໆ ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ, ໂດຍສະເພາະແມ່ນການເຮັດໜ້າທີ່ການເມືອງຂອງຕົນ ໃນການເຄື່ອນໄຫວເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ເອົາໃຈໃສ່ຕິດຕາມການເກັບກໍາສະພາບການຕ່າງໆ ແລະ ປ້ອງກັນເວນຍາມບໍ່ໃຫ້ຂາດ ເຄື່ອນໄຫວສາລະເວເປັນປະຈໍາບໍ່ໃຫ້ກຸ່ມຄົນບໍ່ຫວັງດີເຂົ້າມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ເຂດດັ່ງກ່າວ.
ໂດຍ: ນາງ ກ້າຈີທໍ່ ເພຍຫຼວງຈົ່ງເສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















