ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ພົບປະແລກປ່ຽນຢູ່ ກອງບັນຊາການຕໍາຫຼວດ ເຂດ 2 ສສ ຫວຽດນາມ
ເວລາອອກຂ່າວ: 2025-06-30 15:22:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2538 | ຄວາມນິຍົມ: ![]()
ໃນວັນທີ 28 ມິຖຸນາ 2025 ນີ້, ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະແລກປ່ຽນຢູ່ ກອງບັນຊາການຕໍາຫຼວດ ເຂດ 2 ສສ ຫວຽດນາມ ເນື່ອງໃນໂອກາດທີ່ມາແລກປ່ຽນ ແລະ ທັດສະນະສຶກສາ ຢູ່ທີ່ນະຄອນດານັງ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ເລຮຸຍ ຫົວໜ້າການເມືອງ ກອງບັນຊາການຕໍາຫຼວດ ເຂດ 2 ສສ ຫວຽດນາມ ມີນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເລຮຸຍ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ທີ່ເດີນທາງມາຢ້ຽມຢາມ ແລະ ທັດສະນະສຶກສາໃນຄັ້ງນີ້ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນງົດງາມ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ໃນຫຼາຍດ້ານ ໂດຍສະເພາະແມ່ນການສຶກສາອົບຮົບວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ ແລະ ຂະບວນການດ້ານຕ່າງໆ.
ໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ພົນຈັດຕະວາ ເລຮຸຍ ພ້ອມຄະນະ, ຕີລາຄາເຖິງການພົວພັນຮ່ວມມືຂອງສອງກອງທັບ ຫວຽດນາມ-ລາວ ໃນຂົງເຂດວຽກງານຊາວໝຸ່ມໃນໄລຍະຜ່ານມາ ແລະ ອະນາຄົດ ຍິ່ງຈະໄດ້ຮັບການເສີມຂະຫຍາຍການຮ່ວມມືກັນຢ່າງໃກ້ຊິດ ແລະ ແໜ້ນແຟ້ນ. ພ້ອມທັງ ອວຍພອນໃຫ້ມິດຕະພາບການຮ່ວມມືຮອບດ້ານສອງພັກ, ສອງລັດ ກໍຄືສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພີ່ມພູນຄູນສ້າງຂຶ້ນສູ່ລະດັບສູງ. ໂອກາດນີ້, ຄະນະກໍໄດ້ທັດສະນະສຶກສາເຮືອເດີນທະເລ ທີ່ຂຶ້ນກັບກອງບັນຊາການຕໍາຫຼວດ ເຂດ 2.
ໃນວັນດຽວກັນ, ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນ ລາວ-ຫວຽດນາມ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນ ຢູ່ກອງພັນໃຫຍ່ 929 ກອງພົນ 372 ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຕື່ມອີກ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















