ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2025 ຂອງກອງບັນຊາການທະຫານເເຂວງຈໍາປາສັກ
ເວລາອອກຂ່າວ: 2025-07-07 11:14:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1657 | ຄວາມນິຍົມ:



ກອງປະຊຸມ ສະຫຼຸບຕີລາຄາວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງເເຜນການ 6 ເດືອນທ້າຍປີ 2025 ຂອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນຂອງກົມກອງ. ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກອງບັນຊາການທະຫານ 9 ເມືອງ, 1 ນະຄອນ, ໂຮງຮຽນ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ, ກອງຮ້ອຍທະຫານຊາຍແດນ ຕະຫຼອດຮອດພະນັກງານຫຼັກແຫຼ່ງໃນກົມກອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ວິິໄລວັນ ເທບສຸວັນ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈໍາປາສັກ ໄດ້ເປັນເຈົ້າການເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຮອບດ້ານ ກ່ຽວກັບຂົງເຂດວຽກງານຕ່າງໆ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບວາງອອກຢ່າງເຂັ້ມງວດ, ມີສະຕິຕື່ນຕົວສູງ ສາມາດຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ຍົກສູງພາລະບົດບາດ, ຄວາມຮູ້ ຄວາມສາມາດ ວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ ມີຄວາມຊໍານິຊໍານານຄ່ອງແຄ່ວ ເພື່ອຮັບປະກັນເຮັດໃຫ້ສະພາບຂອບເຂດບໍລິເວນຊາຍແດນ ໂດຍສະເພາະພາຍໃນແຂວງຈໍາປາສັກ ມີຄວາມສະຫງົບປອດໄພໂດຍພື້ນຖານ. ນອກຈາກນັ້ນ, ຍັງຖືສຳຄັນດ້ານວຽກງານການຜະລິດສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ ຕາມທິດນໍາ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນນັ້ນ, ທົ່ວກອງບັນຊາການທະຫານແຂວງຈໍາປາສັກ ໄດ້ລ້ຽງສັດປະເພດ ງົວ, ແບ້, ແກະ, ໝູ ແລະ ລ້ຽງສັດປີກ ປະເພດ ເປັດ ແລະ ໄກ່ ອີກຈໍານວນໜຶ່ງ ພ້ອມນີ້, ຍັງໄດ້ຊອກແຫຼ່ງລາຍຮັບຈາກການບໍລິການອື່ນໆ ອີກເຊັ່ນ: ໂຮງງານນໍ້າດື່ມ, ໂຮງຕີດິນບ໋ອກ, ໂຮງສີເຂົ້າ, ປໍ້າອັດສີດ ແລະ ປໍ້ານໍ້າມັນ ມັງກອນໄຊ. ພ້ອມດຽວກັນນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ຂອງກົມກອງໃຫ້ມີຄວາມແໜ້ນໜາຖາວອນ ແລະ ຮັບປະກັນນຳໃຊ້ໃຫ້ໄດ້ຍາວນານ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄັ້ງນີ້ ມີຄວາມໝາຍຄົບຖວ້ນ ແລະ ຈະແຈ້ງຂຶ້ນຕື່ມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສ້າງໄດ້ໃນຕະຫຼອດໄລຍະ 6 ເດືອນຜ່ານມາ ພ້ອມທັງເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ-ເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດຢ່າງຮອບດ້ານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ພ້ອມກັນຜ່ານຜ່າຕໍ່ອຸປະສັກນານາປະການ ໄປຄຽງຄູ່ກັນນັ້ນ, ຕ້ອງເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ມີຜົນສໍາເລັດ ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ