ຄະນຳກະຊວງປ້ອງກັນປະເທດ ກວດກາໂຄງການກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດ
ເວລາອອກຂ່າວ: 2025-07-07 12:46:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2843 | ຄວາມນິຍົມ: ![]()
ວັນທີ 4 ກໍລະກົດ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດ ຢູ່ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ ຂອງກອງບັນຊາການທະຫານແຂວງຈໍາປາສັກ, ໂດຍມີ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ຮອງຫົວໜ້າຄະນະຊີ້ນໍາໂຄງການອະນຸສອນສະຖານກອງໄຊຈັກກະພັດ, ມີ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ມີຕາງໜ້າກະຊວງປ້ອງກັນປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ຫ້ອງການ ປກຊ-ປກສ ແຂວງ, ອໍານວຍການ ບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະຕິດຕາມໂຄງການ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ດວງສະໝອນ ບົວມະນີຈັນ ອໍານວຍການ ບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ກວດກາ, ປັບປຸງ ສ້ອມແປງເສັ້ນທາງດັ່ງກ່າວໃນໄລຍະຜ່ານມາ ໃຫ້ຄະນະຊີ້ນຳໂຄງການ ໄດ້ຮັບຊາບໂດຍຫຍໍ້.
ເຊິ່ງໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ເລີ່ມຕົ້ນການກໍ່ສ້າງແຕ່ເດືອນຕຸລາ 2021 ຈົນມາຮອດ ເດືອນມັງກອນ 2025 ໄດ້ຮັບການກວດກາ 3 ຄັ້ງ ຈາກຄະນະກໍາມະການ ແລະ ໄດ້ຊີ້ນໍາໃຫ້ບໍລິສັດປັບປຸງຄືນບາງໜ້າວຽກ ເປັນຕົ້ນແມ່ນໄດ້ປັບປຸງ ບອກດາໂລ່ ຢູ່ຫ້ວຍວັງເຫ ບ້ານຝັ່ງແດງ ເມືອງໂພນທອງ ຈາກຄວາມກວ້າງ ໜ້າທາງ 4 ແມັດໃນການອອກແບບເບື້ອງຕົ້ນ ໃຫ້ກວ້າງເປັນ 7 ແມັດ ຕາມມາດຖານ ໃຫ້ສຳເລັດ. ມາຮອດປັດຈຸບັນ ຄະນະຊີ້ນຳໂຄງການ, ວິຊາການ ພ້ອມດວ້ຍພາກສ່ວນກ່ຽວຂ້ອງ ໄດ້ກວດກາພາກສະໜາມຕົວຈິງ ສາມາດສະຫຼຸບບໍລິມາດທີ່ປະຕິບັດໄດ້ 100%.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















