ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ວຕກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII
ເວລາອອກຂ່າວ: 2025-07-07 12:50:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3652 | ຄວາມນິຍົມ:



ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ໃນວັນທີ 4 ກໍລະກົດ 2025 ນີ້, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີບັນດາຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ, ຕາງໜ້າພະແນກຊາວໜຸ່ມ-ແມ່ຍິງ ຕະຫຼອດຮອດບັນດາສະມາຊິກສະຫະພັນແມ່ຍິງ ທົ່ວ ວຕກ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ອຳພອນ ທິບພະສອນ ຫົວໜ້າພະແນກສະຫະພັນແມ່ຍິງ ວຕກ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍບິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ບົດໂອ້ລົມ ຂອງສະຫາຍ ນາງ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໃນນີ້, ສະຫາຍໄດ້ຊີ້ນໍາໃຫ້ແກ່ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ, ແມ່ຍິງລາວ ບັນດາເຜົ່າ ສືບຕໍ່ເອົາໃຈໃສ່ເຝິກຝົນຫຼ່ໍຫຼອມຕົນເອງ ແລະ ບຸກທະລຸໃຫ້ໄດ້ດ້ານຈິດຕະນາການ ດ້ວຍການປ່ຽນແປງໃໝ່ ແລະ ຮຽກຮ້ອງມາຍັງຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ປຸກລະດົມແມ່ຍິງເຂົ້າຮ່ວມປະຕິບັດແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມ, ເສີມຂະຫຍາຍບົດບາດແມ່ຍິງ ເຂົ້າໃນການພັດທະນາເສດຖະກິດ, ສົ່ງເສີມໃຫ້ເຂົາເຈົ້າການສ້າງເສດຖະກິດຄອບຄົວ ເພີ່ມທະວີສ້າງຄວາມຮູ້ ຄວາມສາມາດ ຂອງແມ່ຍິງໃນການນໍາໃຊ້ເຕັກນິກ, ວິຊາການທີ່ທັນສະໄໝ, ເອົາໃຈໃສ່ນໍາພາປະເມີນການຈັດຕັ້ງປະຕິບັດ ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ກໍຄືການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ໃຫ້ເປັນຮູບປະທໍາ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້; ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເອົາໃຈໃສ່ ແລະ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ ໃນຄອບຄົວ, ອົງການຈັດຕັ້ງ ແລະ ສັງຄົມ ໃຫ້ຫຼຸດລົງເທື່ອລະກ້າວ. ຈາກນັ້ນ, ສະຫາຍ ພັນຕີ ນາງ ໄອ່ພອນ ຫຼ້າວົງສາ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ວຕກ ໄດ້ເຜີຍແຜ່ແຜນການພັດທະນາແມ່ຍິງທົ່ວກອງທັບ ໄລຍະ 5 ປີ ແລະ ທິດທາງແຜນການພັດທະນາແມ່ຍິງທົ່ວກອງທັບໄລຍະ 5 ປີຕໍ່ໜ້າ ທັງນີ້, ເພື່ອແນໃສ່ເຮັດໃຫ້ຄະນະແມ່ຍິງແຕ່ລະຂັ້ນ ແລະ ສະມາຊິກແມ່ຍິງ ທົ່ວ ວຕກ ໄດ້ຮັບຮູ້, ເຂົ້າໃຈບັນດາດ້ານເນື້ອໃນເອກະສານ, ຫັນເອົາເນື້ອເນື້ອໃນຈິດໃຈ ຂອງມະຕິດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ສູງຂຶ້ນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ໄປຄຽງຄູ່ກັບວຽກວິຊາສະເພາະ ແລະ ສ້າງໃຫ້ວຽກງານຂະບວນການມີຄວາມຟົດຟື້ນ ແລະ ແຂ່ງຂັນກັນປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ປາກົດຜົນເປັນຈິງ ຕິດພັນກັບວຽກງານພັດທະນາຄວາມກ້າວໜ້າຂອງແມ່ຍິງ ແລະ ຄອບຄົວ ໃຫ້ເປັນພື້ນຖານອັນອົບອຸ່ນຂອງສັງຄົມ ແລະ ການຈັດຕັັ້ງ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ