ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ສູນ​ເຝິກ​ລົດ​ຕັງ-ຍານ​ເກາະ 620 ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ​ສະມາຊິກ​ພັກ
ເວລາອອກຂ່າວ: 2025-07-08 08:44:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1420 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 2-3 ກໍ ລະກົດ 2025, ໜ່ວຍ​ພັກ​ສູນ​ເຝິກ​ ລົດ​ຕັງ-ຍານ​ເກາະ 620 ໄດ້​ສຳ​ຫຼວດ​ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ​ຂອງ​ສະ​ມະ​ຊິກ​ພັກ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສີ​ພາ ສີວົງ​ດາວ ເລຂາ​ໜ່ວຍ​ພັກ, ຫົວ ໜ້າ​ການເມືອງ ສູນ​ເຝິກ​ລົດ​ຕັງ-ຍານ​ເກາະ 620, ມີ​ຄະນະ​ໜ່ວຍ​ພັກ ຕະຫຼອດ​ຮອດສະມາຊິກ​ພັກ​ສົມບູນ-ສຳຮອງ ເຂົ້າ​ຮ່ວມ. ກອງ​ປະຊຸມໄດ້​ຜ່ານ​ມະຕິ​ຕົກ ລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ປະ​ເມີນ​ຕີ​ລາຄາ​ຄຸນ​ນະພາບ​ແບ່ງ​ປະເພດ​ສະ​ມະ​ຊິກ​ພັກ ແລະ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025 ວ່າ​ດ້ວຍ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຈາກ​ນັ້ນ, ສະມາຊິກ​ພັກ​ແຕ່​ລະ​ສະຫາຍ ໄດ້​ຜ່ານ​ໃບ​ສຳຫຼວດຕົນ ​ເອງ ແລະ ໃຫ້​ຄະແນນ​ຕົນ​ເອງ; ການ​ປະ​ເມີນ​ຕີ​ລາຄາ​ຈັດ​ແບ່ງ​ປະ ເພດ ໄດ້​ດຳເນີນ​ໄປ​ຕາມ​ຂັ້ນ​ຕອນ ແລະ ວີ​ທີ​ການ​ຢ່າງ​ຖືກຕ້ອງ ໂດຍ​ມີ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ນຳພາ-ຊີ້​ນຳ, ສະມາຊິກ​ພັກ​ແຕ່​ລະ​ສະຫາຍມີ​ຄວາມ​ຈິງ​ໃຈ​ໃນ​ການ​ປະ​ເມີນ​ຕົນ​ເອງ, ຈາກ​ໝູ່ຄະ ນະ​ໄດ້​ພ້ອມ​ກັນ​ຕຳ​ນິ​ກໍ່ສ້າງ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອປັບ ປຸງ​ດ້ານ​ທີ່​ຄົງ​ຄ້າງ​ໃຫ້​ດີ​ຂຶ້ນ​ໃນຕໍ່ ໜ້າ ແລະ ກໍ່ສ້າງ​ພັກ​ຕາມ 5 ຫຼັກ ການ 3 ທິດ​ນຳ​ຂອງ​ພັກ, ໂດຍ​ສຸມ​ໃສ່​ໃນ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ດ້ານ​ແນວ​ຄິດ, ດ້ານ​ການຈັດຕັ້ງ ແລະ ແບບແຜນ​ວິທີ​ນຳພາ, ຖື​ເປັນ​ສຳ ຄັນ​ຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ສະມາຊິກ​ພັກ​ທຸກ​ສະຫາຍມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ ຂອງພັກ, ມີ​ສະຕິ​ລະວັງ​ຕົວ​ສູງ, ຈຳແນກ​ໄດ້​ມິດ, ສັດຕູ​ຈະແຈ້ງ, ຍົກ​ສູງ​ສະຕິ​ຕໍ່​ການຈັດຕັ້ງ, ປະຕິ ບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ລະ ບຽບ​ວິໄນ​ຂອງ​ກອງທັບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ຜ່ານ​ການ ຈັດ​ຕັ້ງ​ປະຕິບັດ​ໃນ​ການ​ສຳ​ຫຼວດ​ກວດກາ​ຕີ​ລາຄາ​ຈັດ​ແບ່ງ​ຄຸນ​ນະ​ພາບ​ບຸກຄົນ​ຂອງ​ສະມາຊິກ​ພັກ ແລະ ໜ່ວຍ​ພັກ, ຕາມ​ເງື່ອນໄຂ 5 ມາດຖານຂອງ​ໜ່ວຍ​ພັກສາ​ມາດ​ຄັດ​ເລືອກ​ໄດ້​ສະ​ມະ​ຊິກ​ພັກ​ແຂງ 100%; ຕະຫຼອດ​ໄລຍະຜ່ານມາ, ໜ່ວຍ​ພັກ​ສູນເຝິກໄດ້​ຮັບ​ນາມມະ ​ຍົດ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ ສະໄໝ​ທີ 3 ຕິດຕໍ່​ກັນ. ໂດຍ: ສີ​ວິ​ໄຊ ກິ​ແກ້ວ​ມໍ​ລະ​ກົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ