ເມືອງກາສີ ເຜີຍແຜ່ນິຕິກຳກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ
ເວລາອອກຂ່າວ: 2025-07-03 10:33:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1262 | ຄວາມນິຍົມ: ![]()
ໃນວັນທີ 2 ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງກາສີ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ນິຕິກຳກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ໂດຍການເປັນປະທານ ຂອງທ່ານ ສົມດີ ແກ້ວດາລາວິນ ກໍາມະການຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງວຽງຈັນ ທັງເປັນຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງ ຈຸທີ 2 ຂອງແຂວງວຽງຈັນ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂອງແຂວງວຽງຈັນ, ມີບັນດາການນຳຂອງເມືອງກາສີ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຂອງຫ້ອງການທີ່ຈະໂຮມເຂົ້າກັນ ເຂົ້າຮ່ວມທັງໝົດ 119 ທ່ານ, ຍິງ 33 ທ່ານ.
ທ່ານ ເພັດສະໝອນ ກໍ່າບຸນລ້ຽງ ຮອງຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ແຜນການເຄື່ອນໄຫວຂອງຄະນະຮັບຜິດຊອບຂອງແຂວງ. ຈາກນັ້ນ, ທ່ານ ສົມດີ ແກ້ວດາລາວິນ ໄດ້ຜ່ານມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຄື: 1) ໂຮມ ກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເອີ້ນຊື່ວ່າ: ກະຊວງ ການເງິນ; 2) ໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເອີ້ນວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ; 3) ໂຮມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; 4) ໂຮມ ກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງ ລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບ ພາລະບົດບາດ ຂອງຄະນະຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງ ສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານ ສາສະໜາ ແລະ ວຽກ ອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ ໄປຂຶ້ນກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ; 5) ໂອນວຽກສື່ມວນຊົນ (ວຽກຖະແຫຼ່ງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ, ປ່ຽນຊື່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ. ຫຼັງຈາກນັ້ນ, ທ່ານ ນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນແຂວງວຽງຈັນ ໄດ້ຜ່ານຄໍາແນະນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ມີການແນະນໍາຮ່າງຕາຕະລາງເກັບກຳຂໍ້ມູນ ກົງຈັກການຈັດຕັ້ງ, ບຸກຄະລະກອນ, ຊັບສິນປະເພດຕ່າງໆ, ພາຫະນະ ແລະ ອຸປະກອນຮັບໃຊ້; ແນະນໍາຮ່າງຕາຕະລາງເກັບກຳຂໍ້ມູນດ້ານງົບປະມານຕ່າງໆ ແລະ ຮັບຟັງມະຕິຕົກລົງ ຂອງຄະນະປະຈຳພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຜ່ານແຜນການເຄື່ອນໄຫວຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ.
ຈຸດປະສົງ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຢູ່ບັນດາກົມກອງ-ຫ້ອງການ ທີ່ຈະໄດ້ມີການປັບປຸງ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງເຖິງຖອງ ຕໍ່ຄວາມໝາຍ ຄວາມສຳຄັນ ແລະ ຄວາມຈຳເປັນທີ່ຕ້ອງໄດ້ຍຸບ, ໂຮມ ແລະ ໂອນ ບັນດາໜ້າວຽກຂອງກະຊວງ, ພະແນກ ແລະ ຫ້ອງການເຂົ້າກັນ. ພາຍຫຼັງ ສຳເລັດກອງປະຊຸມ ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ ກໍຄືຄະນະວິຊາການຂັ້ນແຂວງ ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ຍັງໄດ້ແນະນໍາການເກັບກຳຂໍ້ມູນເພີ່ມເຕີມ ອີກດ້ວຍ.
ພາບ-ຂ່າວ ໂດຍ: ນາງ ດາລັກ ເກດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















