ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື
ເວລາອອກຂ່າວ: 2025-07-03 10:31:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 958 | ຄວາມນິຍົມ:



ໃນວັນທີ 2 ກໍລະກົດ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງອັດຕະປື, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຄະນະນຳຂອງແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຄໍາບູນ ດວງພະບາງ ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມວຽກງານໃນ 6 ເດືອນທ້າຍປີ ແລະ ການກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ໃຫ້ຮູ້ວ່າ: ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງ ແລະ ປັບປຸງສອງກຳລັງ ປກຊ-ປກສ ຢ່າງຕໍ່ເນື່ອງ-ເປັນລະບົບ ສາມາດຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ພາຍໃນແຂວງໄດ້ເປັນຢ່າງດີ; ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງບັນຊາການ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ; ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວແຂວງ ສໍາເລັດເປັນສ່ວນຫຼາຍ; ສຳລັບການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ໄດ້ຊີ້ນໍາແຕ່ລະອະນຸກຳມະການຕ່າງໆ ສືບຕໍ່ປະຕິບັດວຽກງານຕາມແຜນຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະ ດ້ານເນື້ອໃນ: ໄດ້ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດໂດຍພື້ນຖານ ແລະ ໄດ້ລົງທາບທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນແຂວງ, ພ້ອມທັງ ປັບປຸງຕາມຜົນການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ: ສໍາເລັດແຜນຄາດຄະເນຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII, ແຜນຄາດຄະເນຈໍານວນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກແຂວງ ແລະ ແຜນການຄາດຄະເນການສັບຊ້ອນ ຈັດວາງກໍາມະການພັກແຂວງ ສະໄໝທີ XII ຕາມແຕ່ລະວຽກງານທີ່ເໝາະສົມ; ສໍາລັບວຽກງານປັບປຸງກົງຈັກການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງພະແນກການຂັ້ນແຂວງ ມາຮອດປັດຈຸບັນ ໄດ້ມີການກະກຽມເພື່ອຈະນໍາສະເໜີສະພາປະຊາ ຊົນແຂວງ ພິຈາລະນາຮັບຮອງ; ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ມາຮອດປັດຈຸບັນ ສາມາດເກັບລາຍຮັບໄດ້ທັງໝົດ 736 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີ ແລະ ມີບາງໜ້າວຽກ ໄດ້ມີຜົນສໍາເລັດ ແລະ ລື່ນແຜນທີ່ວາງໄວ້. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພັກ, ພະນັກງານທຸກຂັ້ນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕັ້ງໜ້າ ເຖິງແມ່ນວ່າສະພາບເສດຖະກິດຂອງປະເທດ ພົບກັບຄວາມຫຍຸ້ງຍາກ ແຕ່ສາມາດຜ່ານຜ່າປະຕິບັດວຽກງານໄດ້ສໍາເລັດ ແຕ່ຄຽງຄູ່ກັບຜົນສໍາເລັດ ແລະ ຜົນງານທີ່ສ້າງມາໄດ້ນັ້ນ ກໍປາສະຈາກບໍ່ໄດ້ບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາ ມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫຼຸດລົງ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ; ເອົາໃຈໃສ່ສົ່ງເສີມການສຶກສາ ໂດຍສະເພາະ ການຮຽນ-ການສອນ, ຄົ້ນຄວ້າແກ້ໄຂການຂາດບຸກຄະລາການຄູສອນ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບການບໍລິການດ້ານສາທາລະນະສຸກ ພາຍໃນແຂວງ ໃຫ້ທົ່ວເຖິງປະຊາຊົນ, ການຍົກລະດັບພັດທະນາບຸກຄະລາກອນທາງການແພດ, ສະໜອງອຸປະກອນການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະຂັ້ນເມືອງ (ໂຮງໝໍນ້ອຍ); ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ ໂດຍສະເພາະ ບັນດາວຽກຈຸດສຸມ ໃຫ້ໄດ້ຮັບຜົນດີ ພ້ອມທັງ ປະສານສົມທົບກັບຄະນະສະເພາະກິດ ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ; ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຫຼ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກໍານົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫຼື ຖອນເອົາໂຄງການຄືນ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ກໍຄືບັນດານິຕິກໍາຂອງຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດວາງອອກ. ຂ່າວ ແລະ ພາບ: ກົມປະຊາສໍາພັນ, ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ