ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກ ຢູ່ ວຕກ
ເວລາອອກຂ່າວ: 2025-07-08 09:48:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ: ![]()
ວັນທີ 7 ກໍລະກົດ 2025 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ ວິທະຍາຄານເຕັກນິກການທະຫານ (ວຕກ) ໂດຍການຕ້ອນຮັບ ຂອງຄະນະພັກ-ຄະນະອຳນວຍການ ວຕກ, ມີບັນດາຄະນະຊ່ຽວຊານທີ່ມາຈາກວິທະຍາຄານເຕັກນິກການທະຫານ ກອງທັບປະຊາຊົນຫວຽດນາມ, ວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດ ຄູ-ອາຈານ ເຂົ້າຮ່ວມ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ເພື່ອສຳຫຼວດກວດກາການຮຽນ-ການສອນ ຂອງນັກເຝິກອົບຮົມການສ້ອມແປງຣາດາ ແລະ ລູກສອນໄຟ ທີ່ມີຊ່ຽວຊານຈາກວິທະຍາຄານເຕັກນິກການທະຫານ ກອງທັບປະຊາຊົນຫວຽດນາມ ມາເຝິກອົບຮົມໃຫ້ຕົວຈິງ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ບັນດາວິຊາການ, ນັກເຝິກອົບອົມທີ່ມາຈາກກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນໃນທົ່ວກອງທັບ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າຮ່ຳຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງນຳຄູ-ອາຈານທີ່ມາເຝີກອົບຮົມໃຫ້, ຍາດແຍ່ງເອົາບົດຮຽນ ເພື່ອໄປໝູນໃຊ້ໃນກົມກອງໃຫ້ເກີດດອກອອກຜົນ ກໍຄືສາມາດປົກປັກຮັກສານ່ານຟ້າ, ເຂດນໍ້າແດນດິນຂອງຊາດໃຫ້ສະຫງົບປອດໄພ, ກາຍເປັນວິຊາການຂະແໜງການຣາດາ ແລະ ລູກສອນໄຟທີ່ເກັ່ງ ກໍຄືເປັນນາຍທະຫານເຕັກນິກທີ່ຊຳນານ, ນຳໃຊ້ອຸດສາຫະກຳປ້ອງກັນຊາດໄດ້ຢ່າງແມ້ນຢຳ, ສາມາດຕອບສະໜອງຕາມຄວາມຕ້ອງການອັນຮີບດ່ວນໃນການຮັບໃຊ້ສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈາກນັ້ນ, ໄດ້ເຄື່ອນໄຫວກວດກາໂຄງການກໍ່ສ້າງສະໂມສອນ ວຕກ ຕື່ມອີກ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















