ບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ
ເວລາອອກຂ່າວ: 2025-07-08 08:50:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1141 | ຄວາມນິຍົມ: ![]()
ທ້າຍເດືອນ ມິຖຸນາ 2025 ນີ້, ຢູ່ທີ່ສູນຄົ້ນຄວ້າວິໄຈເຄມີ ແລະ ກອງພັນ 15 ເຄມີ ໄດ້ຈັດກິດຈະກໍາ ສະໝັກໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນຂຶ້ນ, ໂດຍການນຳພາຂອງ ສະຫາຍ ພັນໂທ ຈັນເພັງ ໄຊປັນຍາ ຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ, ມີສະຫາຍ ພັນໂທ ສະຫວັດ ສິດທິເດດ ຫົວໜ້າການເມືອງ ກອງພັນ 15 ເຄມີ ແລະ ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຕາງໜ້າກົມເສນາຮັກ, ຫົວໜ້າພະແນກລະບາດວິທະຍາ ສະຖາບັນກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ພ້ອມດ້ວຍພະ
ນັກງານ-ນັກຮົບ ທັງສອງກົມກອງເຂົ້າຮ່ວມ.
ຈຸດປະສົງໃນການບໍລິຈາກເລືອດຄັ້ງນີ້, ແມ່ນການປະກອບສ່ວນດ້ວຍຄວາມສະມັກໃຈ ເພື່ອຕອບສະໜອງກັບຄວາມຕ້ອງ ການເລືອດ ໃຫ້ບັນດາຜູ້ປ່ວຍທີ່
ຕ້ອງການໃຊ້ເລືອດ ຢູ່ຕາມໂຮງໝໍແຫ່ງຕ່າງໆ, ພ້ອມທັງ, ເປັນການສົ່ງເສີມໃນການເສຍສະຫຼະອັນຍິ່ງໃຫຍ່ໃຫ້ແກ່ສັງຄົມ ເພື່ອຊ່ວຍເຫຼືອກອບກູ້ເອົາຊີວິດອິນຊີ
ຂອງເພື່ອນມະນຸດດ້ວຍກັນ ດັ່ງຄຳຂວັນທີ່ວ່າ « ແບ່ງຄວາມຮັກ, ແບ່ງນ້ຳໃຈ, ໃຫ້ຊິວິດ « ເລືອດປຽບເໝືອນນ້ຳທິບອັນປະເສີດທີ່ມີຄຸນຄ່າສູງສົ່ງທີ່ສຸດບໍ່ມີໂຮງ
ງານຜະລິດ ແຕ່ຕ້ອງການຫຼາຍໃນສັງຄົມ-ປັດຈຸບັນ ສະນັ້ນ, ຈຶ່ງ ເປັນເຫດເຮັດໃຫ້ເລືອດບໍ່ສາມາດຕອບສະໜອງໄດ້ຕາມ ຄວາມຕ້ອງການ ຂອງຜູ້ຊົມໃຊ້ແຕ່ເລືອດສາ ມາດຜະລິດຂຶ້ນມາໄດ້ດ້ວຍວິທີພັດທະນາການຮ່າງກາຍ ຂອງມະ
ນຸດ. ເຊິ່ງການບໍລິຈາກເລືອດ ໃນຄັ້ງນີ້ ມີພະນັກງານ-ນັກຮົບ ສະໝັກໃຈຮ່ວມບໍລິຈາກເລືອດ ທັງໝົດ 12 ສະຫາຍ ແລະ ໄດ້ເລືອດຕົວຈິງ ຈຳນວນ 12 ຖົງ.
ໂດຍ: ອຸດົມໄຊ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















