ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງສູນກາງ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-06-30 15:18:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2366 | ຄວາມນິຍົມ: ![]()
ໃນອາທິດຜ່ານມາ, ຢູ່ທີ່ຫ້ອງຮັບແຂກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມວຽກງານກວດກາພັກ-ລັດ ໂດຍການເປັນປະທານ ຂອງທ່ານ ສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າຫ້ອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານກວດກາພັກ-ລັດ ໂດຍຫຍໍ້ ໃຫ້ຮູ້ວ່າ: ກອງບັນຊາການທະຫານແຂວງບໍ່ແກ້ວ ເປັນອົງຄະນະພັກ ເຊິ່ງປະກອບມີ 10 ຄະນະພັກຮາກຖານ, ມີ 52 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.002 ສະຫາຍ, ຍິງ 112 ສະຫາຍ. ເຊິ່ງການຊີ້ນໍາ-ບັນຊາ ໄດ້ຈັດຕັ້ງເປັນລະບອບ 2 ຫົວໜ້າຄື: ຫົວໜ້າການເມືອງ ເປັນເລຂາ ແລະ ຫົວໜ້າການທະຫານ ເປັນຮອງເລຂາ. ໃນລະຍະຜ່ານມາ,ອົງຄະນະພັກກອງບັນຊາການ ໄດ້ເອົາໃຈໃສ່ເປັນພິເສດໃນການຊີ້ນໍາອົງການກວດກາ ໂດຍສະເພາະແມ່ນພະແນກກວດກາ ໃຫ້ເອົາໃຈໃສ່ສ້າງບັນດານິຕິກຳ, ຂໍ້ກຳນົດ, ກົດລະບຽບ ກໍຄືການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກົມກວດກາ ກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ, ເປັນເສນາທິການໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດລະບຽບຂອງພັກ, ຂອງກອງທັບ ແລະ ບັນດານິຕິກຳຕ່າງໆ ກ່ຽວກັບວຽກງານກວດກາພັກ-ລັດ ຂອງພະນັກງານ, ສະມາຊິກພັກ, ນັກຮົບທົ່ວກອງບັນຊາການ ເຮັດໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການກໍາໄດ້ເຖິງການເຄື່ອນໄຫວ, ການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ນັກຮົບ ເຊິ່ງສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໄດ້ທ່ວງທັນກັບເວລາ. ຍ້ອນມີຄະນະພັກກະຊວງປ້ອງກັນປະເທດ ແລະ ຄະນະພັກແຂວງ ໄດ້ໃຫ້ການນໍາພາ-ຊີ້ນໍາຢ່າງເດັດຂາດ, ໂດຍກົງ, ຮອບດ້ານ ຕໍ່ກຳລັງປະກອບອາວຸດ ພ້ອມນັ້ນ, ຄະນະພັກກອງບັນຊາການ ໄດ້ເປັນໃຈກາງໃນການນໍາພາຄະນະພັກແຕ່ລະຂັ້ນເຮັດສໍາເລັດໜ້າທີ່.
ໂອກາດນີ້, ທ່ານ ສີໄນ ມຽງລາວັນ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ,ພະນັກງານ-ສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ສືບຕໍ່ວຽກງານຕິດຕາມກວດກາພັກ, ວຽກງານກວດກາລັດ, ການບຳລຸງສ້າງ, ປະຕິບັດນະໂຍບາຍ, ການຈັດວາງສັບຊ້ອນພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ສອດຄ່ອງກັບຄວາມເປັນຈິງ, ບັນຫາສຳຄັນແມ່ນໃຫ້ເອົາໃຈໃສ່ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ເໝາະສົມ ເພາະວ່າວຽກງານກວດກາມີຄວາມສຳຄັນຫຼາຍໃນການຕິດຕາມກວດກາ ດັ່ງນັ້ນ, ການກວດກາ ຕ້ອງມີການກວດສອບຄຽງຄູ່ກັນໄປ, ຖ້າມີການຈັດຕັ້ງປະຕິບັດວຽກງານກໍຕ້ອງມີການກວດກາ ເພື່ອເປັນການຕ້ານການສໍ້ລາດບັງຫຼວງ ທັງເອກອ້າງເຖິງຜົນງານ ແລະ ຜົນສຳເລັດຢ່າງຕັ້ງໜ້າ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















